ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສານສູງສຸດ ສຫລ ຄົນໃໝ່ ໄດ້ ປະຕິຍານວ່າ ຈະເປັນ 'ອິດສະຫລະ ແລະ ທ່ຽງທຳ'


ສະມາຊິກ ຜູ້ພິພາກສາ ສານສູງສຸດ ສະຫະລັດ ທ່ານ ແບຣັດ ຄາແວນໍ ກ່າວກ່ອນໜ້າ ພິທີສາບານໂຕ​ເຂົ້າຮັບຕຳແໜ່ງ ຢ່າງເປີດເຜີຍ ໃນຂະນະທີ່ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ພັນລະຍາ ຂອງທ່ານ ຄາແວນໍ ທ່ານນາງ ອາຊລີ ແລະ ພວກລູກສາວຂອງເພິ່ນ ນາງ ລີຊາ ແລະ ນາງ ມາຣກາເຣັດ ແນມເບິ່ງ ຢູ່ໃນຫ້ອງການ ຢູ່ກ້ຳຕາເວັນອອກ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ຕຸລາ 2018.
ສະມາຊິກ ຜູ້ພິພາກສາ ສານສູງສຸດ ສະຫະລັດ ທ່ານ ແບຣັດ ຄາແວນໍ ກ່າວກ່ອນໜ້າ ພິທີສາບານໂຕ​ເຂົ້າຮັບຕຳແໜ່ງ ຢ່າງເປີດເຜີຍ ໃນຂະນະທີ່ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ພັນລະຍາ ຂອງທ່ານ ຄາແວນໍ ທ່ານນາງ ອາຊລີ ແລະ ພວກລູກສາວຂອງເພິ່ນ ນາງ ລີຊາ ແລະ ນາງ ມາຣກາເຣັດ ແນມເບິ່ງ ຢູ່ໃນຫ້ອງການ ຢູ່ກ້ຳຕາເວັນອອກ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ຕຸລາ 2018.

ຫຼັງຈາກ ໄດ້ຜ່ານຂັ້ນຕອນການຮັບຮອງທີ່ບອບຊ້ຳ ຢູ່ໃນສະພາສູງ ທີ່ໄດ້ແບ່ງແຍກປະ
ເທດຊາດ ຢ່າງຂົມຂື່ນນັ້ນແລ້ວ ສະມາຊິກຄົນໃໝ່ຂອງສານສູງສຸດ ສະຫະລັດ ຄື ທ່ານ
ແບຣັດ ຄາແວນໍ ກໍໄດ້ປະຕິຍານວ່າ ຈະຮັບຟັງທຸກໆຄະດີ ດ້ວຍຄວາມນອບນ້ອມ ແລະ
ເປີດອົກເປີດໃຈ.

“ຊາວອາເມຣິກັນ ໝົດທຸກຄົນ ສາມາດເຊື່ອໝັ້ນໄດ້ວ່າ ຂ້າພະເຈົ້າ ເປັນອິດສະຫລະ
ແລະ ທ່ຽງທຳ”
ທ່ານ ຄາແວນໍ ໄດ້ກ່າວຢູ່ໃນ ຫ້ອງການຢູ່ກໍ້າຕາເວັນອອກ ຂອງທຳນຽບ
ຂາວ ຫຼັງຈາກພິທີສາບານຕົວເຂົ້າຮັບຕຳແໜ່ງ ກ່ອນໜ້າວັນທຳອິດຂອງການເປັນຜູ້ພິ
ພາກສາ ໃນວັນອັງຄານມື້ນີ້.

ໂດຍມີ ສະມາຊິກ ອີກ 8 ທ່ານ ຂອງສານສູງສຸດ ສະຫະລັດ ບັນດາສະມາຊິກສະພາສູງ
ຈາກພັກຣີພັບບລີກັນ ຈຳນວນນຶ່ງ ຜູ້ທີ່ມີຄວາມສຳຄັນ ໃນຂັ້ນຕອນການຮັບຮອງນັ້ນ
ແລະ ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າຊົມ ໃນຂະນະທີ່ ​ຜູ້ພິພາກສາ ທ່ານ
ແອນໂທນີ ເຄັນເນດີ ຜູ້ທີ່ໄດ້ກະສຽນແລ້ວນັ້ນ ໄດ້ທຳພິທີສາບານໂຕ ໃຫ້ແກ່ທ່ານ
ຄາແວນໍ.

ຫຼັງຈາກນັ້ນ ທ່ານ ຄາແວນໍ ກໍໄດ້ປະກາດວ່າ “ຂັ້ນຕອນການຮັບຮອງ ຂອງສະພາສູງນັ້ນ
ຖືວ່າ ເປັນການອະພິປາຍກັນ ແລະ ສະເທືອນອາລົມ. ບັດນີ້ ອັນນັ້ນ ແມ່ນໄດ້ຈົບລົງ
ແລ້ວ.”

ທ່ານຄາແວນໍ ໄດ້ກ່າວຕື່ມວ່າ ສານສູງສຸດ “ບໍ່ແມ່ນສອງພັກຝ່າຍ ແລະບໍ່ແມ່ນສະຖາ
ບັນ ດ້ານການເມືອງ”
ແລະສັນຍາວ່າ “ຈະເປັນຜູ້ມີບົດບາດໃນທີມສະເໝີໄປ ທີ່ມີ
ສະມາຊິກ 9 ທ່ານ.”

ກ່ອນໜ້ານີ້ບໍ່ເທົ່າໃດນາທີ ທ່ານທຣຳ ໄດ້ກ່າວພາດພິງເຖິງ ການຄັດຄ້ານຢ່າງແຂງຂັນ
ຂອງພັກເດໂມແຄຣັດ ຕໍ່ຜູ້ພິພາກສາສານລັດຖະບານກາງ ທີ່ທ່ານໄດ້ສະເໜີຊື່ ໃຫ້ເປັນ
ຜູ້ພິພາກສາສານສູງສຸດນັ້ນ ທີ່ໄດ້ຖືກກ່າວຫາວ່າ ລວນລາມທາງເພດ ໃນເວລາທີ່ຍັງ
ເຍົາໄວ.

ການກ່າວຫາໂດຍ ທ່ານນາງ ຄຣິສຕີ່ນ ເບລຊີ ຝອດ ເຊິ່ງໃນປັດຈຸບັນນີ້ ເປັນສາສະດາ
ຈານ ຢູ່ທີ່ມະຫາວິທະຍາໄລ ໃນລັດຄາລີຟໍເນຍ ເກືອບວ່າ ຈະກີດຂວາງການຮັບຮອງ
ເອົາທ່ານ ຄາແວນໍ ນັ້ນ. ສ່ວນທ່ານ ຄາແວນໍ ກໍໄດ້ປະຕິເສດ ຕໍ່ຂໍ້ກ່າວຫາຕ່າງໆນາໆ
ໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG