ອີງຕາມລາຍງານຫລ້າສຸດກ່ຽວກັບການລ້ຽງເດັກດ້ວຍນໍ້າ ນົມແມ່ ກໍແມ່ນວ່າ 75% ຂອງເດັກນ້ອຍເກີດໃໝ່ທັງໝົດ ແມ່ນໄດ້ກິນນົມແມ່ໃນທັນໃດໂລດ. ຕົວເລກນີ້ສະແດງໃຫ້ເຫັນເຖິງການເພິ່ມຂຶ້ນຢ່າງຊ້າໆ ແຕ່ກໍສະໝໍ່າສະເໝີ ໃນສັດ ສ່ວນຂອງເດັກນ້ອຍທີ່ກິນນົມແມ່ ໃນໄລຍະສອງສາມປີທີ່ຜ່ານ ມານີ້.
ການສໍາຫລວດໃໝ່ທີ່ວ່ານີ້ ແມ່ນສໍາຫລວດເບິ່ງເດັກ ນ້ອຍທີ່ເກີດໃໝ່ໃນປີ 2007 ເຊິ່ງເປັນຂໍ້ມູນທີ່ໃໝ່ທີ່ສຸດ ທີ່ມີຢູ່ໃນປັດຈຸບັນ.
ການສິກສາຄົ້ນຄວ້າກ່ຽວກັບເດັກນ້ອຍກິນນົມແມ່ ແມ່ນມາຈາກສູນກາງຄວບຄຸມ ແລະປ້ອງ ກັນພະຍາດ ຂອງສະຫະລັດ. ທ່ານນາງ Carol MacGowan ທີ່ປຶກສາດ້ານສາທາລະນະສຸກ ທີ່ສູນກາງດັ່ງກ່າວ ເວົ້າວ່າ ຄວາມຕ້ອງການຂອງແມ່ທີ່ມີລູກຫົວສາວ ທີ່ຢາກໃຫ້ລູກກິນນົມຕົນເອງ ແຕ່ພຽງຢ່າງດຽວນັ້ນ ແມ່ນບໍ່ພຽງພໍ. ເຂົາເຈົ້າຕ້ອງໄດ້ຮຽນຮູ້ກ່ຽວກັບວິທີລ້ຽງລູກດ້ວຍນໍ້ານົມແມ່ ຢ່າງຖືກຕ້ອງ.
ທ່ານນາງ Carol MacGowan ເວົ້າວ່າ:
“ຍັງມີ ຄວາມຈໍາເປັນ ຕ້ອງໄດ້ມີການເຝິກແອບບັນດາແມ່ຍິງທີ່ເກີດລູກເປັນຄັ້ງທຳອິດທັງຫລາຍ ຢູ່ໃນໂຮງໝໍນັ້ນຢູ່ ເພື່ອຊ່ວຍສະໜັບສະໜູນເຂົາເຈົ້າໃຫ້ຕັດສິນໃຈລ້ຽງລູກ ດ້ວຍນໍ້ານົມຂອງຕົນເອງ. ທັງນີ້ກໍເພາະວ່າ ໃນເວລາເກີດລູກໃໝ່ ແມ່ຍິງຜູ້ນຶ່ງອາດຕັດສິນໃຈໃຫ້ລູກກິນນົມຕົນເອງ ແຕ່ວ່າ ຖ້າບໍ່ ມີການສະໜັບສະໜູນ ທີ່ຊ່ວຍໃຫ້ຜູ້ກ່ຽວ ສືບຕໍ່ໃຫ້ລູກກິນນົມຕົນເອງແລ້ວ ຜູ້ກ່ຽວອາດຈະບໍ່ຄິດ ແມ່ນແຕ່ຈະເລີ້ມຕົ້ນໃຫ້ລູກກິນນົມຕົນເອງຊໍ້າ.”
ການເຝິກແອບຂອງທາງໂຮງໝໍ ທີ່ສົ່ງເສີມໃຫ້ບັນດາແມ່ຍິງທີ່ເກີດລູກໃໝ່ເອົາລູກກິນນົມຕົນເອງ ກໍມີລວມ ທັງເຝິກການເອົາລູກແນບໃສ່ກັບແມ່ທັນໃດໂລດ ເວລາເດັກເກີດອອກມາ ແລະ ກໍບໍ່ເອົານົມຝຸ່ນສູດລ້ຽງລູກ ຫລືເອົາໝາກແວ້ໃຫ້ທາລົກດູດ.
ເຖິງແມ່ນວ່າ 3 ສ່ວນ 4 ຂອງ ເດັກນ້ອຍເກີດໃໝ່ເລີ້ມຕົ້ນຊີວິດໂດຍການກິນນົມແມ່ຂອງເຂົາເຈົ້າກໍຕາມ ແຕ່ພໍອາຍຸໄດ້ 6 ເດືອນ ກໍມີພຽງແຕ່ 43% ຂອງເດັກເຫລົ່ານີ້ ທີ່ຍັງສືບຕໍ່ກິນນົມແມ່. ເມື່ອຮອດອາຍຸ 12 ເດືອນ ມີພຽງແຕ່ 1 ສ່ວນ 5 ຂອງຈຳນວນ ເດັກນອ້ຍ ຫລື 1 ຄົນໃດໃນທຸກໆ 5 ຄົນເທົ່ານັ້ນ ທີ່ຍັງກິນນົມແມ່ຢູ່.
ຕາມຄໍາແນະນໍາຂອງເຈົ້າໜ້າທີ່ສະຫະລັດ ແມ່ນວ່າ ເດັກນ້ອຍເກີດໃໝ່ຕ້ອງໄດ້ກິນນົມແມ່ຈົນຮອດອາຍຸ ນຶ່ງຂວບ ແຕ່ວ່າອົງການອະນາໄມໂລກ ຫລື WHO ເວົ້າວ່າ ການໃຫ້ລູກ ກິນນົມແມ່ຄວນສືບຕໍ່ໄປ ຈົນເດັກອາຍຸໄດ້ສອງຂວບ.
ທ່ານນາງ Carol MacGowan, ອະທິບາຍວ່າ ມີເຫດຜົນຫລາຍຢ່າງທີ່ພາໃຫ້ ຜູ້ຍິງອາເມຣິກັນບໍ່ສືບຕໍ່ໃຫ້ລູກກິນນົມຕົນເອງ.
ທ່ານນາງອະທິບາຍວ່າ:
“ບາງເຫດຜົນນັ້ນກໍຄື ການສະໜັບສະໜູນ ຂອງປະຊາຄົມ; ສະນັ້ນ ພວກເຮົາຄວນແກ້ໄຂ ໂດຍສົ່ງນັກວິຊາການດ້ານເອົານົມໃຫ້ລູກກິນໄປຊ່ວຍ ເຫລືອບັນດາແມ່ຍິງ ທີ່ມີລູກ ນ້ອຍທັງຫລາຍ. ແຕ່ວ່າອຸບປະສັກໃຫຍ່ອັນນຶ່ງສຳລັບແມ່ຍິງ ກໍຄືການທີ່ ເຂົາເຈົ້າຕ້ອງໄດ້ໄປເຮັດວຽກເຮັດການ ທັງໃຫ້ລູກກິນນົມໄປພ້ອມ. ໃນບາງກໍລະນີ ມັນກໍເປັນ ພຽງ ອຸບປະສັກທີ່ຄິດເອົາເທົ່ານັ້ນ ແຕ່ວ່າໃນບາງກໍລະນີ ກໍເປັນບັນຫາອັນຫຍຸ້ງຍາກອີ່ຫລີ.”
ແຕ່ວ່າເຖິງຈະມີອຸບປະສັກພຽງໃດ ສິງທີ່ສໍາຄັນກໍຄື ນົມແມ່ເປັນອາຫານສໍາລັບເດັກ ທີ່ຖືກ ຕ້ອງແລະມີຄຸນນະປະໂຫຍດ ເພາະໄດ້ມີການສຶກສາຫລາຍບັ້ນ ສະແດງໃຫ້ເຫັນວ່າເດັກ ນ້ອຍ ທີ່ໄດ້ກິນນົມແມ່ ແມ່ນມີສຸຂະພາບທີ່ແຂງແຮງ ກວ່າເດັກທີ່ບໍ່ໄດ້ກິນນົມແມ່.
ທ່ານນາງ Carol MacGowan ກ່າວສະຫລູບວ່າ:
“ປະໂຫຍດຂອງການກິນນໍ້ານົມແມ່ແມ່ນມີຫລາຍດ້ານ ເວົ້າແລ້ວກໍດີໝົດທຸກຢ່າງ ນັບແຕ່ການປ້ອງກັນການຕິດເຊື້ອພະຍາດຕ່າງໆ ຈົນເຖິງ ພະຍາດຊໍ້າເຮື້ອຫລາຍຢ່າງ ເຊ່ນ ພະຍາດກ່ຽວກັບຫລອດລົມຫາຍໃຈ ຊຶ່ງ ການກິນນໍ້ານົມແມ່ກໍໃຫ້ປະໂຫຍດ ຢ່າງນຶ່ງ ເພາະມັນຊ່ວຍຫລຸດຜ່ອນຄວາມຮຸນແຮງຂອງໂຣກຫືດ ຖ້າຫາກວ່າເດັກນ້ອຍເຫລົ່ານັ້ນ ມີທ່າທີວ່າ ຈະເປັນໂຣກຫືດ ແລະຊ່ວຍຕ້ານການເປັນ ພະຍາດຊໍາເຮື້ອຕ່າງໆ ເຊ່ນ ໂຣກເບົາ ຫວານ ແລະ ອ້ວນພີຈົນເກີນໄປ."
ນອກຈາກນັ້ນ ແມ່ເອງກໍໄດ້ປະໂຫຍດເຊ່ນກັນ ເພາະການໃຫ້ລູກກິນນົມຕົນເອງ ເຮັດໃຫ້ຄວາມສ່ຽງຕໍ່ການເປັນໂຣກມະເຮງບາງຊະນິດຫລຸດລົງ, ຊ່ວຍໃຫ້ໄລຍະຫ່າງຂອງການຖືພາ ໄກອອກຢ່າງທຳມະຊາດ ແລະກໍບໍ່ຕ້ອງເສຍເງິນຊື້ ອີກດ້ວຍ.