ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແພດ: ນັກວິທະຍາສາດຄົ້ນພົບຢາວັກຊີນ ປ້ອງກັນມະເຮັງເຕົ້ານົມ


ໜູທີ່ໃຊ້ທົດລອງກ່ຽວກັບມະເຮັງເຕົ້ານົມ
ໜູທີ່ໃຊ້ທົດລອງກ່ຽວກັບມະເຮັງເຕົ້ານົມ

ພວກນັກວິທະຍາສາດ​ໄດ້​ຄົ້ນ​ພົບ​​ ອັນທີ່ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ອາດ​ຈະ​ນໍາ​ໄປ​ສູ່ຢາ​ປ້ອງ​ກັນ​ແລະ​ປິ່ນປົວ​ໂຣກມະ​ເຮັງ​ໃນ​ເຕົ້ານົມ ຊຶ່ງ​ເປັນ​ໂຣກ​ທີ່ແຜ່​ຫຼາຍ​ແລະຮ້າຍ​ແຮງ​ເຖິງ​ຕາຍ ທີ່ເກີດ​ກັບແມ່ຍິງ ຫຼາຍໆ​ລ້ານ​ຄົນ​ ໃນ​ທົ່ວ​ໂລກ​.

ຢາ​ວັກ​ຊິນທົດ​ລອງ​ ທ່ີພັດທະນາຂຶ້ນ​ໂດຍ​ນັກ​ຄົ້ນຄວ້າ​ທ່ີ​ ສະ​ຖາ​ບັນ​ Cleveland Clinic’s Lener Institute ໃນ ລັດ Ohio ໄດ້ຮັບຜົນ​ເຖິງ​ຮ້ອຍ​ເປີ​ເຊັນ​ ໃນການ​ປ້ອງ​ກັນ​ໂຣກ ມະ​ເຮັງ​ໃນ​ນົມ​ຂອງ​ພວກ​ໜູ​ຈຳນວນ​ນ່ືງ ທ່ີຖືກເພາະ​ພັນ​ຂຶ້ນ ມາ​ເພື່ອ​ໃຫ້​ເປັນໂຣກດ່ັງກ່າວນີ້ໂດຍສະ​ເພາະ. ນອກ​ນັ້ນ ຢາ​ວັກ​ຊີ​ນທີ່​ວ່ານີ້ ຊຶ່ງ​ໄດ້​ຖືກ​ຜະລິດ​ຂື້ນ​ມາ​ທົດ​ລອງ​ໃຊ້​ເປັນ ​ເວລາ​ດົນ​ເຖິງ 8 ປີ ຍັງ​ໄດ້​ຍັບຍັ້ງ ບໍ່​ໃຫ້​ເນື້ອ​ງອກ​ຂອງ​ໂຣກມະ​ເຮັງ ທີ່​ມີ​ຢູ່​ແລ້ວນັ້ນ ຂະຫຍາຍ​ໃຫຍ່​ຂື້ນ.

ມະ​ເຮັງ​ໃນ​ເຕົ້ານົມ ເປັນ​ໂຣກທ່ີ​ມີ​ແຜ່​ຫຼາຍອັນ​ດັບ​ທີສອງ​ໃນ​ບັນດາ​ແມ່ຍິງ​ໃນ​ທົ່ວ​ໂລກ ​ແລະ​ມີ​ລາຍ​ງານ​ວ່າ​ ມີ​ຜູ້​ເປັນ​ໂຣກດ່ັງກ່າວນີ້​ລາຍ​ໃໝ່​ ປະມານ​ຫ້າ​ແສນ​ຄົນໃນ​ແຕ່ລະ​ປີ​. ໂຣກນີ້​ເປັນ​ໂຣກທ່ີ​ປົວ​ຍາກ​ທ່ີ​ສຸດ ທັງ​ມັກ​ຈະ​ເກີດ​ຄືນ​ມາ​ໃໝ່​ອີກ ພາຍ​ໃນເວລາສິບ​ປີ ​ເຖິງ​ແມ່ນ​ວ່າຜູ້​ປ່ວຍ​ເປັນ​ໂຣກນີ້ ຈະ​ໄດ້​ຮັບການ​ປ່ິນປົວ​ທີ່ທີ່​ຄິດ​ກັນ​ວ່າ ມີ​ຜົນ​ດີ​ແລະ​ພາ​ໃຫ້ ຫາຍ​ດີ​ແລ້ວ ​ກໍ​ຕາມ​.

ທ່ານວິນຊັນ ທູ​ອີ ຜູ້ນຳ​ພ​າໃນ​ການ​ຄົ້ນຄວ້າ​ນີ້ ​ເວົ້າ​ວ່າ ຢາ​ວັກ​ຊິນ​ທ່ີ​ທົດ​ລອງ​ນີ້ຈະ​ກະ​ຕຸ້ນ ໃຫ້​ລະ​ບົບຕ້ານ​ທານ ທຳ​ການປ້ອງ​ກັນຮ່າງກາຍ​ຂອງ​ເຮົາ​ໄວ້​ ຈາກໂຣກມະ​ເຮັງ​ໃນ​ເຕົ້າ ນົມ. ​ກ່ອນ​ໜ້າມີການ​ຄົ້ນພົບ​ຢານີ້ ບັນຫາ​ກີດ​ກັນ​ອັນ​ໃຫຽ່ຫຼວງ ສຳລັບ​ພວກ​ນັກ​ຄົ້ນຄວ້າ​ກ່ຽວ​ກັບ​ຢາ​ວັກ​ຊິນ​ປ້ອງ​ກັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມ ກໍ​ແມ່ນການ​ຊອກ​ຫາ​ຊ່ອງ​ທາງ​ຂັດຂວາງ ບໍ່​ໃຫ້​ຮ່າງກາຍຂອງພວກ​ທ່ີ​ເປັນ​ໂຣກມະ​ເຮັງນັ້ນ ​ກະຕຸ້ນລະບົບຕ້ານທານຂອງ​ມັນ​ຂຶ້ນ​ມາ​ເອງ​ ໂດຍ​ອັດຕະ​ໂນ​ມັດ. ການຕ້ານທານໂດຍອັດຕະ​ໂນ​ມັດ​ນີ້ ຈະ​ເກີດ​ຂຶ້ນເວລາ​ລະບົບ​ຕ້ານທານ​ຂອງ​ຮ່າງກາຍ​ ຫລົງໄປ​ໂຈມ​ຕີ​ເນື້ອ​ເຍື່ອ ຫຼື​ລະ​ບົບອະ​ໄວ​ຍະ​ວະທ່ີ​ແຂງ​ແຮງ​ດີຢູ່​ແລ້ວຂອງ​ຮ່າງກາຍ ຊຶ່ງ​ການ​ອັກ​ເສບ​ທີ່​ຕິດຕາມ​ມານັ້ນ ສາມາດກະ​ຕຸ້ນ​ໃຫ້ເກີດໂຣກມະ​ເຮັງ​ໃນ​ເຕົ້ານົມ​ ຊະນິດ​ທ່ີ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ​ໄປ​ອີກ​ໄດ້. ​ແຕ່ທ່ານ​ທູ​ອີ​ກ່າວ​ວ່າ ພວກ​ນັກ​ຄົ້ນ​ຄວ້າ​ຂອງ​ທ່ານໄດ້​ ພົບ​ເຫັນ​ວິທີ​ ທ່ີເຮັດ​ໃຫ້​ລະບົບ​ຕ້ານ​ທານ ​ໂຈມ​ຕີ​ແຕ່ທາດ​ໂປຣຕີນ​ທ່ີ​ມີ​ຢູ່ສະ​ເພາະ​ໃນ​ເນື້ອ​ງອກ​ໃນ​ເຕົ້ານົມ ​ແລະ​ບໍ່​ໃຫ້​ໂຈມ​ຕີ​ທາດ​ໂປຣຕີນຢູ່​ໃນເນື້ອ​ເຍື້ອທ່ີ​ແຂງ​ແຮງ​ດີ​ນັ້ນ.

ທາງໃນເນື້ອເຍື່ອ ທີ່ເປັນມະເຮັງເຕົ້ານົມ
ທາງໃນເນື້ອເຍື່ອ ທີ່ເປັນມະເຮັງເຕົ້ານົມ

ທ່ານ​ທູ​ອີ​ກ່າວ​ວ່າ ຢາ​ວັກ​ຊີ​ນທ່ີ​ວ່າ​ນີ້ ​ໄດ້​ເຮັດ​ໃຫ້​ພວກ​ໜູ​ທ່ີ​ເພາະ​ພັນ​ມາແບບ​ພິ​ເສດ, ລ້ຽງ​ໄວ້​ໃນ​ຫ້ອງ​ທົດ​ລອງ​ວິທະຍາສາດ​ ໃນສະພາບ​ທ່ີ​ພາໃຫ້ເປັນ​ໂຣກມະ​ເຮັງ​ໃນ​ນົມ​ໄດ້​ງ່າຍ​ນັ້ນ ປາດສະຈາກ​ເນື້ອ​ງອກ​ຢ່າງ​ສິ້ນ​ເຊີງ ຊ່ຶງ​ທ່ານ​ກ່າວ​ດັ່ງນີ້:

“ພວກ​ເຮົາ​ໄດ້​ຄົ້ນພົບ​ ເປັນ​ເທື່ອ​ທຳ​ອິດ ວິທີ​ທ່ີ​ຈະ​ເຮັດ​ໃຫ້​ເກີດ​ຢາ​ວັກຊິນ​ດ້ວຍ​ຕົນ​ເອງ​ ທ່ີ​ຈະ​ສາມາດ​ນຳ​ເອົາ​ມາ​ໃຊ້​ເພ່ືອ​ປ້ອງ​ກັນ​ພະຍາດ ປ້ອງ​ກັນ​ເຊື້ອ​ໂຣກ ກ່ອນ​ທ່ີ​ມັນ​ຈະມັນຮອດ​ມາເຖິງ ຄື​ກັນ​ກັບ​ໂຣກ​ເປ້ຽລ່ອຍ​ແລະ​ໂຣກໝາກ​ສຸກ​ໝາກ​ໄສ.”

ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ແມ່ຍິງຜູ້​ນ່ຶງມີ​ການ​ສ່ຽງຕໍ່​ການ​ເປັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມ ​ໃນ​ອັດຕາ 12% ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ແຕ່​ອິງ​ຕາມ​ສະ​ຖາ​ບັນ​ໂຣກມະ​ເຮັງ​ແຫ່ງ​ຊາດສະຫະ ລັດແລ້ວ ​ແມ່ນ​ວ່າພວກ​ແມ່ຍິງ​ທ່ີໄດ້​ສືບ​ທອດກໍາມະພັນທີ່ຜິດ​ປົກກະຕິສອງ​ຢ່າງ​ ທ່ີ​ເອີ້ນ​ວ່າ BROCK-AH 1 ກັບ BROCK-AH 2 ມານັ້ນ ​ແມ່ນຈະມີ​ການ​ສ່ຽງ​ສູງ​ເຖິງ 60% ​ຕໍ່ ການ​ເປັນ​ໂຣກມະ​ເຮັງ​ໃນ​ນົມ ພາຍ​ໃນ​ເວລາທີ່​ເຂົາ​ເຈົ້າ​ມີອາຍຸ 90 ປີ.

ໃນ​ຂນະ​ດຽວ​ກັນ ພວກ​ນັກ​ຊ່ຽວຊານ​ທ່ີ​ສະ​ຖາ​ບັນ Cleverland Clinic ກໍ​ວາງ​ແຜນ​ວ່າ ຈະ ​ຂໍ ໃຫ້​ອົງການ​ວາງກົດລະບຽບຄວບ​ຄຸມ​ຢາຂອງສະຫະລັດ ອະນຸຍາດ​ໃຫ້​ພວກຕົນ​ລົງມື​ທົດ ລອງສັກ​ຢາ​ນີ້​ໃຫ້​ຄົນ​ ພາຍໃນ​ປີໜ້າ​ນີ້. ຢາ​ວັກ​ຊິນປ້ອງ​ກັນ​ໂຣກມະ​ເຮັງ​ໃນ​ນົມ​ທ່ີ​ວ່າ​ນີ້​ ຈະ​ ແນໃສ່​ ພວກ​ຜູ້ຍິງ​ທ່ີ​ມີ​ອາຍຸ​ຕັ້ງ​ແຕ່ 40 ປີ​ຂຶ້ນ​ໄປ.

ທ່ານວິນຊັນ ທູ​ອີ ຜູ້ນໍາພາ​ການ​ຄົ້ນຄວ້າ​ນີ້​ເວົ້າວ່າ ​ໂຄງການຄົ້ນຄວ້າຢາ​ວັກ​ຊິນປ້ອງ​ກັນ​ໂຣກມະ​ເຮັງ​ເຕົ້ານົມ​ນີ້ ​ໄດ້​ຮັບ​ຄວາມ​ດົນ​ໃຈ​ມາ​ຈາກ​ຜົນສໍາ​ເລັດຂອງ​ໂຄງການ​ສັກ​ຢາປ້ອງ​ກັນ​ພະຍາດ​ໃນ​ໝູ່​ພວກເດັກນ້ອຍ ​ແຕ່​ວ່າ ຢາປ້ອງ​ກັນ​ທ່ີ​ໄດ້ຜົນ​ດີ​ເຊັ່ນ​ນັ້ນ ສຳລັບພວກ​ຜູ້​ຄົນ​ໃນ​ໄວ​ປານ​ກາງ​ແລະ​ແກ່​ກວ່າ​ນັ້ນ​ຂຶ້ນ​ໄປ ຊ້ຳພັດ​ບໍ່​ມີ.

ທ່ານ ທູ​ອີ ກັບ​ເພ່ືອ​ນຮ່ວມ​ງານ ໄດ້​ພິມ​ເຜີຍ​ແຜ່​ຜົນການ​ຄົ້ນ​ຄວ້າ​ຂອງ​ພວກທ່ານ​ ​ຢູ່​ໃນ​ບົດ​ຄວາມ​ໃນ​ນິຕະຍະ​ສານ​ທ່ີ​ມີ​ຊ່ືວ່າ Nuture Medicine ​ເມື່ອຕົ້ນ​ເດືອນມີຖຸນາ​ນີ້.

XS
SM
MD
LG