ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ສະເໜີງົບປະມານ ການໃຊ້ຈ່າຍທີ່ສຳຄັນ ຂອງ ທ່ານໄບເດັນ ແບ່ງອອກເປັນຫຼາຍໂຄງການ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເດີນທາງຮອດເວທີ ເພື່ອກ່າວ ກ່ຽວກັບ ແຜນການພື້ນຖານໂຄງລ່າ' 2 ຕື້ໂດລາຂອງທ່ານ ໃນລະຫວ່າງການຢ້ຽມຢາມນະຄອນ ພິດສເບີກ, ລັດ ເພັນຊິລເວເນຍ. 31 ມີນາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເດີນທາງຮອດເວທີ ເພື່ອກ່າວ ກ່ຽວກັບ ແຜນການພື້ນຖານໂຄງລ່າ' 2 ຕື້ໂດລາຂອງທ່ານ ໃນລະຫວ່າງການຢ້ຽມຢາມນະຄອນ ພິດສເບີກ, ລັດ ເພັນຊິລເວເນຍ. 31 ມີນາ, 2021.

ປະທານາທິບໍດີ ໂຈ ໄບເດັນ ໄດ້ເດີນທາງໄປເມືອງ ເລກ ຊາລສ໌ (Lake Charles) ລັດ ຫຼຸຍເຊຍນາ ໃນວັນພະຫັດວານນີ້ ເພື່ອສືບຕໍ່ຜັກດັນແຜນການສ້າງວຽກເຮັດງານທຳສຳລັບປະຊາຊົນ ອາເມຣິກັນ ມູນຄ່າ 2 ພັນ 3 ຮ້ອຍຕື້ໂດລາ, ເຊິ່ງຖືກອ້າງເຖິງໂດຍທົ່ວໄປວ່າເປັນຮ່າງກົດໝາຍພື້ນຖານໂຄງລ່າງຂອງທ່ານ. ຂໍ້ສະເໜີດັ່ງກ່າວແມ່ນພຽງນຶ່ງໃນສາມໂຄງການໃຊ້ຈ່າຍທີ່ທຳນຽບຂາວໄດ້ເລີ່ມຜັກດັນໃນ 100 ວັນທຳອິດຂອງລັດຖະບານຂອງທ່ານ, ໂຄງການອື່ນແມ່ນແຜນການຊ່ວຍເຫຼືອປະຊາຊົນ ອາເມຣິກັນ 1 ພັນ 9 ຮ້ອຍຕື້ໂດລາ ທີ່ຖືກຮັບຜ່ານໂດຍລັດຖະສະພາໃນເດືອນມີນາທີ່ຜ່ານມາ ແລະ. ແຜນການຄອບຄົວຄົນ ອາເມຣິກັນ 1 ພັນ 8 ຮ້ອຍຕື້ໂດລາທີ່ຖືກສະເໜີໃນເດືອນແລ້ວນີ້.

ລວມກັນແລ້ວ, ສາມໂຄງການດັ່ງກ່າວທີ່ມີມູນຄ່າທັງໝົດ 6 ພັນຕື້ໂດລາຈະປ່ຽນແປງໃໝ່ສາຍພົວ ພັນລະຫວ່າງລັດຖະບານກາງ ກັບປະຊາຊົນຂອງເຂົາເຈົ້າຢ່າງຫຼວງຫຼາຍ.

ໂຄງການດັ່ງກ່າວແມ່ນໃຫຍ່ຫຼາຍ ແລະ ຫຼາກຫຼາຍດ້ານທີ່ອາດເຮັດໃຫ້ມັນຍາກທີ່ຈະຮັກສາໃຫ້ມັນເປັນລະບຽບ. ຕົວຢ່າງ ຮ່າງກົດໝາຍພື້ນຖານໂຄງລ່າງນັ້ນ, ປະກອບມີເງິນບໍ່ພຽງແຕ່ສຳລັບພື້ນ ຖານໂຄງລ່າງດັ້ງເດີມຄືຖະໜົນ ແລະ ຂົວຕ່າງໆເທົ່ານັ້ນ, ແຕ່ຍັງແມ່ນສຳລັບການປັບປຸງໂຮງຮຽນລັດ ແລະສະໜອງການເບິ່ງແຍງສຳລັບຜູ້ເຖົ້າ ແລະ ຄົນພິການດ້ວຍ.

ຕໍ່ໄປນີ້ ແມ່ນການແບ່ງໝວດໝູ່ຂອງການໃຊ້ຈ່າຍທີ່ຖືກສະເໜີ ແລະ ແທ້ຈິງ ທີ່ຖືກຄວບຄຸມໂດຍແຕ່ລະໂຄງການ. ໃນຂະນະທີ່ພັກເດໂມແຄຣັດ ຫົວເສລີນິຍົມໄດ້ຍົກຍ້ອງການໃຊ້ຈ່າຍຂອງລັດຖະ ບານ ທ່ານ ໄບເດັນ ນັ້ນ, ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ນິຍົມແນວທາງປານກາງບາງຄົນແມ່ນໄດ້ເປັນຫ່ວງ ກ່ຽວກັບ ລັດຖະບານຈະຊ່ວຍເຮັດໃຫ້ໜີ້ສິນເພີ່ມຂຶ້ນສູງເປັນປະຫວັດການ. ແຕ່ ແນວໃດກໍຕາມ, ພາຍໃຕ້ແຜນການຂອງທ່ານ ໄບເດັນ, ເງິນ 4 ພັນ 1 ຮ້ອຍຕື້ ໂດລາຂອງການໃຊ້ຈ່າຍໃໝ່ຈະຖືກຊົດເຊີຍໂດຍການຂຶ້ນພາສີຕໍ່ເສດຖີ ອາເມຣິກັນ ແລະ ບໍລິສັດຕ່າງໆ.

ແຜນການຊ່ວຍເຫຼືອຄົນອາເມຣິກັນ ທີ່ຮູ້ຈັກກັນໂດຍທົ່ວໄປໃນຊື່ໂຄງການ “ກະຕຸ້ນຊ່ວຍເຫຼືອ” ທີ່ມີມູນຄ່າ 1 ພັນ 9 ຮ້ອຍຕື້ໂດລາແມ່ນພຽງນຶ່ງໃນ 3 ໂຄງການທີ່ໄດ້ດຳເນີນການໃນປັດຈຸບັນນີ້. ມັນປະກອບມີຫຼາຍສິບອົງປະກອບ, ແຕ່ອັນທີ່ສຳຄັນທີ່ສຸດບາງອັນແມ່ນ:

ເງິນທຶນສຸກເສີນສຳລັບລັດ, ເທດສະບານ, ລັດຖະບານຊົນເຜົ່າ ແລະ ດິນແດນທັງຫຼາຍ 350 ຕື້ໂດລາ.

ການຈ່າຍເງິນໂດຍກົງນຶ່ງຄັ້ງ 1,400 ໂດລາ ແລະ ເງິນບຳລຸງ 300 ໂດລາປະຈຳອາທິດສຳລັບຜົນປະໂຫຍດຂອງຄົນຫວ່າງງານ 242 ຕື້ໂດລາ.

ເຄຣດິດພາສີທີ່ສາມາດຊົດເຊີຍໄດ້ລະຫວ່າງ​ 3,000 ແລະ 3,600 ໂດລາຕໍ່ເດັກນ້ອຍນຶ່ງຄົນ, ທີ່ຖືກຈ່າຍໃນແຕ່ລະເດືອນ ມູນຄ່າ 104 ຕື້ໂດລາ.

ເງິນຊ່ວຍເຫຼືອສຳລັບແຜນການເບ້ຍບຳນານທີ່ລົ້ມແຫຼວ ມູນຄ່າ 86 ຕື້ໂດລາ.

ເງິນທຶນສຳລັບອົງການຄຸ້ມຄອງເຫດສຸກເສີນຂອງລັດຖະບານກາງ 50 ຕື້ໂດລາ.

ການກວດ, ຫຼຸດຜ່ອນ ແລະ ຕິດຕາມ COVID-19 ມູນຄ່າ 47.8 ຕື້ໂດລາ.

ການຊ່ວຍເລືອຄ່າເຊົ່າເຮືອນແລະຫໍພັກສຳລັບຜູ້ເຊົ່າ ມູນຄ່າ 21.6 ຕື້ໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG