ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະຄອນທີວີ ເລື່ອງ 'Breaking Bad' ໄດ້ຮັບລາງວັນ Emmy (ສະໄລດ໌)


ດາຣານໍາສະແດງ ແລະຜູ້ສະແດງປະກອບອື່ນໆ ໃນເລຶ່ອງ
'Breaking Bad' ກໍາລັງຮັບລາງວັນ Emmy ສໍາລັບ ລະຄອນຊີວິດດີເດັ່ນ
ດາຣານໍາສະແດງ ແລະຜູ້ສະແດງປະກອບອື່ນໆ ໃນເລຶ່ອງ 'Breaking Bad' ກໍາລັງຮັບລາງວັນ Emmy ສໍາລັບ ລະຄອນຊີວິດດີເດັ່ນ
ລາງວັນກຽດຕິຍົດ​ສູງ​ສຸດ​ ຂອງ​ລາຍການ​ທີ​ວີ​ ຂອງ​ສະຫະລັດ ໄດ້​ມອບ​ໃຫ້​ແກ່​ການສະ​ແດງ ​ເລຶ່ອງນຶ່ງ ກ່ຽວ​ກັບ​ນາຍຄູ ທີ່​ກາຍ​ເປັນ​ລາຊາ​ຢາ​ເສບ​ຕິດ​ທີ່​ໂຫດຮ້າຍ​ຄົນ​ນຶ່ງ.

ລາຍ​ການ​ມອບ​ລາງວັນ Emmy Awards ທີ່​ອອກ​ອາກາດ​ເມື່ອ​ຕອນ​ແລງ​ວັນ​ອາທິດ ທີ່ Los Angeles ລັດ​ແຄ​ລິ​ຟໍ​ເນຍ ​ໄດ້​ໃຫ້​ກຽດ​ແກ່​ລະຄອນ​ທີວີ ປະ​ເພດ​ອາດຊະຍາ​ກໍາຄວາມ​ເຄ່ງ​ຄັດ​ໃນລັດທິ​ສາສະໜາ ​ເລຶ່ອງ Breaking Bad ​ໃຫ້​ເປັນລະຄອນເລຶ່ອງດີເດັ່ນ​ເປັນ​ເທື່ອ​ທໍາອິດ ທີ່​ຈະ​ອອກ​ໂຊ​ອັນ​ດັບ​ຫ້າ ​ທາງ​ເຄ​ເບິ​ລທີ​ວີ ​ແລະ​ໃນ​ລະດູ​ສຸດ​ທ້າຍ.

ລາງ​ວັນ​ກຽດຕິຍົດດີ​ເດັ່ນ​ປະ​ເພດ​ຕະຫຼົກ ມອບ​ໃຫ້ແກ່​ເລຶ່ອງ Modern Family ຂອງ ABC ມາ​ໃນ​ອັນ​ດັບ​ສີ່ ​ຕະຫຼອດປີ.



​ໃນ​ສິ່ງ​ທີ່​ສ້າງ​ຄວາມ​ປະຫຼາດ​ໃຈ​ນັ້ນ ກໍ​ຄື Jeff Daniels ຊະນະ​ລາງວັນ Emmy ປະ​ເພດ​ນັກສະ​ແດງ​ດີເດັ່ນ ​ໃນ​ລະຄອນ​ສໍາລັບ​ການ​ສະ​ແດງເປັນ anchoman ​ໃນ​ລາຍ ການ​ສະ​ແດງ​ທາງ​ເຄ​ເບິ​ລທີ​ວີ ​ເລຶ່ອງ The News room. ສ່ວນ Bryan Cranston ດາຣານໍາ​ສະ​ແດງ​ເລຶ່ອງ Breaking Bad ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ນິຍົມເພື່ອ​ຊະນະ​ລາງ ວັນ​ດັ່ງກ່າວ​ເປັນ​ເທື່ອ​ທີ​ສີ່.

ກຽດຕິຍົດດາ​ຣາລະຄອນຍິງ ສະ​ແດງ​ດີ​ເດັ່ນ​ ​ໄດ້​ແກ່ Claire Danes ສໍາ ລັບ​ປີ​ທີ່​ສອງ​ລຽນຕິດ ​ໃນ​ບົດບາດ​ຂອງ​ນາງ​ທີ່​ສະ​ແດງ​ເປັນ​ສາຍ​ລັບ​ຊີໄອ​ເອ ຜູ້​ມີ​ອາລົມ​ເຄິ່ງ​ດີ​ເຄິ່ງ ຮ້າຍ ​ໃນ​ລະຄອນ​ປະ​ເພດ​ກໍ່​ການ​ຮ້າຍ​ໃນ​ລາຍການ​ເຄ​ເບິລທີ​ວີ ​ເລຶ່ອງ The Homeland.
XS
SM
MD
LG