ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງກຳ​ລັງ ບ​ຣາ​ຊິີລ ເລີ່ມ​ຖືກ​ສົ່ງ​ ໄປ​ມອດ​ໄຟ​​ປ່າ ໃນເຂດອາ​ເມ​ຊອນ


ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍກະ​ຊວງ​ປ້ອງ​ກັນ​ປະ​ເທດ ບ​ຣາ​ຊິ​ລ, ເຮືອ​ບິນ ເຮີ​ຄິວ​ລີ​ສ C-130 ຖິ້ມ​ນ້ຳ​ເພື່ອມອດ​ໄຟໃນ​ປ່າ​ດົງ​ກິບ ອາ​ເມ​ຊອນ, ປະ​ເທດ ບ​ຣາ​ຊິ​ລ. 24 ສິງ​ຫາ, 2019.
ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍກະ​ຊວງ​ປ້ອງ​ກັນ​ປະ​ເທດ ບ​ຣາ​ຊິ​ລ, ເຮືອ​ບິນ ເຮີ​ຄິວ​ລີ​ສ C-130 ຖິ້ມ​ນ້ຳ​ເພື່ອມອດ​ໄຟໃນ​ປ່າ​ດົງ​ກິບ ອາ​ເມ​ຊອນ, ປະ​ເທດ ບ​ຣາ​ຊິ​ລ. 24 ສິງ​ຫາ, 2019.

ກອງ​ກຳ​ລັງ ບ​ຣາ​ຊິ​ລ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ເຮືອ​ບິນກອງ​ທັບ ໄດ້​ຖືກ​ສົ່ງ​ໄປ​ໃນ​ປ່າ
ອາເມຊອນ ໃນວັນເສົາວານນີ້ ເພື່ອຕໍ່ສູ້ກັບໄຟທີ່ໄດ້ໄໝ້ທົ່ວພາກພື້ນດັ່ງກ່າວ ແລະ ໄດ້
ກໍ່ໃຫ້ເກີດການປະທ້ວງຕໍ່ຕ້ານລັດຖະບານ ພ້ອມກັບການຄັດຄ້ານຈາກສາກົນຢ່າງຮຸນ
ແຮງ.

ປະ​ທາ​ນາ​ທິ​ບໍ​ດີ ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ຍັງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ບັນ​ເທົາ​ຄວາມ​ເປັນ​ຫ່ວງ
ຈາກທົ່ວໂລກ ໂດຍເວົ້າວ່າ ກ່ອນໜ້ານີ້ຂົງເຂດທີ່ມີການຕັດໄມ້ທຳລາຍປ່າໄດ້ຖືກໄຟ
ໄໝ້ ແລະ ວ່າເຂດປ່າ​ດົງ​ດິບແມ່ນບໍ່ໄດ້ຮັບຜົນກະທົບ. ເຖິງແມ່ນຈະເປັນແນວນັ້ນກໍຕາມ,
ໄຟໄໝ້ດັ່ງກ່າວກໍເບິ່ງຄືວ່າຈະມີການປຶກສາຫາລືຢ່າງຮີບດ່ວນ ໃນກອງປະຊຸມສຸດຍອດ
ຂອງບັນດາຜູ້ນຳ ກຸ່ມເຈັດປະເທດໃນ ຝຮັ່ງ ໃນອາທິດນີ້.

ກອງ​ກຳ​ລັງ​ປະ​ມານ 44,000 ຄົນ​ຈະ​ຖືກ​ສົ່ງ​ອອກ​ໄປ​ປະ​ຕິ​ບັດ​ການ “ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ”
ເພື່ອມອດໄຟ, ແລະ ກອງກຳລັງຕ່າງໆແມ່ນໄດ້ມຸ່ງໜ້າໄປຫົກລັດຕ່າງໆຂອງ ບຣາຊິລ
ທີ່ໄດ້ຂໍຄວາມຊ່ວຍເຫຼືອ, ອີງຕາມການກ່າວຂອງລັດຖະມົນຕີປ້ອງກັນປະເທດທ່ານ
ເຟີນານໂດ ອາເຊເວໂດ. ລັດທີ່ໄດ້ຂໍ້ຄວາມຊ່ວຍເຫຼືອນັ້ນແມ່ນ ຣາໄຣມາ, ຣອນໂດເນຍ,
ໂຕຄານຕິນສ໌, ປາຣາ, ອາເຄຣ ແລະ ມາໂຕ ກຣອສໂຊ.

ພາ​ລະ​ກິດ​ທຳ​ອິດ​ຂອງກອງ​ທັບ​ແມ່ນ​ຈະໄດ້​ດຳ​ເນີນ​ການ​ໂດຍກອງ​ກຳ​ລັງ 700 ຄົນ​ຢູ່​
ອ້ອມເມືອງ ປໍໂຕ ເວໂຢ, ເຊິ່ງແມ່ນເມືອງຫຼວງຂອງລັດ ຣອນໂດເນຍ, ອີງຕາມການກ່າວ
ຂອງທ່ານ ອາເຊເວໂດ. ທ່ານໄດ້ກ່າວວ່າກອງທັບຈະໃຊ້ເຮືອບິນ ເຮີຄິວລີສ C-130
ສອງລຳທີ່ມີຄວາມສາມາດໃນການຖິ້ມນ້ຳ 12,000 ລິດໃສ່ໄຟ.

ນັກ​ຂ່າວ​ຂອງ​ອົງ​ການ​ຂ່າວ AP ທີ່ໄດ້​ຂຶ້ນ​ເຮືອ​ບິນ​ຂ້າມ​ພາກ​ພື້ນ ປໍ​ໂຕ ເວ​ໂຢ ໃນ​ຕອນ​
ເຊົ້າຂອງວັນເສົາວານນີ້ ໄດ້ລາຍງານກ່ຽວກັບ ສະພາບຄວັນໄຟ ແລະ ວິໄສທັດຕ່ຳ.
ໃນວັນສຸກທີ່ຜ່ານມາ, ນັກຂ່າວຄົນດັ່ງກ່າວໄດ້ເຫັນຂົງເຂດທີ່ຖືກຕັດໄມ້ທຳລາຍປ່າ
ແລ້ວຫຼາຍແຫ່ງຖືກໄຟໄໝ້, ເຊິ່ງປາກົດວ່າເກີດຈາກການທີ່ປະຊາຊົນສະສາງພື້ນທີ່ດິນ,
ພ້ອມກັບຄວັນໄຟຂະໜາດໃຫຍ່ປິວອອກຈາກໄຟນັ້ນບ່ອນນຶ່ງ.

ເທດ​ສະ​ບານ​ເມືອງ ໂນ​ວາ ແຊນ​ຕາ ເຮ​ເລ​ນາ ໃນ​ລັດ ມາ​ໂຕ ກ​ຣອ​ສ​ໂຊ ຂອງ​ ບ​ຣາ​ຊິ​ລ
ກໍໄດ້ຮັບຜົນກະທົບໜັກເຊັ່ນກັນ. ລົດບັນທຸກຖືກພົບເຫັນແລ່ນຜ່ານຕາມທາງຫຼວງໃນ
ວັນສຸກທີ່ຜ່ານມາ ໃນຂະນະທີ່ແປວໄຟ ແລະ ຂີ້ເຖົ່າຍັງມີຄວັນປິວອອກມາຢູ່ເດີ່ນທາງ
ຟາກກົງກັນຂ້າມ.

ການ​ປະ​ຕິ​ບັດ​ການ​ຂອງກອງ​ທັບ​ ບ​ຣາ​ຊິ​ລ ໄດ້​ມີ​ຂຶ້ນຫຼັງ​ຈາກ​ການ​ຕຳ​ໜິ​ວິ​ຈານ​ຢ່າງ​
ກວ້າງຂວາງ ກ່ຽວກັບ ການຮັບມືກັບວິກິດການຂອງທ່ານ ໂບລໂຊນາໂຣ. ໃນວັນສຸກ
ທີ່ຜ່ານມາ, ປະທານາທິບໍດີ ໄດ້ອະນຸຍາດໃຫ້ກອງກຳລັງຕິດອາວຸດເດີນທາງໄປມອດ
ໄພ, ໂດຍເວົ້າວ່າ ທ່ານມີຄວາມມຸ່ງໝັ້ນທີ່ຈະປົກປ້ອງພາກພື້ນ ອາເມຊອນ.

ທ່ານ ອາ​ເຊ​ເວ​ໂດ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ຂໍ້​ສະ​ເໜີ​ຂອງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນ ທຣຳ ທີ່ຈະຊ່ວຍເຫຼືອ ບຣາຊິລ ມອດໄຟ, ແລະ
ໄດ້ກ່າວວ່າ ບໍ່ໄດ້ມີການຕິດຕາມການອີກ ກ່ຽວກັບ ບັນຫາດັ່ງກ່າວ.

ເບິ່ງ​ແມ່ນ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ຈ​າກ​ສາ​ກົນ​ກໍ​ຕາມ, ທ່ານ ໂບ​ລ​ໂຊ​ນາ​ໂຣ ກໍ​ໄດ້​ກ່າວ​ຕໍ່​
ບັນດານັກຂ່າວໃນວັນເສົາວານນີ້ວ່າ ສະຖານະການດັ່ງກ່າວໄດ້ກັບຄືນສູ່ສະພາບປົກ
ກະຕິແລ້ວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG