ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວບຣາຊິລ ພາກັນປະທ້ວງ ການແຕ່ງຕັ້ງ ຫົວໜ້າທີ່ປຶກສາ ປະທານາທິບໍດີຄົນໃໝ່


Brazil Protests
please wait
Embed

No media source currently available

0:00 0:01:02 0:00

ພວກປະທ້ວງໃນ Brazil

ພວກ​ປະ​ທ້ວງ​ໄດ້​ທຳ​ການ​ປະ​ທ້ວງ​ໃນ​ຫຼາຍ​ຫົວເມືອງຂອງ Brazil
​ໃນ​ວັນ​ພຸດ​ວານ​ນີ້ຊຶ່ງ​ພວກ​ ປະ​ທ້ວງ​ໄດ້​ປະນາມ​ການ​ເອົາ​ບາດກ້າວ
​ຂອງ​ທ່ານນາງ Dilma Rousseff ປະທານາທິບໍດີທີ່​ກຳລັງ​ປະສົບ
​ບັນຫາທີ່ຈະແຕ່ງ​ຕັ້ງອະ​ດີດ​ປະທານາທິບໍດີ Luiz Inacio Lula
da Silva
​ໃຫ້​ເປັນຫົວໜ້າ​ຄະນະ​ທີ່​ປຶກສາຂອງ​ທ່ານ​ນາງ.

ພວກ​ປະ​ທ້ວງ ປະມານ 2 ພັນ​ຄົນ ​ໄດ້ໄປ​ເຕົ້າ​ໂຮມ​ກັນ ​ໃນ​ວັນ​ພຸດ
​ວານ​ນີ້ ​ໃນ​ຖະໜົນ​ຫົນທາງ​ໃນ​ນະຄອນ Brazilia ​ແລະ​ນະຄອນ
Sao Paulo ຫຼັງ​ຈາກ​ທີ່​ທ່ານ Rousseff ​ໄດ້​ແຕ່​ງຕັ້ງທ່ານ​ Lula
ຜູ້​ຊຶ່ງໄດ້ອອກ​ຈາກ​ຕຳ​ແໜ່​ງດ້ວຍ​ຄວາມ​ນິຍົມ​ຊົມ​ຊອບ​ສູງ ​ໂດຍ
​ກ່າວ​ວ່າ ມັນ​ຈະ​ເປັນ​ການ​ເສີມ​ຄວາມ​ເຂັ້ມ​ແຂງໃຫ້​ແກ່​ລັດຖະບານ
​ຂອງ​ທ່ານ​ນາງ.

ອະດີດປະທານາທິບໍດີ Brazil ທ່ານ Luiz Inacio Lula da Silva ຂຶ້ນກ່າວໃນກອງປະຊຸມພວກປະທ້ວງ.
ອະດີດປະທານາທິບໍດີ Brazil ທ່ານ Luiz Inacio Lula da Silva ຂຶ້ນກ່າວໃນກອງປະຊຸມພວກປະທ້ວງ.

ພວກ​ປະ​ທ້ວງ ກ່າວ​ວ່າ ທ່ານ Lula ຖືກແຕ່ງ​ຕັ້ງ​ນີ້​ແມ່ນ ​ເພື່ອ​ປົກ
​ປ້ອງ ທ່ານ​ຈາກ​ການ​ຖືກ​ຟ້ອງ​ຮ້ອງ​ໃນ​ຄະດີ​ຄວາມ​ຂອງ​ການ​ຟອກ
​ເງິນທີ່​ພົວພັນ​ກັບບໍລິສັດ Petrobras ຂອງ​ລັດຖະບານ​ນັ້​ນ.

​ໃນ​ຖານະ​ທີ່​ເປັນ​ສະມາຊິກລັດຖະບານ​ຂອງ​ທ່ານນາງ Rousseff
ທ່ານ​ Lula ແມ່ນສາ ມາດທີ່​ຈະ​ຖືກ​ດຳ​ເນີນ​ຄະດີ​ໄດ້​ໂດຍສານ​ສູງ
​ສຸດ​ຂອງ​ປະ​ເທດ​ເທົ່າ​ນັ້ນ.

ທ່ານ​ Lula ​ໄດ້​ປະຕິ​ເສດ​ເຖິງ​ການ​ພົວພັນ​ກັບຂ່າວ​ນອງ​ນັນ​ຂອງ​
ບໍລິສັດ Petrobras.

ປະທານາທິບໍດີ ທ່ານນາງ Dilma Rousseff ເຂົ້າຮ່ວມກອງປະຊຸມທີ່ມະຫາວິທະຍາໄລ ໃນ ທຳນຽບປະທານາທິບໍດີ Planalto, ໃນນະຄອນ Brasilia, Brazil, 11 ມີນາ, 2016.
ປະທານາທິບໍດີ ທ່ານນາງ Dilma Rousseff ເຂົ້າຮ່ວມກອງປະຊຸມທີ່ມະຫາວິທະຍາໄລ ໃນ ທຳນຽບປະທານາທິບໍດີ Planalto, ໃນນະຄອນ Brasilia, Brazil, 11 ມີນາ, 2016.

​ແຕ່​ວ່າ​ເພີ້ມຕື່ມ​ໃສ່ຄວາມ​ບໍ່​ສະ​ງົບ​ໃນ​ວັນ​ພຸດ​ວານ​ນີ້​ແລ້ວ ​ກໍ​ແມ່ນ​
ການ​ນຳ​ອອກ​ມາ​ເຜີຍ​ແຜ່ ​ການ​ອັດ​ສຽງ​ຂອງຜູ້​ພິພາກສາ​ທີ່​ເປັນ​
ຫົວໜ້າໃນ​ການ​ສືບສວນ​ກ່ຽວ​ກັບບໍລິສັດ Petrobras ​ນັ້ນ. ​ຜູ້​ພິ
ພາກສາ ​ໄດ້​ກ່າວ​ວ່າ ການ​ອັດ​ສຽງໃນການ​ໂອ້​ລົມ​ສົນທະນາ​ທາງ
​ໂທລະສັບ​ທ່ານ​ Lula ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານຊອກ​ຫາ​ຊ່ອງທາງ
​ການ​ຊ່ວຍ​ເຫຼືອເພື່ອ​ຫຼີກ​ເວັ້ນການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະດີ.

​ໃນ​ສ່ວນ​ຂອງ​ທ່ານ​ນາງນັ້ນ ທ່ານນາງ Rousseff ​ແມ່ນ​ກຳລັງ​ຕໍ່ສູ້​
ກັບຄວາ​ມ​ພະຍາຍາມ​ຟ້ອງ​ຮ້ອງປົດທ່ານ​ນາງ ແລະ​ສະພາບ​ເສດ
ຖະກິດ​ທີ່​ຕົກ​ຕ່ຳ​ ພ້ອມໆ​ກັບຂ່າວ​ຂອງ​ນັນຂອງ​ເລື້ອງບໍລິສັດ
Petrobras. ທ່ານນາງ Rousseff ​ໄດ້​ຂຶ້ນ​ກັບ​ຕຳ​ແໜ່​ງ​ແທນ​ທ່ານ​ Lula ​ແລະພວກ​ຕິຕຽນ​ບາງ​ຄົນ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຄາດ​ຫວັງ​ວ່າ ທ່ານ​ຈະ​ລົງ​ແຂ່ງຂັນ​ເອົາ ຕຳ​ແໜ່​ງຕື່ມ​ອີກ​ເທື່ອ​ນຶ່ງ ​ເວລາ​ສ​ະໄໝຂອງ​ທ່ານນາງ Rousseff ສິ້ນ​ສຸດ​ລົງ​ແລ້ວ​ນັ້ນ.

XS
SM
MD
LG