ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະສະມາຊິກສະພາສູງຂອງ ບຣາຊີລ ສະເໜີໃຫ້ມີການຟ້ອງຮ້ອງທາງອາຍາ ຕໍ່ປະທານາທິບໍດີ ໂບລໂຊນາໂຣ


ແມ່ຍິງຄົນນຶ່ງ ເອົາທຸງຊາດມາຕຸ້ມຮ່າງກາຍແລ້ວຮ້ອງເພງຄໍາຂັວນໃນລະຫວ່າງຊຸມນຸມປະທ້ວງຕໍ່ຕ້ານປະທານາທິບໍດີ ໂບລໂຊນາໂຣຂອງບຣາຊີລ, ໃນເມືອງ ຣິໂອເດີຈາເນໂຣ, ປະເທດບຣາຊີລ, ວັນທີ 2 ຕຸລາ, ປີ 2021.
ແມ່ຍິງຄົນນຶ່ງ ເອົາທຸງຊາດມາຕຸ້ມຮ່າງກາຍແລ້ວຮ້ອງເພງຄໍາຂັວນໃນລະຫວ່າງຊຸມນຸມປະທ້ວງຕໍ່ຕ້ານປະທານາທິບໍດີ ໂບລໂຊນາໂຣຂອງບຣາຊີລ, ໃນເມືອງ ຣິໂອເດີຈາເນໂຣ, ປະເທດບຣາຊີລ, ວັນທີ 2 ຕຸລາ, ປີ 2021.

ຄະນະກໍາມະການພິເສດສະພາສູງຂອງບຣາຊີລ ໄດ້ມີການເຫັນດີຢ່າງເປັນທາງການວ່າ ປະທານາ ທິບໍດີ ຈາແອ ໂບລໂຊນາໂຣ (Jair Bolsonaro) ຕ້ອງປະເຊີນຂໍ້ຫາທາງອາຍາກ່ຽວກັບການຈັດ ການການລະບາດໃຫຍ່ຂອງໂຄວິດ-19 ທີ່ເຮັດໃຫ້ມີຜູ້ຄົນເສຍຊີວິດເຖິງ 600,000 ຄົນຂອງທ່ານ, ເຊິ່ງເປັນຈໍານວນໂຕເລກຜູ້ເສຍຊີວິດທີ່ສູງເປັນອັນດັບສອງຂອງໂລກຮອງຈາກສະຫະລັດ.

ຄະນະກໍາມະການໄດ້ລົງຄະແນນສຽງ 7 ຕໍ່ 4 ໃນມື້ວັນອັງຄານວານນີ້ ໃນການລົງຊື່ຮັບຮອງຮ່າງລາຍງານທີ່ມີຄວາມຍາວເກືອບ 1,200 ໜ້າ, ທີ່ຮ່າງໂດຍສະມາຊິກສະພາສູງ ທ່ານ ຣີແນນ ຄາລເຮີຍໂຣສ (Renan Calheiros) ທີ່ຕັ້ງຂໍ້ຫາທ່ານ ໂບລໂຊນາໂຣ ໃນການປະຕິບັດງານທີ່ຊຸກຍູ້ການປິ່ນປົວຮັກສາທີ່ບໍ່ໄດ້ຮັບການພິສູດເຊັ່ນຢາ ໄຮດຣອກຊີໂຄລໂຣຄູອີນ (hydroxychloroquine) ແມ່ນກະທັ້ງຫຼັງຈາກມັນໄດ້ສະແດງໃຫ້ເຫັນບໍ່ມີປະສິດທິພາບ ແລະ ເຮັດໃຫ້ການຈັດຊື້ວັກຊີນທີ່ຫລ້າຊ້າ. ລາຍງານດັ່ງກ່າວໄດ້ລະບຸວ່າທ່ານ ໂບລໂຊນາໂຣ ເຊື່ອວ່າການປ່ອຍໃຫ້ໄວຣັສແຜ່ກະ ຈາຍໄປທົ່ວ ບຣາຊີລ ຈະເຮັດໃຫ້ຜູ້ຄົນຈໍານວນຫລາຍມີພູມຄຸ້ມກັນ, ເມື່ອປະຊາຊົນເຫລົ່ານັ້ນມີພູມຄຸ້ມກັນທີ່ພຽງພໍຕໍ່ການຕິດເຊື້ອພະຍາດໃນຄັ້ງທີ່ຜ່ານມາ ແລະໃນທີ່ສຸດກໍ່ຢຸດການແຜ່ລະບາດຕໍ່ໄປ.

ລາຍງານຍັງໄດ້ຕ້ອງຕິປະທານາທິບໍດີທີ່ອ້າງວ່າເປັນການຫລອກລວງໃນການຖ່າຍທອດສົດໃນສື່ສັງຄົມໃນອາທິດທີ່ຜ່ານມາວ່າ ປະຊາຊົນຢູ່ໃນ ສະຫະລາດຊະອານາຈັກອັງກິດ ທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບຖ້ວນແມ່ນມີການພັດທະນາໂຣກ ເອດສ “ໄວກວ່າທີ່ຄາດການໄວ້.”

ລາຍງານ, ເຊິ່ງເປັນຜົນມາຈາກການສືບສວນສອບສວນ 6 ເດືອນກ່ຽວກັບການປະຕິບັດວຽກງານຂອງທ່ານ ໂບລໂຊນາໂຣ ຕໍ່ການລະບາດຄັ້ງໃຫຍ່ນັ້ນ, ຮຽກຮ້ອງໃຫ້ໄອຍະການຕັ້ງຂໍ້ຫາປະທານາທິບໍດີ ດ້ວຍຂໍ້ຫາທາງອາຍາທັງໝົດ 9 ຂໍ້ຫາ ລວມມີ ການຫລອກລວງ, ປຸກລະດົມໃຫ້ເກີດອາຊະຍາກໍາ ແລະອາຊະຍາກໍາຕໍ່ມວນມະນຸດ ເຊິ່ງອາດຈະນໍາໄປສູ່ການຟ້ອງຮ້ອງດໍາເນີນຄະດີກັບທ່ານໂດຍສານອາຍາລະຫວ່າງປະເທດ. ນອກຈາກນີ້ ຍັງຮຽກຮ້ອງໃຫ້ມີການຟ້ອງສອງບໍລິສັດ ແລະ 77 ຄົນ, ໂດຍໃນນີ້ມີຫລາຍສິບຄົນທີ່ເປັນອະດີດເຈົ້າໜ້າທີ່ລັດຖະບານ ແລະເຈົ້າໜ້າທີ່ລັດຖະບານໃນປັດຈຸບັນ, ແລະບັນດາພັນທະມິດຂອງປະທານາທິບໍດີ ລວມເຖິງລູກຊາຍທັງສາມຄົນຂອງທ່ານ, ນຶ່ງໃນນັ້ນແມ່ນສະມາຊິກສະພາສູງຄົນສໍາຄັນ.

ຄະນະກໍາມະການດັ່ງກ່າວໄດ້ຢືນໄວ້ອາໄລໃຫ້ຜູ້ເຄາະຮ້າຍຂອງໂຣກລະບາດນຶ່ງນາທີໃນຕອນທ້າຍຂອງການຮັບຟັງຄະດີໃນມື້ວັນອັງຄານວານນີ້.

ທ່ານ ໂບລໂຊນາໂຣ ໄດ້ຖືກກ່າວປະນາມສຳລັບການບໍ່ໃຫ້ຄວາມສຳຄັນຕໍ່ຄວາມຮ້າຍແຮງຂອງໂຣກລະບາດດ້ວຍການບໍ່ຍອມຮັບຄວາມພະຍາຍາມຫຼຸດຜ່ອນຕ່າງໆຄື ການໃສ່ໜ້າກາກ, ການເວັ້ນໄລຍະຫ່າງ, ການປິດເມືອງ ແລະການສັກຢາວັກຊີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG