ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດບຣາຊີລ ສອບຖາມ ພວກສະໜັບສະໜຸນ ໂບໂຊນາໂຣ ກ່ຽວກັບການກໍ່ຈະລາຈົນ ຢູ່ທີ່ຕຶກຂອງລັດຖະສະພາ


ຫົວຂອງຮູບປັ້ນ ເທພີແຫ່ງຄວາມຍຸຕິທຳ ຫຼື Lady Justice ແມ່ນເຫັນຕັ້ງຢູ່ເທິງພື້ນ ຫຼັງຈາກເກີດການກໍ່ຈະລາຈົນ ຕໍ່ຕ້ານປະຊາທິປະໄຕ ຂອງບຣາຊີລ, ຢູ່ທີ່ຕຶກຂອງສານສູງສຸດ ໃນນະຄອນຫຼວງ ບຣາຊີເລຍ ຂອງປະເທດບຣາຊີບ, ວັນທີ 10 ມັງກອນ 2023.
ຫົວຂອງຮູບປັ້ນ ເທພີແຫ່ງຄວາມຍຸຕິທຳ ຫຼື Lady Justice ແມ່ນເຫັນຕັ້ງຢູ່ເທິງພື້ນ ຫຼັງຈາກເກີດການກໍ່ຈະລາຈົນ ຕໍ່ຕ້ານປະຊາທິປະໄຕ ຂອງບຣາຊີລ, ຢູ່ທີ່ຕຶກຂອງສານສູງສຸດ ໃນນະຄອນຫຼວງ ບຣາຊີເລຍ ຂອງປະເທດບຣາຊີບ, ວັນທີ 10 ມັງກອນ 2023.

ຕຳຫຼວດຂອງບຣາຊີລ ໃນວັນອັງຄານວານນີ້ ໄດ້ສອບຖາມພວກສະໜັບສະໜຸນ ອະດີດປະທານາທິບໍດີຂວາຈັດ ຈາແອ ໂບໂຊນາໂຣ ປະມານ 1,000 ຄົນ ທີ່ຖືກຄຸມໂຕ ຢູ່ພາຍໃນຫ້ອງຫັດກາຍຍະກຳ ໃນນະຄອນຫຼວງບຣາຊີເລຍ.

ພວກເຂົາກຳລັງສືບສວນສອບສວນ ການກໍ່ຈະລາຈົນຕໍ່ຕ້ານລັດຖະບານ ເມື່ອທ້າຍອາທິດຜ່ານມາ ທີ່ໄດ້ທຳລາຍຕຶກອາຄານສາທາລະນະເສຍຫາຍຢ່າງໜັກ ໃນການປະທ້ວງຕໍ່ຕ້ານປະທານາທິບໍດີຄົນໃໝ່ ທ່ານລູອິສ ອີນາຊີໂອ ລູລາ ດາ ຊີລວາ.

ພວກທີ່ຖືກຄວບຄຸມໂຕ ໄດ້ອາໄສຢູ່ໃນບ່ອນພັກແຮມຊົ່ວຄາວ ຢູ່ໃນນະຄອນ ຫຼວງບຣາຊີເລຍ ຊຶ່ງພວກທະຫານໄດ້ມ້າງລົງໃນວັນຈັນຜ່ານມານີ້ ນຶ່ງວັນຫຼັງຈາກພວກປະທ້ວງຫຼາຍຮ້ອຍຄົນພາກັນອອກໄປຈາກທີ່ນັ້ນ ເພື່ອບຸກເຂົ້າໄປໃນລັດຖະສະພາຂອງບຣາຊີລ ສານສູງສຸດ ແລະທຳ​ນຽບປະທານາທິບໍດີ.

ພວກປະທ້ວງ ໄດ້ຮຽກຮ້ອງໃຫ້ກອງທັບກໍ່ລັດຖະປະຫານ ໃຫ້ຕ່າວປີ້ນ ການເລືອກຕັ້ງໃນເດືອນຕຸລາ ທີ່ທ່ານໂບໂຊນາໂຣ ໄດ້ຜ່າຍແພ້ຕໍ່ທ່ານລູລາ ຝ່າຍຊ້າຍ ຢ່າງວຸດວິດ.

ຜູ້ພິພາກສາສານສູງສຸດ ອາແລັກແຊນເດຣີ ເດີ ໂມຣາເອສ ໄດ້ປະຕິຍານໃນຄຳປາໄສທີ່ຈະຕໍ່ສູ້ຕ້ານ “ພວກກໍ່ການຮ້າຍ” ຜູ້ທີ່ໄດ້ກະທຳລົງໄປໃນນະຄອນຫຼວງບຣາຊີເລຍ. ພວກປະທ້ວງປະມານ 200 ຄົນ ໄດ້ຖືກຈັບກຸມແລະ ຖືກຄວບຄຸມໂຕ ຢູ່ໃນສະຖານທີ່ກັກຂັງນັກໂທດ ສຳລັບບົດບາດຂອງພວກເຂົາ ໃນການກໍ່ຈະລາຈົນເມື່ອວັນອາທິດຜ່ານມານີ້.

“ປະຊາທິປະໄຕ ຈະຢູ່ຍົງຕໍ່ໄປ ແລະສະຖາບັນຕ່າງໆຂອງບຣາຊີລ ຈະບໍ່ຖືກບິດບ້ຽວ” ທ່ານໂມຣາເອສ ໄດ້ກ່າວຢູ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງໃໝ່ ຫົວໜ້າຂອງຕຳຫຼວດລັດຖະບານກາງ.

ພວກປະທ້ວງທີ່ຖືກຄຸມໂຕຢູ່ໃນຫ້ອງອອກກຳລັງກາຍ ບາງສ່ວນຄຸມໂຕພວກເຂົາດ້ວຍທຸງຊາດຂອງບຣາຊີລ ໄດ້ພາກັນນອນຢູ່ພື້ນ. ບາງສ່ວນຈົ່ມຕໍ່ນັກຂ່າວຂອງອົງການຂ່າວຣອຍເຕີສ໌ ວ່າ ພວກເຂົາຖືກຄຸມໂຕໂດຍບໍ່ມີກຳນົດແລະໃຫ້ອາຫານ ການກິນຂີ້ຮ້າຍຫຼາຍ. ພວກເຂົາຮ້ອງເພງແລະຖ່າຍຮູບດ້ວຍຕົນເອງ ຫຼື ແຊລຟີ້ ເອົາວີດີໂອລົງໃນສື່ສັງຄົມໃຫ້ຄົນເຫັນ.

ທ່ານລູລາ ຜູ້ທີ່ໄດ້ເຂົ້າດຳລົງຕຳແໜ່ງເມື່ອວັນປີໃໝ່ ໄດ້ພົບກັບຫົວໜ້າສານສູງສຸດ ບັນດາຜູ້ນຳລັດຖະສະພາ ແລະບັນດາຜູ້ປົກຄອງລັດ ໃນວັນຈັນຜ່ານມານີ້ ໃນການສະແດງເຖິງຄວາມສາມັກຄີແຫ່ງຊາດ ເພື່ອປະນາມການກໍ່ຈະລາຈົນ. ພວກເພິ່ນໄດ້ລົງໄປເບິ່ງຜົນເສຍຫາຍຕ່າງໆຕໍ່ຕຶກສານສູງສຸດ ຊຶ່ງເປັນສະຖານທີ່ທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ ໂດຍພວກຈະລາຈົນທີ່ສະໜັບສະໜຸນໂບໂຊນາໂຣ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG