ຕໍາຫລວດເບຣຊິນ ຢູ່ນະຄອນ ຣິໂອ ເດີ ເຈແນໂຣ ເວົ້າວ່າ ພວກເຂົາເຈົ້າສາມາດຄວບຄຸມສະຖານະການໃນເຂດສະລໍາ Vila Cruzerio ທີ່ເປັນຄຸ້ມບ່ອນຢູ່ຂອງພວກທຸກຈົນໄດ້ແລ້ວ ພາຍຫລັງທີ່ມີການກໍ່ຄວາມວຸ້ນວາຍ ຂຶ້ນເປັນເວລາ 5 ມື້ ຊຶ່ງເຮັດໃຫ້ 23 ຄົນເສຍຊີວິດ.
ພວກເຈົ້າໜ້າທີ່ເວົ້າວ່າ ລົດກັນກະສູນປືນຂອງທະຫານໄດ້ ບັນທຸກເອົາຕໍາຫລວດໄປຍັງເຂດຄຸ້ມຄົນທຸກນັ້ນ ໃນຂະນະທີ່ພວກຄົນຮ້າຍ ພາກັນລົບໜີເຂົ້າໄປຢູ່ໃນໃກ້ເຂດຄຸ້ມຄົນຈົນແຫ່ງອື່ນໆທີ່ຢູ່ໄກ້ໆກັນນັ້ນ. ຄາດວ່າກຳລັງປ້ອງກັນຄວາມສະງົບຂອງລັດຖະບານກາງ ຈະຍ້າຍເຂົ້າໄປປະຈຳຢູ່ໃນເຂດຄຸ້ມດັ່ງກ່າວໃນວັນສຸກ ຊຶ່ງກໍຄືຕອນແລງຂອງມື້ນີ້ຕາມເວລາໃນເມືອງລາວ.
ພວກເຈົ້າໜ້າທີ່ເວົ້າວ່າ ລົດລາ 30 ຄັນຖືກຈູດເຜົາໃນລະຫວ່າງການກໍ່ຄວາມຮຸນແຮງ ຈົນເຖິງເວລາຕຳຫລວດເຂົ້າໄປຄວບຄຸມຄວາມສະງົບໃນເຂດດັ່ງກ່າວ.