ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນບຣາຊີລ ປ່ອນບັດ ເອົາປະທານາທິບໍດີ ໃໝ່


ຊາວບຣາຊີລ ພາກັນແລ່ນ ໄປຍັງໜ່ວຍປ່ອນບັດ ຫລັງຈາກ ທີ່ປະຕູໄຂຂຶ້ນ ໃນໂຮງຮຽນແຫ່ງຕ່າງໆ, ວັນທີ 5 ຕຸລາ 2014.
ຊາວບຣາຊີລ ພາກັນແລ່ນ ໄປຍັງໜ່ວຍປ່ອນບັດ ຫລັງຈາກ ທີ່ປະຕູໄຂຂຶ້ນ ໃນໂຮງຮຽນແຫ່ງຕ່າງໆ, ວັນທີ 5 ຕຸລາ 2014.

ປະຊາຊົນ​ບຣາຊີ​ລຫຼາຍ​ລ້ານ​ຄົນ ​ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ
​ວັນ​ອາທິດມື້​ນີ້ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ທີ່​ຄາດ​ວ່າ
ຈະ​ຍັງ​ຜົນ​ໃຫ້​ມີ​ການ​ໂຄສະນາ​ຫາ​ສຽງ​ອີກ​ຄັ້ງ​ນຶ່ງ ​ແລະ​ການ
​ປ່ອນ​ບັດບັ້ນ​ຕັດສິນ​ຊີ້​ຂາດ ໃນ​ທ້າຍ​ເດືອນ​ນີ້.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ປະທານາທິບໍດີ Dilma Rous
seff ທີ່​ກຳລັງ​ພະຍາຍາມ​ໃຫ້​ໄດ້ ເປັນປະທານາທິບໍດີ​ສະໄໝ​
ທີ​ສອງ ​ຄາດວ່າຈະ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຫລາຍ​ກວ່າໝູ່
​ໃນ​ການ​ປ່ອນ​ບັດ​ວັນອາ ທິດ​ມື້​ນີ້ ​ແຕ່​ເບິ່ງ​ຄື​ວ່າ ທ່ານ​ນາງ​ຈະ​ບໍ່
​ໄດ້​ຮັບ​ສຽງຂ້າງ​ຫຼາຍ​ຢ່າງ​ຂາດ​ ຮອຍ ​ເພື່ອ​ຫຼີກ​ລ່ຽງ​ການ​ເລືອກ​
ຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ​ນັ້ນ.

ທ່ານ​ນາງ Rousseff ມີ​ຄູ່​ແຂ່ງຂັນສຳຄັນ​ສອງ​ຄົນ ຄືນຶ່ງ​ແມ່ນ​ທ່ານ​ນາງ Marina Silva
ວີລະ​ສະຕີຂອງ​ຂະ​ບວນການ​ອະນຸລັກ​ໂລກ ​ທີ່​ໄດ້ແຍກ​ອອກຈາກ​ພັກ​ລັດຖະບານ ​ແລະເຂົ້າ
ໄປ​ສັງກັດ​ພັກ​ສັງຄົມ​ນິຍົມ​ບຣາຊີ​ລ ​ແລະ​ອີກ​ຄົນ​ນຶ່ງ ​ແມ່ນທ່ານ Aecio Neves ສັງກັດ​ພັກ​ສັງຄົມ​ປະຊາທິປັດ ຊຶ່ງປັດຈຸບັນເປັນ​ສະມາຊິກ​ສະພາ​ສູງ ​ແລະ​ເປັນ​ອະດີດ​ຜູ້​ວ່າການລັດ.

ພວກ​ຕຳ​ໜິຕິຕຽນກ່າວ​ວ່າ ປະທານາທິບໍດີ Rousseff ສາມາດ​ກາງ​ຕໍ່ການ​ສະໜັບສະໜຸນ​
ຈາກ​ຊົນ​ຊັ້ນ​ອອກ​ແຮງງານ​ບຣາຊີ​ລ​ໄດ້ ຍ້ອນໂຄງການປະຊາ​ສົງ​ເຄາະ​ທີ່​ໃຫ້​ເງິນ​ຊ່ວຍເຫລືອ​
ຢ່າງ​ຫລວງຫລາຍ ຊຶ່ງລິ​ເລີ້ມ​ຂຶ້ນ​ໃນ​ລະຫວ່າງການ​ດຳລົງ​ຕຳ​ແໜ່​ງ 2 ສະໄໝ ຂອງປະທາ
ນາທິບໍດີ​ຄົນ​ກ່ອນ ​ທ່ານ Luiz Inacio Lula da Silva ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ
ປະຊາຊົນ​ຢ່າງ​ຫຼວງ​ຫຼາຍນັ້ນ.

rousseffvoting5october14
please wait

No media source currently available

0:00 0:01:18 0:00

XS
SM
MD
LG