ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກປະທ້ວງ ປະທະ ກັບຕຳຫຼວດ ທີ່ສະຖານີ ລົດໄຟ Rio (ສະ​ໄລ​ດ໌/​ວີ​ດີ​ໂອ)


ມີການຈູດບັ້ງໄຟດອກ ຂະນະທີ່ສະມາຊິກ ຂະບວນການ "Free Pass" ບຸກເຂົ້າໄປໃນ ສູນກາງສະຖານີລົດໄຟ ເພື່ອຮຽກຮ້ອງ ບໍ່ໃຫ້ຂຶ້ນພາສີລະບົບການຂົນສົ່ງ ທີ່ນະຄອນ Rio de Janeiro (6 ກຸມພາ 2014)
ມີການຈູດບັ້ງໄຟດອກ ຂະນະທີ່ສະມາຊິກ ຂະບວນການ "Free Pass" ບຸກເຂົ້າໄປໃນ ສູນກາງສະຖານີລົດໄຟ ເພື່ອຮຽກຮ້ອງ ບໍ່ໃຫ້ຂຶ້ນພາສີລະບົບການຂົນສົ່ງ ທີ່ນະຄອນ Rio de Janeiro (6 ກຸມພາ 2014)
ພວກປະທ້ວງຫຼາຍຮ້ອຍຄົນໃນບຣາຊີລ ໄດ້ປະທະກັບຕຳຫຼວດ ທີ່
ສູນກາງຂົນສົ່ງ ໃນນະຄອນ Rio de Janiero ໃນການປະທ້ວງຕໍ່
ການຂຶ້ນຄ່າໂດຍສານ ລົດເມ ແລະລົດໄຟ ຫຼາຍສົມຄວນ.

ຕຳຫຼວດປາບຈະລາຈົນ ໄດ້ໃຊ້ໄມ້ຄ້ອນ ແລະລະເບີດນໍ້າຕາ ເພື່ອ
ຫາທາງເຂົ້າຄວບຄຸມ ຢູ່ທາງໃນ ຂອງສະຖານີໃຫຍ່ Central do
Brasil ບ່ອນທີ່ພວກປະທ້ວງ ໄດ້ພາກັນອັດທາງເຂົ້າ ທີ່ເປັນປະຕູ
ໝູນໃນວັນພະຫັດວານນີ້ຊຶ່ງອະນຸຍາດໃຫ້ຜູ້ໂດຍສານຈຳນວນນຶ່ງ
ໄດ້ຂີ່ລົດໄຟຟຣີ. ການຂຶ້ນຄ່າໂດຍສານ ຊຶ່ງຈະມີຜົນບັງຄັບໃຊ້ ໃນ
ວັນເສົາມື້ອື່ນນີ້ ແມ່ນເກືອບ 10 ເປີເຊັນ.



ມືກ້ອງຄົນນຶ່ງຂອງສະຖານີໂທລະພາບທ້ອງຖິ່ນໄດ້ຖືກວັດຖຸລະເບີດທີ່ຫົວ ແລະມີລາຍງານ
ວ່າ ເຂົ້າຮັບການພະຍາບານຢູ່ທີ່ໂຮງໝໍດ້ວຍອາຫານສາຫັດ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ
ວ່າ ແມ່ນ ພວກປະທ້ວງ ຫລືຕຳຫຼວດເປັນຜູ້ຮັບຜິດຊອບກ່ຽວກັບເລຶ່ອງນີ້.

ສື່ມວນຊົນທ້ອງຖິ່ນລາຍງານວ່າ ມີປະມານ 20 ຄົນຖືກຈັບ ໃນລະຫວ່າງການປະທ້ວງ.

ພວກປະທ້ວງກ່າວວ່າ ເຂົາເຈົ້າບໍ່ພໍໃຈເປັນຢ່າງຍິ່ງ ບໍ່ພຽງແຕ່ວ່າ ມີການຂຶ້ນຄ່າໂດຍສານທໍ່
ນັ້ນ ແຕ່ຍ້ອນເຂົາເຈົ້າເວົ້າວ່າ ທັງໆທີ່ໄດ້ມີການຂຶ້ນພາສີ ການບໍລິການສາທາລະນະຕ່າງໆ ເຊັ່ນການຂົນສົ່ງ ສາທາລະນະສຸກ ແລະການສຶກສາ ຍັງມີຄຸນນະພາບຕໍ່າ ນຳດ້ວຍ.

Brazil
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG