ສານສູງສຸດບຣາຊີລ ໄດ້ລົງຄະແນນສຽງ ໃນວັນພະຫັດມື້ນີ້ ປະຕິເສດຕໍ່ການຮ້ອງຂໍ
ຂອງອະດີດປະທານາທິບໍດີບຣາຊີລ ທ່ານຫລຸຍສ໌ ອີນາຊິໂອ ລູລາ ດາ ຊິລວາ (Luiz
Inacio Lula da Silva) ທີ່ບໍ່ຢາກເຂົ້າຄຸກ ໃນຂະນະທີທ່ານໄດ້ຂໍອຸທອນ ໃນຄະດີ
ສໍ້ລາດບັງຫຼວງນັ້ນ.
ໃນການຕັດສິນດ້ວຍຄະແນນສຽງ 6 ຕໍ່ 5 ນັ້ນ ແມ່ນໄດ້ສ້າງຄວາມເສຍຫາຍຢ່່າງໜັກ
ຕໍ່ຜູ້ສະໝັກແຖວໜ້າ ໃນການເລືອກຕັ້ງປະທານາທິບໍດີ ໃນປີນີ້ ຂອງປະເທດທີ່ີໃຫຍ່
ທີ່ສຸດ ໃນ ອາເມຣິກາລາຕິນ.
ໃນຂະນະທີ່ລົດຊຶ່ງເຊື່ອວ່າ ນຳເອົາທ່ານລູລາເຂົ້າໄປໃນບໍລິເວນຕຶກຂອງສ່ວນບຸກຄົນ
ພວກທີ່ສະໜັບສະໜຸນທ່ານ ຢູ່ຂ້າງນອກ ໃຫ້ຄຳໝັ້ນສັນຍາວ່າ ຈະທຳການການຕໍ່ສູ້ຕໍ່ໄປ.
ທ່ານລູລາ ແລະພວກທີ່ສະໜັບສະໜຸນທ່ານກ່າວວ່າ ຂໍ້ຫາສໍ້ລາດບັງຫຼວງ ແມ່ນມີຈຸດ
ປະສົງທາງການເມືອງ. ເຈົ້າໜ້າທີ່ໃນຫຼາຍໆເມືອງ ແມ່ນພວມກຽມຮັບມືກັບການປະທ້ວງ ທັງສະໜັບສະໜຸນ ແລະຕໍ່ຕ້ານ ຕໍ່ອະດີດປະທານາທິບໍດີ.
ຄວາມບໍ່ສາມາດຂອງທ່ານດາ ຊິລວາ ທີ່ຈະກຳຈັດໂທດຕິດຄຸກ ເປັນເວລາ 12 ປີນັ້ນ
ໝາຍຄວາມວ່າ ທ່ານຈະຖືກຈຳຄຸກໃນໄວໆນີ້ ເຖິງແມ່ນວ່າອາດຈະໄດ້ລໍຖ້າໄປຈົນຮອດ
ຢ່າງໜ້ອຍ ສັບປະດາໜ້າ ເນື່ອງຈາກບັນຫາທາງດ້ານເທັກນິກຫຼາຍໆຢ່າງ.
ທ່ານດາ ຊິລວາໄດ້ຖືກຕັດສິນໂທດໃນເດືອນກໍລະກົດປີກາຍ ຍ້ອນຊ່ອຍບໍລິສັດກໍ່ສ້າງ
ໃຫ້ໄດ້ຮັບສັນຍາທີ່ງາມໆ ເພື່ອແລກປ່ຽນກັບຄຳໝັ້ນສັນຍາ ທີ່ຈະໄດ້ຮັບຫ້ອງພັກທີ່ຫາດ
ຊາຍແຄມທະເລ. ທ່ານໄດ້ປະຕິເສດຕໍ່ການກະທຳຜິດໃນຄະດີສໍ້ລາດບັງຫຼວງດັ່ງກ່າວ ຫລືຄະດີສໍ້ລາດບັງຫຼວງອື່ນໆທີ່ຍັງບໍ່ທັນມີການຍື່ນຟ້ອງເທື່ອ.
ສານອຸທອນໄດ້ຕັດສິນເຫັນພ້ອມ ກັບຄວາມຜິດ ໃນເດືອນມັງກອນ ປີນີ້.