ປະທານາທິບໍດີຂອງ ບຣາຊິລ ທ່ານ ຫຼຸຍ ອິນາຊີໂອ ລູລາ ດາ ຊິລວາ ໄດ້ກ່າວໃນວັນພຸດວານນີ້ວ່າທ່ານໄດ້ສົ່ງກອງກຳລັງຕິດອາວຸດເພື່ອຂະຫຍາຍການຮັກສາຄວາມປອດໄພຢູ່ສະໜາມບິນ, ທ່າເຮືອ ແລະ ເຂດຊາຍແດນສາກົນ ທີ່ສຳຄັນທີ່ສຸດບາງແຫ່ງຂອງປະເທດ ດັ່ງກັບສ່ວນນຶ່ງຂອງຄວາມພະຍາຍາມຄັ້ງໃໝ່ເພື່ອປາບປາມການກໍ່ອາຊະຍາກຳໃນປະເທດທີ່ໃຫຍ່ທີ່ສຸດຂອງລາຕິນ ອາເມຣິກາ.
ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນຫຼັງຈາກສະມາຊິກຂອງແກັ່ງອາຊະຍາກອນໄດ້ຈູດລົດເມຫຼາຍສິບຄັນໃນນະຄອນ ຣີໂອ ເດ ຈາເນໂຣ, ເຊິ່ງປາກົດວ່າເປັນການແກ້ແຄ້ນສຳລັບການທີ່ຕຳຫຼວດໄດ້ຂ້າຫຼານຊາຍຂອງຜູ້ນຳຂອງພວກເຂົາ.
ທ່ານ ລູລາ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ບຣາຊິເລຍ ຫຼັງຈາກໄດ້ເຊັນດຳລັດວ່າ “ພວກເຮົາໄດ້ມາຮອດສະຖານະການທີ່ຮ້າຍແຮງຫຼາຍ. ສະນັ້ນພວກເຮົາໄດ້ທຳການຕັດສິນໃຈທີ່ຈະມີລັດຖະບານກາງເຂົ້າຮ່ວມຢ່າງແຂງຂັນ, ກັບທຸກໂອກາດທີ່ເປັນໄປໄດ້, ເພື່ອຊ່ວຍເຫຼືອລັດຖະບານຂອງລັດຕ່າງໆ, ແລະ ປະເທດ ບຣາຊິລ ເອງ, ເພື່ອກຳຈັດການກໍ່ອາຊະຍາກຳ.”
ບຣາຊິລ ໄດ້ສົ່ງສະມາຊິກຂອງກອງທັບບົກ, ທະຫານເຮືອ ແລະ ກອງທັບອາກາດ 3,600 ຄົນ ເພື່ອຂະ
ຫຍາຍການລາດຕະເວນ ແລະ ກວດກາສະໜາມບິນສາກົນໃນນະຄອນ ຣີໂອ ແລະ ເມືອງ ຊາວ ປາວໂລ, ພ້ອມກັບທ່າເຮືອທາງທະເລສອງແຫ່ງໃນນະຄອນ ຣີໂອ ແລະ ທ່າເຮືອ ແຊນຕອສ ຂອງເມືອງ ຊາວ ປາວໂລ, ເຊິ່ງແມ່ນແອອັດທີ່ສຸດໃນ ລາຕິນ ອາເມຣິກາ ແລະ ເປັນສູນກາງການສົ່ງອອກທີ່ສຳຄັນສຳລັບຢາເສບຕິດ ໂຄເຄນ.