ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ລົງ​ຄະ​ແນ​ນສຽງເລືອກຕັ້ງ ຂອງບຣາຊິລ ລົບລ້າງຄະດີຕ້ານ ປະທານາທິບໍດີ Temer


ຜະທານາທິບໍດີ ບຣາຊິລ ທ່ານ Michel Temer.
ຜະທານາທິບໍດີ ບຣາຊິລ ທ່ານ Michel Temer.

ສານ​ລົງ​ຄະ​ແນ​ນສຽງເລືອກຕັ້ງຂອງ Brazil ​ໃນ​ວັນ​ສຸກ​ວານ​ນີ້ ເພື່ອ​ຕ້ານ​ການ​ປົດ​ຕຳ
ແໜ່​ງ ປະທານາທິບໍດີ Michel Temer ອອກຈາກຕໍາແໜ່ງຂອງທ່ານ ​ເຖິງ​ແມ່ນ​ວ່າຈະ​
ມີຂ່າວອື້ສາວ​ ກ່ຽວກັບການ​ສໍ້​ລາດ​ບັງ​ຫລວງ ​ແລະ​ໄດ້ຮັບຄະແນນມນິຍົມ​ຊົມຊອບ
ໃນລະດັບທີ່ມີ​ພຽງ​ໂຕ​ເລກ​ດຽວກໍຕາມ.

ພາຍຫລັງ​ສີ່​ມື້ນັບແຕ່ມີການຕັດສິນອອກມາ ຄະນະ​ຜູ້​ແທນ​ປ່ອນ​ບັດ​ສູງ​ສຸດ ຫລື TSE
​ໄດ້​ລົງ​ຄະ​ແນນ​ສຽງ 4 ຕໍ່ 3 ​ເພື່ອ​ຍົກເລີກຄະດີ​ ທີ່ວ່າການ​ເລືອກ​ຕັ້ງທ່າ​ນ Temer ​ໃນ​ປີ
2014 ນັ້ນ​ ສົມຄວນຖືກ​ລົບ​ລ້າງ ​ຍ້ອນວ່າ ມີບົດບາດ​ຂອງເງິນ​ສໍ້​ລາດ​ບັງ​ຫລວງມາ
ກ່ຽວຂ້ອງ.

ເດືອນ​ແລ້ວ​ນີ້ ບັນທຶກ​ສຽງ​ໄດ້​ເປີ​ດ​ເຜີຍໃຫ້ເຫັນ​ຫລັກ​ຖານ​ ທີ່ປະກົດວ່າ ທ່ານ Timer ​
ໄດ້​ເອົາ​ເງິນ​ປິ​ດປາກ​ແກ່ອະດີດ​ປະທານ​ສະພາຕໍ່ ທ່ານ Eduardo Cunha ທີ່ເປັນອະ
ດີດ​ພັນທະ​ມິດ ​ທີ່​ໄ​ດ້ຕິດ​ຄຸກເປັນເວລາ​ 15 ປີ ຍ້ອນ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ຊັກ​
ຟອກ​ເງິນ.

ຈາກນັ້ນບໍ່ນານປານໃດ ຂ່າວລະອຽດທີ່ເວົ້າວ່າທ່ານ Temer ແມ່ນຢູ່​ພາຍ​ໃຕ້​ການ​ສືບ
ສວນ​ໃນຂໍ້​ກ່າວ​ຫາ​ຮັບ​ສີນ​ບົນ ກໍໂຜ່​ອອກ​ມາ.

ທ່ານ Temer ​ໄດ້​ປະຕິ​ເສດວ່າບໍ່ໄດ້​ກະທຳ​ຜິດ​ໃດໆ ​ແລະ​ປະກາດວ່າຈະຍັງດໍາລົງ​ຕຳ​ແໜ່​ງ ອີກຕໍ່​ໄປ.

ການ​ຕັດສິນ​ຄວາມ​ຜິດ​ຈະ​ເຮັດໃຫ້​ໄຊຊະນະ​ຂອງ​ທ່ານ Temer ໃນການເລືອກຕັ້ງ​ໃນ​ປີ 2014 ນັ້ນຖືກລົບລ້າງ ພ້ອມ​ທັງຈະ​ປົດ​ທ່ານ​ອອກ​ຈາກໜ້າ​ທີ່​ທັງໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Brazil's electoral court voted Friday against stripping President Michel Temer of his office, despite a growing corruption scandal and single-digit popularity.

After four days of deliberations, the Supreme Electoral Tribunal (TSE) voted 4-3 to dismiss the case that Temer's election in 2014 should be annulled because of the role of corruption money.

Last month, a recording revealed that apparently Temer was endorsing hush money to ex-House Speaker Eduardo Cunha, a former ally who is serving 15 years in prison for corruption and money laundering.

Soon after that details emerged that Temer was under investigated for allegedly receiving bribes.

Temer has denied any wrongdoing and vowed to stay in office.

A guilty verdict would have annulled Temer's 2014 victory, thus stripping him of the rest of his mandate.

XS
SM
MD
LG