ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຣາຊີລ ຍັງຕໍ່ສູ້ກັບພະຍາດໂຄວິດ ຍ້ອນບັນຫາການປຸກລະດົມ ສັກຢາວັກຊີນ ທີ່ຊັກຊ້າ


ບັນດາສະມາຊິກຂອງຊຸມຊົນເຜົ່າ Quilombo Quilomba, ຜູ້ທີ່ເປັນລູກລານຂອງພວກຂ້າທາດຊາວອາຟຣິກາ, ລໍຖ້າເພື່ອສັກຢາວັກຊີນ ຊີໂນແວັກ ຂອງໂຄໂຣນາແວັກ (Sinovac's CoronaVac), ໃນເມືອງ Mage, ຂອງລັດ ຣີໂອ ເດ ຈາເນໂຣ ຂອງບຣາຊີລ, ວັນທີ 7 ເມສາ 2021.
ບັນດາສະມາຊິກຂອງຊຸມຊົນເຜົ່າ Quilombo Quilomba, ຜູ້ທີ່ເປັນລູກລານຂອງພວກຂ້າທາດຊາວອາຟຣິກາ, ລໍຖ້າເພື່ອສັກຢາວັກຊີນ ຊີໂນແວັກ ຂອງໂຄໂຣນາແວັກ (Sinovac's CoronaVac), ໃນເມືອງ Mage, ຂອງລັດ ຣີໂອ ເດ ຈາເນໂຣ ຂອງບຣາຊີລ, ວັນທີ 7 ເມສາ 2021.

ກໍລະນີຕິດເຊື້ອໂຄວິດ-19 ແລະການເສຍຊີວິດທີ່ໄດ້ຮັບການຢັ້ງຢືນ ຍັງຄົງສູງຄືເກົ່າຢູ່ບຣາຊີລ ໃນຂະນະທີ່ການປຸກລະດົມໃຫ້ສັກຢາວັກຊີນກັນພະຍາດ ຂອງປະເທດດັ່ງກ່າວນັ້ນ ປະສົບກັບບັນຫາຫຍຸ້ງຍາກ.

ອີງຕາມສູນກາງແຫລ່ງຂໍ້ມູນກ່ຽວກັບໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ແລ້ວ ປະເທດບຣາຊີລ ໄດ້ບັນທຶກກໍລິນີຕິດເຊື້ອໄວຣັສໃໝ່ ຫຼາຍກວ່າ 70,000 ຄົນພາຍໃນນຶ່ງວັນທີ່ຜ່ານມານີ້.

ໃນໄລຍະເຈັດວັນລຽນຕິດຂອງບຣາຊີລ ໂດຍສະເລ່ຍແລ້ວການເສຍຊີວິດໄດ້ເພີ້ມສູງຂຶ້ນເຖິງ 2,820 ຄົນ ຫຼື ຄິດສະເລ່ຍເປັນປະມານ 1 ສ່ວນ 4 ຂອງອັດຕາການຕາຍຢູ່ໃນໂລກສໍາລັບຊ່ວງໄລຍະດຽວກັນນັ້ນ ອີງຕາມຈອນສ໌ ຮັອບກິນສ໌. ການເສຍຊີວິດລວມທັງໝົດມີຢູ່ຫຼາຍກວ່າ 353,000 ຄົນ. ບຣາຊີລ ມີຈຳນວນການເສຍຊີວິດຍ້ອນໂຣກລະບາດສູງສຸດເປັນອັນດັບສອງ ນຳຫລັງພຽງແຕ່ສະຫະລັດ ຊຶ່ງໄດ້ມີຈຳນວນຫຼາຍກວ່າ 562,000 ຄົນ.

ປະຊາກອນຂອງປະເທດໃນເຂດອາເມຣິກາໃຕ້ແຫ່ງດັ່ງກ່າວ ທີ່ໄດ້ສັກຢາວັກຊີນຢ່າງຄົບຖ້ວນແລ້ວ ມີຕໍ່າກວ່າ 3 ເປີເຊັນເທົ່ານັ້ນ. ສ່ວນສະຫະລັດໄດ້ສັກຢາວັກຊີນຢ່າງຄົບຖ້ວນ ໃຫ້ແກ່ປະຊາກອນຂອງຕົນແລ້ວ ຫຼາຍກວ່າ 20 ເປີເຊັນ ອີງຕາມຈອນສ໌ ຮັອບກິນສ໌.

ໜ່ວຍສຸກເສີນຢູ່ໃນຫົວເມືອງຕ່າງໆພາຍໃນພື້ນທີ່ຂອງນະຄອນ ຣີໂອ ດີ ຈາແນໂຣ ແມ່ນໄດ້ມີລາຍງານວ່າ ເກືອບເຕັມໝົດໂດຍພວກຄົນປ່ວຍຫຼາຍໆຄົນ ພາກັນໃຊ້ພື້ນທີ່ບ່ອນດຽວກັນແລະຖັງອັອກຊີເຈນອັນດຽວກັນ.

ຜູ້ອຳນວຍການໂຮງໝໍ ທ່ານ ອາລແຕຣ ຊາວເຣສ ເນໂຕ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ “ພວກເຮົາຈະມີຢຸກຢາ ອັອກຊີເຈັນບໍ່ ເພື່ອເບິ່ງແຍງອາການຂອງຄົນປ່ວຍຜູ້ນີ້ ຕາມຄວາມເຫມາະສົມໄດ້ບໍ່? ມື້ນີ້ພວກເຮົາເຮັດໄດ້. ແຕ່ ຖ້າກໍລະນີເພີ້ມສູງຂຶ້ນເລື້ອຍໆ ບາງຄັ້ງພວກເຮົາ ກໍຈະຕໍ່ສູ້ກັບຄວາມວຸ້ນວາຍ.”

ການປຸກລະດົມສັກຢາວັກຊີນຂອງບຣາຊີລ ໄດ້ຊັກຊ້າລົງຍ້ອນບັນຫາການສະໜອງຢາວັກຊີນ. ຫ້ອງທົດລອງສອງແຫ່ງທີ່ໃຫຍ່ທີ່ສຸດຂອງປະເທດ ໄດ້ປະເຊີນກັບຂໍ້ຈຳກັດທາງດ້ານການສະໜອງຕ່າງໆ.

ກະຊວງສາທາລະນະສຸກຂອງປະເທດດັ່ງກ່າວ ໄດ້ເລັງໃສ່ຢາວັກຊີນຊະນິດດຽວ ຄື ອາສຕຣາຊີເນກາ ເຂັມດຽວ ແລະຫຼັງຈາກມີບັນຫາການສະໜອງຢາດັ່ງກ່າວໄດ້ເກີດຂຶ້ນ ຈຶ່ງໄດ້ຊື້ເອົາພຽງຢາສຳຮອງອັນດຽວ ຄື ໂຄໂຣນາແວັກ (CoronaVac) ທີ່ຜະລິດໂດຍຈີນ.

ສະຖານະການຂອງຢາວັກຊີນຢູ່ໃນບຣາຊີນ ເປັນຕົວຢ່າງຂອງການວາງແຜນທີ່ບໍ່ດີ ໃນປະເທດທີ່ມີປະສົບການກັບໂຄງການໃຫຍ່ ແລະໂຄງການສັກຢາວັກຊີນທີ່ປະສົບຜົນສຳເລັດ ດັ່ງທີ່ອະດີດເຈົ້າໜ້າທີ່ສາທາລະນະສຸກທ່ານນຶ່ງໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG