ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ມີນາ ໒໐໒໕

ທ່ານ ໂບ​ລ​ໂຊ​ນາ​ໂຣ ສາ​ບານ​ຕົວ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ


ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ທ່ານ ແຈ ໂບ​ລ​ໂຊ​ນາ​ໂຣ, ສະ​ບັດ​ທຸງ​ຊ​າດ​ຈາກ​ທຳ​ນຽບ​ປະ​ທ​ານ​າ​ທິ​ບໍ​ດີ ປ​ລາ​ນາ​ລ​ໂຕ. ນະ​ຄອນຫຼວງບ​ຣາ​ຊິເລຍ, ປະ​ເທດ ບ​ຣາ​ຊິ​ລ. 1 ມັງ​ກອນ, 2019.
ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ທ່ານ ແຈ ໂບ​ລ​ໂຊ​ນາ​ໂຣ, ສະ​ບັດ​ທຸງ​ຊ​າດ​ຈາກ​ທຳ​ນຽບ​ປະ​ທ​ານ​າ​ທິ​ບໍ​ດີ ປ​ລາ​ນາ​ລ​ໂຕ. ນະ​ຄອນຫຼວງບ​ຣາ​ຊິເລຍ, ປະ​ເທດ ບ​ຣາ​ຊິ​ລ. 1 ມັງ​ກອນ, 2019.

ທ່ານ ແຈ ໂບ​ລ​ໂຊ​ນາ​ໂຣ (Jair Bolsonaro) ນັກ​ການ​ເມືອງ ​ຫົວ​ຊາດ​ນິ​ຍົມ ຂວາ​ຈັດ
ໄດ້ສາບານຕົວເຂົ້າເປັນປະທານາທິບໍດີ ບຣາຊິລ ດ້ວຍການສັນຍາທີ່ຈະປາບປາມ
ການສໍ້ລາດບັງຫຼວງ, ອາຊະຍາກຳ ແລະ ເສດຖະກິດທີ່ກຳລັງປະ ສົບ​ກັບ​ຄວາມ​ລົ້ມ
ແຫຼວ.

ອະ​ດີດຮ້ອຍ​ເອກ​ກອງ​ທັບ​ບົກ, ຜູ້​ທີ່​ຖືກ​ເອີ້ນ​ວ່າ​ທ່ານ ດໍ​ໂນ​ລ ທ​ຣຳ ຂອງ​ປະ​ເທດ ບ​ຣາ​ຊິ​ລ
ນັ້ນ, ໄດ້ສາບານຕົນເຂົ້າດຳລົງຕຳແໜ່ງໃນນະຄອນຫຼວງ ບຣາຊິເລຍ ເມື່ອວັນອັງຄານ
ວານນີ້.

ທ່ານ ທ​ຣຳ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ ໂບ​ລ​ໂຊ​ນາ​ໂຣ ໃນ​ທວິດ​ເຕີ, ດ້ວຍ​ການ
ບອກທ່ານວ່າ “ສະຫະລັດ ອາເມຣິກາ ມີຄວາມເຊື່ອໝັ້ນໃນຕົວທ່ານ.” ຜູ້ນຳ ບຣາຊິລ
ໄດ້ຕອບຄືນ ໃນທວິດເຕີວ່າ “ພາຍໃຕ້ການປົກປ້ອງຂອງພະເຈົ້າ, ພວກເຮົາຈະນຳ
ເອົາຄວາມຮັ່ງມີ ແລະ ຄວາມກ້າວໜ້າມາສູ່ປະຊາຊົນຂອງພວກເຮົາ.”

ທ່ານ ໂບ​ລ​ໂຊ​ນາ​ໂຣ ແມ່ນ​ຄົນຫຼ້າ​ສຸດ​ໃນ​ບັນ​ດາ​ຜູ້​ນຳ​ທີ່​ນິ​ຍົມ​ແນວ​ທາງ​ຂວາ​ຈັດ ຫຼາຍ​
ຄົນໃນທົ່ວໂລກ ຜູ້ທີ່ໄດ້ກ້າວຂຶ້ນມາມີອຳນາດ ຈາກຄວາມໂມໂຫຕໍ່ຕ້ານສະຖາບັນ
ການເມືອງ.

ໃນ​ຄຳ​ປາ​ໄສ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ​ນັ້ນ, ທ່ານ ໂບ​ລ​ໂຊ​ນາ​ໂຣ ໄດ້​ສັນ​ຍາ​ທີ່​ຈະ​
ຜ່ອນຜັນກົດໝາຍການໃຊ້ປືນ ເພື່ອອະນຸຍາດໃຫ້ “ຄົນດີ” ຄອບຄອງປືນໄດ້, ໃຫ້
ການຍົກເວັ້ນສຳລັບກອງກຳລັງຮັກສາຄວາມປອດໄພ ຜູ້ໃຊ້ກຳລັງທີ່ເປັນອັນຕະລາຍ
ເຖິງຊີວິດ, ແລະ “ສ້າງຄວາມພ້ອມໃຫ້ພວກເດັກນ້ອຍ ສຳລັບຕະຫຼາດວຽກງານ, ບໍ່
ແມ່ນການແຂງຂໍ້ທາງການເມືອງ.”

ທ່ານ​ຍັງ​ໄດ້​ສັນ​ຍາ​ທີ່​ຈະ “ເຄົາ​ລົບ​ຕໍ່​ປະ​ເພ​ນີ ຈູ​ເດ​ໂອ-ຄ​ຣິ​ສຕຽນ​ ຂອງ​ພວກ​ເຮົາ” ແລະ
ກີດກັ້ນການເຄື່ອນໄຫວຕ່າງໆ ຕໍ່ການເຮັດແທ້ງລູກຢ່າງຖືກກົດໝາຍ.

ທ່ານ ໂບ​ລ​ໂຊ​ນາ​ໂຣ ໄດ້​ກ່າວ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນຫຼາຍ​ພັນ​ຄົນ​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​
ໜ້າທຳນຽບປະທານາທິບໍດີ, ໂດຍສັນຍາຕໍ່ເຂົາເຈົ້າວ່າ ທ່ານຈະ “ປົດປ່ອຍ ບຣາຊິລ”
ອອກຈາກລັດທິສັງຄົມນິຍົມ ແລະ ຄວາມເສຍປຽບທາງການເມືອງ.

ພິ​ທີ​ສາ​ບົນ​ຕົວ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ຮັກ​ສາ​ຄວາມ​ປອດ​ໄພ ​ຢ່າງ​ໜາ​ແໜ້ນ, ພ້ອມ​
ກັບຕຳຫຼວດຫຼາຍກວ່າ 3,000 ຄົນອອກລາດຕະເວນທົ່ວນະຄອນຫຼວງ ບ​ຣາ​ຊິເລຍ.
ທ່ານ ໂບລໂຊນາໂຣ ໄດ້ເປັນຜູ້ຂໍຮ້ອງໃຫ້ເພີ່ມການຮັກສາຄວາມປອດໄພນັ້ນ.

ອະດີດ​ສະ​ມາ​ຊິກ​ສະ​ພາ​ຄົນ​ດັ່ງ​ກ່າວ​ ໄດ້​ຖືກ​ແທງ​ໃນ​ລະ​ຫວ່າງ​ການ​ໂຮມຊຸມ​ນຸມ​ໂຄ​
ສະນາຫາສຽງເມື່ອເດືອນກັນຍາທີ່ຜ່ານມາ ແລະ ຕ້ອງໄດ້ໃສ່ຖົງທະວານໜັກທຽມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG