ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ການ​ເມື​ອງ ທີ່​ໃຫຍ່​ສຸດ​ ຂອງບຣາຊິລ ຖອນໂຕຈາກ ລັດຖະບານປະສົມ


ປະທານາທິບໍດີບຣາຊິລ ທ່ານນາງ Dilma Rousseff ສົນທະນາ ກັບຮອງປະທານາທິບໍດີ ທ່ານ Michel Temer ທີ່ທຳນຽບປະທານາທິບໍດີ Planalto.
ປະທານາທິບໍດີບຣາຊິລ ທ່ານນາງ Dilma Rousseff ສົນທະນາ ກັບຮອງປະທານາທິບໍດີ ທ່ານ Michel Temer ທີ່ທຳນຽບປະທານາທິບໍດີ Planalto.

ພັກ​ການ​ເມື​ອງທີ່​ໃຫຍ່​ສຸດ​ຂອງ Brazil ​ໄດ້​ຍຸດຕິ​ການ​ເປັນ​ພັນ
ທະ​ມິດ​ຂອງ​ຕົນກັບ ພັກ​ກຳມະກອນ ຂອງ ປະທານາທິບໍດີ
Dilma Rousseff ທີ່​ປົກ​ຄອງ​ປະ​ເທດຢູ່​ໃນ​ເວລາ​ນີ້​ໃນ​ການ​
ເຄື່ອນ​ໄຫວ​ທີ່​ຈະເຮັດ​ໃຫ້ຜູ້​ນຳ​ຄົນປັດຈຸບັນ​ໃກ້​ເຂົ້າ​ໄປ​ອີກ​ບາດ
ກ້າວ​ໜຶ່ງຕໍ່​ການ​ຖືກ​ຟ້ອງ​ຮ້ອງ ​ແລະ​ປົດ​ທ່ານ​ນາງອອກ​ຈາກ​
ຕຳ​ແໜ່​ງ.

ພັກຂະ​ບວນການ​ເຄື່ອນ​ໄຫວເພື່ອ​ປະຊາທິປະ​ໄຕບຣາຊີ​ລ ຫລື
PMDB ກ່າວ​ໃນ​ວັ​ນອັງຄານ​ວານ​ນີ້​ວ່າ ຄະນະລັດຖະມົນຕີຫົກ​
ຄົນ ​ແລະ​ພະນັກງານ​ລັດຖະບານ​ກາງປະມານ 600 ຄົນ ທີ່​ສັງ
ກັດ​ພັກ ຈະ​ພາກັນ​ລາ​ອອກ.

ຮ່ອງ​ຮອຍ​ທຳ​ອິດໃນ​ການ​ຖອນ​ຕົວ​ຂອງ​ພັກ PMDB ມີ​ຂຶ້ນ​ໃນ​ວັນ​ຈັນທີ່ຜ່ານ​ມາ ​ເວລາ​
ທ່ານ Henrique Alves ສະມາຊິກພັກ PMDB ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ຖານະ
​ລັດຖະມົນຕີ​ທ່ອງ​ທ່ຽວ. ຢູ່​ໃນ​ໜັງ​ສື​ລາ​ອອກ​ ທ່ານ Alves ​ໄດ້​ສະ​ແດງ​ຄວາມ​ເສົ້າເສຍ
​ໃຈ​ວ່າ “ການ​ສົນທະນາ ​ໄດ້ເປັນ​ທີ່​ສິ້ນສຸດ​ລົງ.”

ສະພາ​ຕໍ່າ Brazil ພວມ​ທຳ​ການ​ຟ້ອງ​ຮ້ອງ​ຕໍ່ທ່ານ​ນາງ Rousseff ​ໂດຍ​ອີງ​ຕາມການ​
ກ່າ​ວຫາ​ວ່າ ທ່ານ​ນາງ​ໄດ້​ລະ​ເມີດ​ກົດໝາຍຮັບ ກ່ຽວ​ກັບ​ຄວາມ​ຮັບ ຜິດຊອບ​ໃນ​ດ້ານ​
ງົບປະມານຂອງ​ປະ​ເທດ ​ໂດຍປ່ຽນ​ແປງ​ບັນ​ຊີ​ຂອງ​ລັດຖະບານ.

​ໃນການ​ເຄື່ອນ​ໄຫວ ທີ່​ມີ​ການ​ກ່ຽວຂ້ອງ​ກັນ​ອີກ​ດ້ານ​ນຶ່ງ​ນັ້ນ ສະມາຄົມ​ທະນາຍ ຄວາມ
ໍ່Brazil ​ໄດ້​ຍຶ່ນຄຳ​ຮ້ອງ​ຂໍ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຮຽກຮ້ອງ​ໃຫ້ບັນດາສະມາຊິກສະພາ ຟ້ອງ​
ຮ້ອງທ່ານ​ນາງ Rousseff ​ໃນ​ຖານ​ທຳລາຍ​ຄວາມ​ຍຸຕິ​ທຳ ທີ່​ພົວພັນ​ກັບ​ການ​ສືບສວນ​
ກ່ຽວກັບ​ການສໍ້​ລາດ​ບັງ​ຫລວງຄັ້ງ​ໃຫຍ່ ທີ່​ບໍລິ​ສັດລັດ​ວິ ສາ​ຫະກິດ​ນໍ້າມັນ​ຂອງລັດຖະບານ
Petrobras.

ຖ້າ​ຫາກ​ທ່ານ​ນາງ​ຖືກຟ້ອງ​ຮ້ອງ ທ່ານ​ນາງ Rousseff ອາດ​ຈະ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ
ໃນ​ຂະນະ​ທີ່​ຖືກ​ດຳ​ເນີນຄະດີ​ຢູ່​ໃນ​ສະພາ​ສູງ. ​ຮອງ​ປະທານາທິບໍດີ ທ່ານ Michel Temer
ຜູ້ນຳ​ຂອງ PMDB ອາດ​ຈະ​ເຂົ້າຮັບ​ໜ້າ​ທີ່​ແທນ.

ການ​ລົງຄະ​ແນນ​ສຽງ​ກ່ຽວ​ກັບ​ເລື້ອງນີ້ ​ຄາດ​ວ່າ​ຈະ​ມີ​ຂຶ້ນໃນເດືອນ​ເມສານີ້.​

Brazil Political Crisis
please wait

No media source currently available

0:00 0:01:48 0:00

XS
SM
MD
LG