ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ບຣາຊີລ ຮຽກຮ້ອງ ໃຫ້ທຸກຄົນ ຢູ່ໃນ ຄວາມສະຫງົບ (ສະໄລດ໌/ວີດີໂອ)


ຜູ້ຊາຍຄົນນຶ່ງ ຖືປ້າຍທີ່ຂຽນເປັນພາສາປອກຕຸຍກາລວ່າ "ການສໍ້ລາດບັງຫຼວງ ເປັນອາດຊະຍາກຳ ທີ່ຊົ່ວຮ້າຍ" ຢູ່ບ່ອນໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ໃນນະຄອນ Rio de Janeiro (21 ມິຖຸນາ 2013)
ຜູ້ຊາຍຄົນນຶ່ງ ຖືປ້າຍທີ່ຂຽນເປັນພາສາປອກຕຸຍກາລວ່າ "ການສໍ້ລາດບັງຫຼວງ ເປັນອາດຊະຍາກຳ ທີ່ຊົ່ວຮ້າຍ" ຢູ່ບ່ອນໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ໃນນະຄອນ Rio de Janeiro (21 ມິຖຸນາ 2013)
ປະທານາທິບໍດີບຣາຊີລ ທ່ານນາງ Dilma Rousseff ຮຽກຮ້ອງ
ໃຫ້ທຸກຄົນ ຢູ່ໃນຄວາມສະຫງົບ ຫລັງຈາກໄດ້ມີການປະທ້ວງຂະ
ໜາດໃຫຍ່ ມາໄດ້ນຶ່ງອາທິດ ເພື່ອຕໍ່ຕ້ານ ໃນອັນທີ່ພວກເດີນຂະ
ບວນເວົ້າວ່າການລະເລີຍບໍ່ເອົາໃຈໃສ່ຂອງລັດຖະບານໃນການ
ບໍລິການຮັບໃຊ້ປະຊາຊົນ ການເກັບພາສີສູງ ແລະ ການສໍ້ລາດ
ບັງຫຼວງທີ່ມີຢູ່ຢ່າງແຜ່ກວ້າງ.

ທ່ານນາງ Rousseff ໄດ້ກ່າວຄຳປາໄສ ທາງໂທລະພາບ ຕໍ່ປະ ເທດຊາດໃນຄໍ່າຄືນຂອງວັນສຸກວານນີ້. ທ່ານນາງເວົ້າວ່າ ການ
ປະທ້ວງຢ່າງສັນຕິ ຄືສິ່ງທີ່ເຮັດໃຫ້ລະບອບປະຊາທິປະໄຕ ມີ
ຄວາມເຂັ້ມແຂງຂຶ້ນ ແຕ່ໃນຂະນະດຽວກັນກໍປະກາດວ່າ ການກໍ່ ຄວາມຮຸນແຮງໃດໆກໍຕາມທີ່ພົວພັນກັບການປະທ້ວງຈະບໍ່ຍອມໃຫ້ເກີດຂຶ້ນເດັດຂາດ.


ໃນຕອນເຊົ້າຂອງມື້ວານນີ້ ປະທານາທິບໍດີບຣາຊີລໄດ້ເປີດກອງປະຊຸມສຸກເສີນຄະນະລັດ ຖະບານ ເພື່ອປຶກສາຫາລື ກ່ຽວກັບການເດີນຂະບວນປະທ້ວງ ທີ່ຍັງດຳເນີນຢູ່ຕໍ່ມາ ທັງໆທີ່ ລັດຖະບານໄດ້ຍິນຍອມອ່ອນຂໍ້ໃຫ້.

ໃນວັນສຸກວານນີ້ ມີປະຊາຊົນຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມກັນຢູ່ຕາມຫົວເມືອງຕ່າງໆຮວມ ທັງນະຄອນນະຄອນ Rio de Janeiro ແລະ Sao Paulo.

ໃນວັນພະຫັດຜ່ານມາ ມີພວກປະທ້ວງຢ່າງໜ້ອຍ 1 ລ້ານຄົນ ໂຮມຊຸມນຸມກັນຢູ່ໃນຫຼາຍສິບ ຫົວເມືອງທົ່ວປະເທດ ຮວມທັງຢ່າງໜ້ອຍ 3 ແສນຄົນ ທີ່ນະຄອນ Rio de Janeiro ບ່ອນທີ່ ຕຳຫຼວດໄດ້ຍິງລະເບີດນໍ້າຕາເຂົ້າໃສ່ ເພື່ອຄວບຄຸມພວກປະທ້ວງ.

XS
SM
MD
LG