ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ມີຫຼັກຖານ ທີ່ສະແດງ ໃຫ້ເຫັນວ່າ ຊົນ​ເຜົ່າພື້ນ​ເມືອງ ໃນ Brazil ຖືກຂ້າຕາຍ


ສະມາຊິກຂອງຊົນ​ເຜົ່າພື້ນ​ເມືອງດັ້ງ​ເດີມ ທີ່ບໍ່ໄດ້ຕິດຕໍ່ໂລກ
ພາຍນອກ ໃນເຂດ Amazon ທີ່ເຫັນວ່າ ທຳການຕໍ່ສູ້ກັບ
ກອງກຳລັງ Brazil ດ້ວຍທະນູ ຕາມຊາຍແດນ Peru, ພຶດສະພາ 2008.
ສະມາຊິກຂອງຊົນ​ເຜົ່າພື້ນ​ເມືອງດັ້ງ​ເດີມ ທີ່ບໍ່ໄດ້ຕິດຕໍ່ໂລກ ພາຍນອກ ໃນເຂດ Amazon ທີ່ເຫັນວ່າ ທຳການຕໍ່ສູ້ກັບ ກອງກຳລັງ Brazil ດ້ວຍທະນູ ຕາມຊາຍແດນ Peru, ພຶດສະພາ 2008.

ລັດຖະບານ​ຂອງ​ Brazil ​ໄດ້​ທຳ​ການ​ສືບສວນ​ກ່ຽວ​ກັບການ​ຕາຍ​ຂອງ​ສະມາຊິກ 10 ຄົນ
ຂອງ​ຊົນ​ເຜົ່າພື້ນ​ເມືອງດັ້ງ​ເດີມ ​ທີ່​ບໍ່ໄດ້​ມີ​ການຕິດ​ຕໍ່​ພົວພັນກັບ​ໂລກ​ພາຍ​ນອກ ໂດຍ​ມີ​ການ​
ກ່າວ​ຫາວ່າ ​ເປັນ​ນ້ຳມື​ຂອງພວກຂຸດ​ຄຳ.

​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ຫ້ອງການ​ໄອ​ຍະ​ການ ​ໃນ​ລັດ Amazonas ທີ່ຢູ່​ໃກ້ກັບ​ຊາຍ​ແດນ
Colombia ​ໄດ້​ທຳ​ການ​ສືບສວນ ຫຼັງ​ຈາກ​ທີ່​ໄດ້​ຮຽນຮູ້​ວ່າພວກ​ຂຸດ​ຄຳໄດ້​ກ່າວໂອ້​ອວດ​ວ່າ ​
ຕົນໄດ້​ສັງຫານສະມາຊິກ​ຊົນ​ເຜົ່າ​ທີ່​ບໍ່​ຮູ້​ວ່າເປັນ​ກຸ່ມໃດ.

​ມູນ​ນິທິ​ແຫ່ງ​ຊາດ​ຂອງ​ຊົນ​ເຜົາ​ອິນ​ເດຍ​ແດງ​ແຫ່ງ​ Brazil ​ໄດ້​ກ່າວ​ວ່າ ພວກ​ຕ້ອງ​ສົງ​ໄສ
​ບາງ​ຄົນ ​ໄດ້ຖືກ​ຄຸມ​ຂັງ​ເພື່ອ​ສອບ​ປາກຄຳ ​ແຕ່​ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ໃຫ້ການ​ຢືນຢັນ​
ເຖິງ​ການ​ຕາຍ​ໃດໆ​ທັງ​ສິ້ນ.

ກຸ່ມ​ເຄື່ອນ​ໄຫວ​ເພື່ອຄວາມ​ຢູ່​ລອດ​ຂອງ​ສາກົນ ທີ່​ມີ​ສຳໜັກງານທີ່​ນະຄອນ​ລອນ​ດອນ
ກ່າວ​ວ່າ ພວກ​ທີ່​ຖືກ​ຂ້າ​ຕາຍ ​ແມ່ນ​ສ່ວນ​ນຶ່ງ​ຂອງ 103 ຊົນ​ເຜົ່າ ທີ່​ບໍ່​ໄດ້​ມີ​ການ​ຕິດ​ຕໍ່​ພົວພັນກັບໂລກ​ພາຍ​ນອກ​ຂອງບຣາຊີ​ລ ໂດຍ​ໃຫ້ການ​ອະທິບາຍ​ວ່າ ເປັນພວກ​ທີ່
“ບໍ່​ໄດ້​ມີ​ການ​ຕິດ​ຕໍ່​ພົວພັນແບບ​ສະຫງົບ​ໃດໆ ​ກັບ​ຜູ້​ໃດຜູ້​ນຶ່ງ ​ໃນ​ສັງຄົມ​ຫຼັກ ຫຼືສັງຄົມ
ທີ່ຄອບ​ງຳ​ນັ້ນ.”

ພວກ​ຂຸດແຮ່​ທາດ ​ມັກ​ທຳ​ການບຸກລຸກເຂົ້າ​ໄປ​ໃນດິນ​ແດນ​ຂອງ​ພວກ​ຊົນ​ເຜົ່າ ຢ່າງ​ຕໍ່​
ເນື່ອງ ​ໃນ Brazil ​ແລະ​ກໍ​ຈະ​ຈົບ​ລົງ​ດ້ວຍ​ການປະ​ເຊີນ​ໜ້າ​ທີ່​ຮຸນ​ແຮງ​ຢູ່​ເລື້ອຍໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG