ປະທານາທິບໍດີບຣາຊີລ ທ່ານນາງ Dilma Rousseff ໄດ້ຖືກ
ເລືອກໃຫ້ດຳລົງຕຳແໜ່ງອີກເປັນສະໄໝທີ 2 ເພື່ອນຳພາປະເທດ
ທີ່ໃຫຍ່ອັນດັບ 5 ຂອງໂລກ.
ຈາກຄະແນນສຽງທີ່ນັບແລ້ວ 98 ເປີເຊັນນັ້ນ ທ່ານນາງ Rousseff
ໄດ້ຮັບໄຊຊະນະດ້ວຍຄະແນນສຽງ 5.1 ເປີເຊັນ ຫຼາຍກວ່າຄູ່ແຂ່ງ
ຂອງທ່ານນາງ ຄືທ່ານ Aecio Neves ສະມາຊິກສະພາສູງ ທີ່
ນິຍົມຂວາກາງ.
ຜົນການລົງຄະແນນສຽງດັ່ງກ່າວ ຖືກເບິ່ງເຫັນກັນຢ່າງກວ້າງຂວາງ
ວ່າ ເປັນການຮັບຮອງເອົາ ພັກກຳມະກອນ ຂອງນາງ Rousseff ທີ່ໄດ້ຄອງຕຳແໜ່ງ ປະທານາທິບໍດີ ມາຕັ້ງແຕ່ປີ 2003.
ພາບ ການເລືອກຕັ້ງ ປະທານາທິບໍດີ ໃນບຣາຊີລ
ພັກຂອງນາງ ໄດ້ມີຜົນງານແລະໄດ້ຮັບຄວາມດີຄວາມຊອບວ່າ ໄດ້ຂະຫຍາຍໂຄງການປະຊາສົງເຄາະຕ່າງໆ ແລະຍົກລະດັບປະຊາຊົນ ຫຼາຍລ້ານຄົນ ອອກຈາກຄວາມທຸກຍາກ ໃຫ້ມາຢູ່ໃນກຸ່ມລະດັບປານກາງ.
ຢ່າງ ໃດກໍຕາມ ການຂະຫຍາຍຕົວໃນອັດຕາຕ່ຳຂອງເສດຖະກິດ ແລະ ເສດຖະກິດຖອຍ
ຫຼັງ ໄດ້ເປັນຂີດໝາຍຂອງໄລຍະ 4 ປີຫລັງຂອງການດຳລົງຕຳແໜ່ງຂອງທ່ານນາງ Rousseff. ທ່ານນາງຍັງຄົງປະເຊີນໜ້າກັບ ການປະທ້ວງຕໍ່ຕ້ານການສໍ້ລາດບັງຫລວງ
ຢ່າງໃຫຍ່ຂອງປະຊາຊົນ ແລະການຕຳນິຕິຕຽນ ກ່ຽວກັບການໃຊ້ຈ່າຍໃນການຈັດງານແຂ່ງຂັນກິລາບານໂລກ ຫຼື World Cup ເມື່ອເດືອນກໍລະກົດຜ່ານມານັ້ນ.
ວີດີໂອ ບັນຍາກາດ ການຖະແຫລງ ຂອງປະທານາທິບໍດີບຣາຊີລ