ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍ່ມີຜູ້ໃດ ໄດ້ຮັບ ຄະແນນສຽງ ສ່ວນຫລາຍ ຢ່າງຂາດຮອຍ ໃນການເລືອກຕັ້ງ ຢູ່ບຣາຊີລ


brazilelection6october14
please wait

No media source currently available

0:00 0:03:04 0:00

ເບິ່ງວີດີໂອເລື້ອງນີ້

ປະທານາທິບໍດີ Dilma Rousseff ​ໄດ້​ຮັບ​ຄະ​ແນນ​ສຽງ​ອັນ​ດັບ
​ນຶ່ງ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ບຣາຊີ​ລ ໃນ​ວັນ​ອາທິດ​
ວານ​ນີ້ ​ແຕ່​ກໍ​ບໍ່​ໄດ້ສຽງ​ສະໜັບສະໜຸນ​ຂ້າງ​ຫຼາຍທີ່​ຕ້ອງການ
ເພື່ອ​ຫລີກ​ລ້ຽງ​ການການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ ຊຶ່ງ​ກຳນົດ​ຈະ
​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

ທ່ານ​ນາງ Rousseff ​ໄດ້​ຮັບ​ ​ເກືອບ 42 ​ເປີ​ເຊັນ​ຂອງ​ຄະ​ແນນ
​ສຽງ​ທັງ​ໝົດ​ໃນ​ວັນ​ອາທິດ​ວານ​ນີ້ ຂະນະ​ທີ່​ທ່ານ Aecio Neves
ສັງກັ​ດ ພັກ​ສັງຄົມ​ປະຊາທິປັດ​ນິຍົມ​ທຸລະ​ກິດ ​ໄດ້​ຮັບ​ສຽງ​ສະໜັບ
ສະໜຸນ ​ເກືອບ 34 ​ເປີ​ເຊັນ. ການ​ເລືອກ​ຕັ້ງ​ຮອບ​ສອງ ຄື​ຮອບ​ຕັດ
ສິນ​ຊີ້​ຂາດ ກຳນົດ​ຈະ​ມີ​ຂຶ້ນ​ ໃນ​ວັນ​ທີ 26 ​ເດືອນ​ນີ້.

ປະທານາທິບໍດີ Rousseff ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ຊົນ​ຊັ້ນ​ອອກ​ແຮງ​ງານຂອງ
ບຣາຊີ​ລ ຍ້ອນ​ໂຄງການ​ປະຊາ​ສົງ​ເຄາະ​ທີ່​ໃຫ້​ເງິນ​ຢ່າງ​ຫຼວງ​ຫຼາຍ ຊຶ່ງລິ​ເລີ້ມ​ຂຶ້ນໃນ​ລະ
ຫວ່າງ​ການ​ດຳລົງ​ຕຳ​ແໜ່​ງ​ສອງ​ສະ​ໄໝຂອງ​ປະທານາທິບໍດີ​ຄົນ​ກ່ອນ ທ່ານ Luiz Inacio Lula da Silva ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະຊາຊົນ ​ຢ່າງ​ຫຼວງ​ຫຼາຍ​ນັ້ນ.

ປະທານາທິບໍດີ Rousseff ກ່າວ​ວ່າ “ພວກໝູ່​ເພື່ອນ​ແລະ​ມິດ​ສະຫາຍ​ທີ່​ເຄົາລົບ​
ແລະ​ນັບຖື​ທັງຫຼາຍຂອງ​ຂ້າພະ​ເຈົ້າ. ອີກ​ຄັ້ງ​ນຶ່ງ​ປະຊາຊົນ​ບຣາຊີ​ລ ໄດ້​ໃຫ້​ກຽດ
ແກ່ຂ້າພະ​ເຈົ້າ​ດ້ວຍ​ຄວາມໝັ້ນ​ໃຈ ​ໂດຍ​ໄດ້​ມອບ​ໄຊຊະນະໃຫ້​ຂ້າພະ​ເຈົ້າໃນ
ການເລືອກ​ຕັ້ງ​ຮອບ​ທຳ​ອິດ​ນີ້. ສຳລັບ​ພວກ​ເຮົາ ກໍ​ຄື​ພັກ​ແຮງ​ງານ ນີ້​ເປັນ​ໄຊ​ຊະ
ນະ​ຄັ້ງ​ທີ 7 ຊຶ່ງ 2 ຄັ້ງ ​ແມ່ນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ Lula ຄັ້ງ​ທຳ​ອິດ
ອີກສອງ​ຄັ້ງ ແມ່ນ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ Lula ຄັ້ງ​ທີ​ສອງ ​ແລະ​ອີກ
2 ຄັ້ງ​ ​ແມ່ນໃນການ​ເລືອກ​ຕັ້ງຂ້າພະ​ເຈົ້າ​ເອງ ​ແລະ​ບັດ​ນີ້ ອີກ​ຄັ້ງ​ນຶ່ງ ໃນການ​
ເລືອກ​ຕັ້ງຂ້າພະ​ເຈົ້າ​ຄືນ​ອີກ​ ໃນ​ຮອບ​ທຳ​ອິດນີ້.”

ອະດີດລັດຖະມົນຕີ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ທ່ານ​ນາງ Marina Silva ຊຶ່ງ​ໃນ​ທ້າຍ​ເດືອນ
ສິງຫາ​ຜ່ານ​ມາ ​ໄດ້​ມີຄະ​ແນນນຳ​ໜ້າ​ຢ່າງ​ຫຼວງ​ຫຼາຍ ໃນ​ການ​ຢັ່ງ​ຫາງ​ສຽງນັ້ນ ກັບບໍ່​ໄດ້
ຄະແນນ​ສຽງ​ຫລາຍ ​ໃນ​ການ​ເລືອກ​ຕັ້ງໂຕ​ຈິງ.

ການ​ອອກ​ໄປ​ປ່ອນ​ບັດ​ ແມ່ນເປັນ​ການ​ບັງຄັບ​ຢູ່​ໃນ​ບຣາຊີ​ລ ຊຶ່ງ​ໝົດ​ທຸກຄົນ​ທີ່​ມີ​ອາຍຸໃນ
ລະຫວ່າງ 18 ປີ ​ຂຶ້ນ​ໄປ​ຮອດ​ອາຍຸ 70 ປີ​ຕ້ອງ​ໄປ​ປ່ອນ​ບັດ.

XS
SM
MD
LG