ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານ ໂບ​ລ​ໂຊ​ນາ​ໂຣ ​ຂາດ​ບໍ່​ເທົ່າ​ໃດຄະແນນ ຍັງບໍ່ເຖິງ 50 ເປີ​ເຊັນ ທີ່​ຈຳ​ເປັນ ​ເພື່ອ​ໃຫ້ໄດ້ຊະ​ນະການ​ເລືອກ​ຕັ້ງ ປ. ຢ່າງຂາດລອຍ

ຜູ້​ສະ​ໜັບ​ສະ​ໜຸນຜູ້ລົງສະໝັກ ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຈາຍເອ ໂບລໂຊນາໂຣ ເຂົ້າ​ຮ່ວມການປະ​ທ້ວງ ໃນ​ອາ​ຄານ​ໂຄນ​ໂດ​ຂອງ​ທ່ານໂບລໂຊນາໂຣ ໃນ​ໝູ່​ບ້ານບາ​ຣ​ຣາ ດາ ທີ​​ຈູ​ກາ, ໃນ​ຣີ​ໂອ ເດີ ຈາ​ແນ​ໂຣ ບ​ຣາ​ຊີ​ລ, 04 ຕຸ​ລາ 2018.

​ດ້ວຍ​ການ​ນັບ​ຄະ​ແນນ​ສຽງແລ້ວ ຫຼາຍກວ່າ 99 ເປີ​ເຊັນເຫັນວ່າ ຜູ້​ລົງ​ສະ​ໝັກ​ຫົວຂວາ​ຈັດ
ທ່ານ ຈາຍເອ ໂບ​ລ​ໂຊ​ນາ​ໂຣ ໄດ້​ຊະ​ນະການ​ເລືອກ​ຕັ້ງ​ຮອບ​ທໍາອິດ ຂອງ​ການ​ເລືອກ​ຕັ້ງ​
ປະ​ທາ​ນາ​ທິ​ບໍ​ດີ ໂດຍໄດ້ຮັບ 46 ເປີ​ເຊັນ. ແຕ່​ເຖິງ​ຢ່າງ​ນັ້ນ ກໍ​ຕາມ ກາ​ນຊະນະ​ແບບ
​ແປກ​ໃຈນັ້ນ​ ແມ່ນຍັງ​ບໍ່​ພຽງ​ພໍ ທີ່ຈະ​ປ້ອງ​ກັນ​ບໍ່​ໃຫ້​ຜູ້ກ່ຽວ​ ຈຳເປັນຈະຕ້ອງ​ໄດ້ໃຫ້ມີ​ການ​ລົງຄະແນນສຽງຮອບ​ສຸດ​ທ້າຍ​ໃນ​ວັນ​ທີ 28 ​ຕຸ​ລາ ນີ້.

​ທ່ານ ໂບ​ລ​ໂຊ​ນາ​ໂຣ ໄວ 63 ປີ ແມ່ນ​ບໍ່​ໄດ້​ຄາດ​ຄິດ​ມາ​ກ່ອນ​ວ່າ ຈະ​ໄດ້​ເປັນ​ຜູ້​ນຳ​ໜ້າ ໃນການເລືອກຕັ້ງໃນວັນ​ອາ​ທິດ​ວານ​ນີ້ ຊຶ່ງ​ຂາດ​ໄປພຽງ​ບໍ່​ເທົ່າ​ໃດຄະແນນ​ທີ່​ຈະ​ໄດ້​ຮັບ
50 ເປີ​ເຊັນທີ່​ຈຳ​ເປັນ​ເພື່ອ​ໃຫ້ໄດ້ຊະ​ນະການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີຢ່າງຂາດລອຍ.

ທ່ານ​ເປັນຄົນຫົວຂວາ​ຈັດ ເຄີຍ​ເປັນ​ອະ​ດີດ​ຮ້ອຍ​ເອກ​ທະ​ຫານ​ບົກ ຜູ້​ຊຶ່ງ​ໄດ້ເຄີຍ​ຍົກ
​ຍ້ອງອະ​ດີດ​ຜະ​ເດັດ​ການ​ທີ່​ບັນ​ຊາ​ການທະຫານ​ໃນ​ອະ​ດີດ ທັງ​ໄດ້​ດູ​ຖູກ​ພວກ​ແມ່​ຍິງ
ແລະ​ພວກ​ກະ​ເທີຍ, ພ້ອມ​ທັງ​ພວກ​ຊາວ​ຜີວ​ດຳ​ແລະ​ປະ​ຊາ​ກອນພວກຊົນ​ເຜົ່າ​ພື້ນ​ເມືອງ.
ຄັ້ງ​ນຶ່ງ ທ່ານ​ເຄີຍ​ໄດ້ເວົ້າໃຫ້​ນັກ​ການ​ເມືອງ​ແມ່​ຍິງຄົນນຶ່ງວ່າ ລາວເປັນຕາ​ຂີ້​ດຽດໂພດ ຂ້ອຍຈຶ່ງບໍ່ຢາກຂົ່ມ​ຂືນ ລາວ ແລະເວົ້າວ່າຜູ້ກ່ຽວ​ຈະບໍ່​ສາ​ມາດຮັກ​ລູກ​ຊາຍ​ທີ່​ເປັນ
​ກະ​ເທີຍ​ໄດ້.

ມຸມມອງ​ຂອງທ່ານ ໂບ​ລ​ໂຊ​ນາ​ໂຣ ໄດ້​ເຮັດ​ໃຫ້​ທ່ານໄດ້​ຮັບຊື່​ຫຼິ້ນ​ວ່າ “Tropical Trump
ຫຼື ​ທ​ຣຳເຂດຮ້ອນ”
ຊຶ່ງອ້າງເຖິງປະທານາທິບໍດີສະຫະລັດຜູ້ທີ່ມີບັນຫາຂັດແຍ້ງນັ້ນ.
ນອກນັ້ນ ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ທັບມ້າງ​ອາ​ຊະ​ຍາ​ກຳນຳ ໂດຍ​ການໃຫ້
ການໂຍະຍານ​ແກ່​ການ​ຄວບ​ຄຸມກອງກຳ​ລັງ​ຕຳ​ຫຼວດຂອງບຣາຊຽລທີ່​ສ່ຽງໄພ​ຢູ່​ແລ້ວ.

​ຜູ້​ສະ​ໜັບ​ສະ​ໜຸນຜູ້ລົງສະໝັກ ທ່ານ ຈາຍເອ ໂບລໂຊນາໂຣ ເຂົ້າ​ຮ່ວມການປະ​ທ້ວງແຮມ​ມິ​ລ​ຕັນ ມູ​ຣາ​ໂອ ໃນ​ແຂວງແມນ​ນາ​ອັ​ສ, ບ​ຣາ​ຊີ​ລ, 15 ກັນ​ຍາ 2018.
​ຜູ້​ສະ​ໜັບ​ສະ​ໜຸນຜູ້ລົງສະໝັກ ທ່ານ ຈາຍເອ ໂບລໂຊນາໂຣ ເຂົ້າ​ຮ່ວມການປະ​ທ້ວງແຮມ​ມິ​ລ​ຕັນ ມູ​ຣາ​ໂອ ໃນ​ແຂວງແມນ​ນາ​ອັ​ສ, ບ​ຣາ​ຊີ​ລ, 15 ກັນ​ຍາ 2018.

“ບາດກ້າວທີ່​ຖອຍ​ຫຼັງ​ອັນນຶ່ງ” ກໍຄືອັນທີ່ນາງ​ບາ​ຣ໌ບາ​ຣາ ແຣັສ ແມ່​ຍິງ​ຂ້​າມ​ເພດ​
ຄົນ​ນຶ່ງໄດ້​ອະ​ທິ​ບາຍ​ເຖິງ​ໄຊ​ຊະ​ນະ​ຂອງ​ທ່ານໂບ​ລ​ໂຊ​ນາ​ໂຣ. ລາວ​ກ່າວ​ວ່າ ການ​ໄດ້
​ຮັບ​ໄຊ​ຊະ​ນະຄັ້ງ​ນີ້ ສາ​ມາດ​ນຳ​ໄປ​ສູ່ ການ “ຍາດ​ເອົາຄືນ ແລະ​ສ້າງຄວາມຮຸນ​ແຮງ​
ເພີ້ມຂຶ້ນຕໍ່​ພວກ​ປະ​ຊາ​ຄົມ​ກ​ພະເທີຍ ແລະພວກ​ຂ້າມ​ເພດທີ່​ເອີ້ນ​ວ່າ LGBT”
ນັ້ນ.

ການ​ເລືອກ​ຕັ້ງໃນປະ​ເທດທີ່​ມີ​ການ​ເສດ​ຖະ​ກິດທີ່ໃຫຍ່ທີ່ສຸດ​ໃນ​ບັນ​ດາ​ປະ​ເທດ​ອາ​ເມ​
ຣິ​ກາລາ​ຕິນ ມີ​ຂຶ້ນ​ຕາມ​ຫຼັງການ​ສໍ້​ລາດ​ບັງ​ຫຼວງ​ທາງ​ການ​ເມືອ​ງຂອງບ​ຣາ​ຊິ​ລ ຊຶ່ງ​ເປັນ
​ນຶ່ງ ໃນ​ການສໍ້​ລາດ​ບັງ​ຫຼວງ​ ທີ່​ໃຫຍ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ຣິ​ກາ ລາ​ຕິນ.

ຄູ່​ແຂ່ງ​ຄົນ​ສຳ​ຄັນ​ຂອງທ່ານໂບ​ລ​ໂຊ​ນາ​ໂຣ ແມ່ນ​ຜູ້​ລົງ​ສະ​ໝັກ​ຫົວ​ອຽງ​ຊ້າຍ ທ່ານເຟີ​ຣ໌
​ນານ​ໂດ ແຮດ​ແດດ ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ 28 ເປີ​ເຊັນ. ທ່ານ ແຮດ​ແດດ ໄດ້​ເຂົ້າ​ມາ​
ແທນອະ​ດີດ​ປະ​ທ​ນາ​ທິ​ບໍ​ດີ ລູຍ​ຊ໌ ອີ​ນາ​ຊີ​ໂອ ດາ ຊີ​ລວາ ຜູ້​ທີ່​ຖືກ​ຕິ​ດຄຸກ ແລະບໍ່ໃຫ້​ລົງ
​ແຂ່ງ​ຂັນໃນການເລືອກຕັ້ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຜູ້​ປະ​ທ້ວງ ຄົນ​ນຶ່ງ ສະ​ແດງ​ໃຫ້​ເຫັນ ສະ​ຕິກ​ເກີ ທີ່​ອ່ານ​ວ່າ "ບໍ່​ແມ່ນ​ລາວ" ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານລົງສະໝັກຫົວຂວາຈັດ ທ່ານ ຈາຍເອ ໂບລໂຊນາໂຣ ໃນຖະ​ໜົນໂປ​ລິ​ສ​ຕາ ໃນ​ຊາວ ປາວ​ໂລ, ບ​ຣາ​ຊິີລ, 6, ຕຸ​ລາ 2018.
ຜູ້​ປະ​ທ້ວງ ຄົນ​ນຶ່ງ ສະ​ແດງ​ໃຫ້​ເຫັນ ສະ​ຕິກ​ເກີ ທີ່​ອ່ານ​ວ່າ "ບໍ່​ແມ່ນ​ລາວ" ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານລົງສະໝັກຫົວຂວາຈັດ ທ່ານ ຈາຍເອ ໂບລໂຊນາໂຣ ໃນຖະ​ໜົນໂປ​ລິ​ສ​ຕາ ໃນ​ຊາວ ປາວ​ໂລ, ບ​ຣາ​ຊິີລ, 6, ຕຸ​ລາ 2018.

XS
SM
MD
LG