ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊິລ ຈະປະຕິຮູບ ການເມືອງ ໃນຂອບເຂດ ກວ້າງຂວາງ (ວີດີໂອ)


Brazil
please wait
Embed

No media source currently available

0:00 0:01:50 0:00
ຫລັງ​ຈາກ ທີ່​ມີ​ການ​ປະ​ທ້ວງໃນທົ່ວ​ປະ​ເທດ ​ເປັນ​ເວລາ​ນຶ່ງ​ອາ
ທິດ​ກວ່າໆ ປະທາ ນາທິບໍດີບຣາຊິ​ລ ທ່ານ​ນາງ Dilma
Rousself ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລັດ ຖະບານ​ຂອງ​ທ່ານ
ຈະ​ຈັດ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ ​ເພື່ອ​ເລີ້ມການ​ປະຕິ​ຮູບທາງ
ດ້ານ​ການ​ເມືອງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ.​

ນອກນັ້ນ ທ່ານ​ນາງຍັງ​ໄດ້ວາງ​ແຜນ​ ທີ່​ຈະໃຊ້ເງິນ 23 ພັນ​ລ້ານ
ໂດ​ລາ​ ກ່ຽວ​ກັບ ການ​ຂົນ​ສົ່ງ​ສາທາລະນະ ​ເພີ້​ມການ​ລົງທຶນ​ດ້ານ
ການ​ສຶກສາ ​ແລະ​ດ້ານ​ສາທາລະ ນະ​ສຸກ ຕະຫຼອດທັງ​ທັບ​ມ້າງ​
ປາບ​ປາມການ​ສໍ້​ລາດບັງ​ຫຼວງ​ທາງ​ການ​ເມືອ​ງ.

ຄື້ນ​ຟອງ​ການ​ປະ​ທ້ວງ ​ທີ່ມີ​ຕົ້ນຕໍເລີ້ມຈາກ​ການ​ຂຶ້ນຄ່າລົດ​ເມ ແລະ​ລົດ​ໄຟ​ໃຕ້ດິນ ແຕ່​ຫຼັງ
ຈາກນັ້ນ​ມາ ພວກ​ປະ​ທ້ວງ​ໄດ້ເພັ່ງ​ເລັງ​ໃສ່ໃນອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ ການ ລະ​ເລີຍ​ບໍ່​ເອົາ​
ໃຈ​ໃສ່​ຂອງ​ລັດຖະບານຕໍ່​ການບໍລິການ​ຮັບ​ໃຊ້​ປະຊາຊົນ ການ​ເກັບ ພາສີ​ສູງ ​ແລະ​ການ​ສໍ້​
ລາດ​ບັງ​ຫຼວງຢ່າງ​ແຜ່​ກວ້າງ.

ນອກນັ້ນ ພວກປະທ້ວງຍັງໄດ້ແນເປົ້າໝາຍໃສ່ການໃຊ້ຈ່າຍຫຼາຍພັນລ້ານໂດລາຂອງ
ລັດຖະບານ ໃນການເປັນເຈົ້າພາບ ຈັດການແຂ່ງຂັນກິລາໂອລິມປິກ ລະດູຮ້ອນປີ
2016 ການເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກຊິງຂັນWorld Cup ໃນປີໜ້າ
ແລະການເປັນເຈົ້າພາບຈັດການແຂ່ງຂັນເຕະບານຊິງຂັນ Confederation ຂອງອົງການ
ຟີຟາ ໃນປີນີ້.

ທ່ານ​ນາງ Rousself ​ໄດ້​ພົບ​ປະ​ ໃນ​ວັນ​ຈັນ​ວານ​ນີ້ ທີ່​ນະຄອນຫຼວງ Brasilia ກັບ​ບັນດາ​
ຜູ້​ປົກຄອງ​ລັດ ​ເຈົ້າ​ເມືອງ ​ແລະພວກ​ຫົວໜ້າປະ​ທ້ວງ ຮວມທັງບັນດາ​ຜູ້ຕາງໜ້າກຸ່ມນັກ​
ເຄື່ອນ​ໄຫວ ​ເພື່ອການ​ໂດ​ຍສານ​ທີ່​ບໍ່​ເສຍ​ເງິນ ທີ່​ໄດ້ບັງຄັບຢ່າງ ສຳ​ເລັດ​ຜົນ​ໃຫ້​ເຈົ້າພວກ
​ເຈົ້າ​ໜ້າ​ທີ່ຢູ່​ໃນ​ຫລາຍໆ​ເມືອງ ຍົກ​ເລີກການ​ຂື້ນຄ່າ​ໂດຍ ສານ​ຂອງ​ລະບົບ​ຂົນ​ສົ່ງ​ສາທາ
ລະນະ​ນັ້ນ. ​

ການ​ປະ​ທ້ວງ​ຊຶ່ງ​ສ່ວນ​ໃຫຍ່ແລ້ວດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບນັ້ນ ​ໄດ້​ກ້າວ​ເຖິງ ຈຸດ​ສຸດ​
ຍອດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາເວລາ​ພວກ​ປະ​ທ້ວງ​ປະມານ 1 ລ້ານ​ຄົນ​ພາ ກັນ​ລົງ​ສູ່ຖະ
ໜົນ​ຫົນທາງ​ຕາມ​ຫົວ​ເມື​ອງຕ່າງໆ ​ໃນທົ່ວປະ​ເທດບຣາຊິ​ລ ແລະໃນ ບາງ​ຄັ້ງກໍເກີດ​ຄວາມ
ຮຸນ​ແຮງ ​ແລະມີ​ການ​ທໍາລາຍ​ຊັບ​ສິນ​ເກີດ​ຂຶ້ນນັ້ນ.

XS
SM
MD
LG