ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດບຣາຊີລ ລາຍງານວ່າ ເອກອັກ ຄະລັດຖະທູດ ປະຈຳບຣາຊີລ ຖືກຄາດຕະກຳ


ລົດຄັນນີ້ ທີ່ຖືກໄຟເຜົາໄໝ້ ຊຶ່ງສົບຂອງເອກອັກຄະລັດຖະທູດ ຂອງກຣິສ ປະຈຳບຣາຊີລ ໄດ້ຖືກພົບເຫັນຢູ່ທາງໃນ ໃນລະຫວ່າງການຊອກຄົ້ນຫາ ທ່ານ Kyriakos Amiridis, ເປັນຮູບຖ່າຍ ຢູ່ທີ່ກົມຕຳຫຼວດ ໃນເມືອງ Belford Roxo ຂອງບຣາຊີລ, ວັນທີ 30 ທັນວາ 2016.
ລົດຄັນນີ້ ທີ່ຖືກໄຟເຜົາໄໝ້ ຊຶ່ງສົບຂອງເອກອັກຄະລັດຖະທູດ ຂອງກຣິສ ປະຈຳບຣາຊີລ ໄດ້ຖືກພົບເຫັນຢູ່ທາງໃນ ໃນລະຫວ່າງການຊອກຄົ້ນຫາ ທ່ານ Kyriakos Amiridis, ເປັນຮູບຖ່າຍ ຢູ່ທີ່ກົມຕຳຫຼວດ ໃນເມືອງ Belford Roxo ຂອງບຣາຊີລ, ວັນທີ 30 ທັນວາ 2016.

ຕຳຫຼວດຂອງບຣາຊີລ ກ່າວວ່າ ເອກອັກຄະລັດຖະທູດ ຂອງປະເທດກຣິສ ປະຈຳ
ບຣາຊີລ ຜູ້ທີ່ໄດ້ເຫັນເທື່ອສຸດທ້າຍຕອນຍັງມີຊີວິດ ໃນວັນຈັນຜ່ານມາ ແມ່ນໄດ້ຖືກ ຄາດຕະກຳ ໂດຍພັນລະຍາ ຊາວບຣາຊີລ ຂອງຜູ້ກ່ຽວ ແລະ ແຟນຜູ້ບາວຂອງນາງ ທີ່ເປັນຕຳຫຼວດ ຊຶ່ງນາງໄດ້ຮັບສາລະພາບ ຕໍ່ການຄາດຕະກຳດັ່ງກ່າວນັ້ນ.

ບັນດານັກສືບສວນ ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນໜຶ່ງສົບ ທີ່ເຊື່ອກັນວ່າ ເປັນສົບ ຂອງນັກການທູດ ທ່ານ Kyriakos Amiridis ໃນລົດເຊົ່າຄັນໜຶ່ງ ທີ່ຖືກໄຟເຜົາ ຢູ່ໃນຄຸ້ມບ້ານທີບໍ່ຄ່ອຍດີ ຂອງເທດສະບານ Nova Iguacu ນອກນະຄອນ Rio de Janeiro. ຄູ່ສາມີພັນລະຍາ ໄດ້ເດີນທາງໄປພັກພ່ອນ ຢູ່ທີ່ແຫ່ງດັ່ງກ່າວນັ້ນ ແລະ ເອກອັກຄະລັດຖະທູດຄົນນີ້ ມີກຳນົດຈະຕ້ອງກັບຄືນໄປທຳງານ ໃນນະຄອນຫຼວງ Brasilia ໃນວັນທີ 9 ມັງກອນ ຈະມາເຖິງນີ້.

ແຕ່ພັນລະຍາຂອງທ່ານ Amiridis ນາງ Francoise Oliveira ໄດ້ລາຍງານຕໍ່
ຕຳຫຼວດ ໃນວັນພຸດຜ່ານມາ ວ່າ ສາມີຂອງນາງ ໄດ້ອອກໄປຈາກເຮືອນ ໃນຕອນ
ວັນຈັນ ແລະ ບໍ່ໄດ້ກັບຄືນມາເລີຍ. ບັນດານັກສືບສວນ ໄດ້ກ່າວວ່າ ໃນວັນສຸກ
ມື້ວານນີ້ ພວກເຂົາເຈົ້າ ໄດ້ພົບເຫັນ ຮອຍເລືອດ ຢູ່ສະລົ້ງ ໃນເຮືອນ ບ່ອນທີ່ສາມີ ພັນລະຍາທັງສອງ ອາໄສຢູ່ ຊຶ່ງພວກເຂົາເຈົ້າເຊື່ອກັນວ່າ ມາຈາກເອກອັກຄະລັດ
ຖະທູດ Amiridis.

ເຈົ້າໜ້າທີ່ຕຳຫຼວດ ທ່ານ Sergio Moreira ຮັບໄດ້ສາລະພາບ ຕໍ່ການຄາດຕະກຳ ໂດຍກ່າວວ່າ ລາວໄດ້ຂ້າເອກອັກຄະລັດຖະທູດ ຢູ່ທີ່ເຮືອນ ເມື່ອຕອນເດິກວັນຈັນ
ຜ່ານມາ ແລະ ຕໍ່ຈາກນັນ ໄດ້ເຄື່ອນຍ້າຍເອົາສົບໄປໃສ່ໃນລົດ ບ່ອນທີ່ມັນໄດ້ຖືກຂັບ
ໄປຈອດໄວ້ ຢູ່ທີ່ຈຸດ ບ່ອນທີ່ຕຳຫຼວດໄດ້ໄປພົບເຫັນ ແລະຖືກໄຟເຜົາ.

ເຊື່ອກັນວ່າ ພີ່ນ້ອງຄົນນຶ່ງຂອງເຈົ້າໜ້າທີ່ຕຳຫຼວດດັ່ງກ່າວ ໄດ້ຊ່ອຍເຫຼືອໃນການເຄື່ອນ ຍ້າຍສົບ ໃນການແລກປ່ຽນເອົາຄ່າຕອບແທນເປັນເງິນ. ຜູ້ຕ້ອງສົງໄສທັງໝົດ 3 ຄົນ ໂດຍມີ ພັນລະຍາ ຄູ່ຮັກຂອງນາງ ແລະ ພີ່ນ້ອງຄົນໜຶ່ງ ແມ່ນຢູ່ພາຍໃຕ້ ການຄວບຄຸມ
ຕົວ ຂອງຕຳຫຼວດ.

ມື້ລາງເອກອັກຄະລັດຖະທູດ ແລະ ພັນລະຍາຂອງເພິ່ນ ໄດ້ມີລູກສາວນຳກັນ ອາຍຸ
10 ປີ.

ສະຖານີ ໂທລະພາບ Globo ໄດ້ສະແດງຮູບພາບຕ່າງໆ ຂອງລົດຄັນສີຂາວທີ່ຖືກ
ໄຟເຜົາ ໃນວັນພະຫັດຜ່ານມາ ຢູ່ໃນ ເທດສະບານ Nova Iguacu ບ່ອນທີ່ເອກອັກ ຄະລັດຖະທູດ ດັ່ງກ່າວນັ້ນ ໄດ້ຖືກລາຍງານວ່າ ໄດ້ເດີນທາງໄປເພື່ອຢ້ຽມຢາມພວກ
ເພື່ອນມິດ ຂອງທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG