ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

"Tropical Trump" ພວມເປັນຜູ້​​ນຳ​ໜ້າ ໃນ​ການແຂ່ງ​ຂັນການເລືອກ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່ ຂອງບ​ຣາ​ຊິ​ລ


Brazil Poised to Elect 'Tropical Trump'
please wait

No media source currently available

0:00 0:02:29 0:00

ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ທີ່ຖືວ່າ​ມີ​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຂອງ ບ​ຣາ​ຊິ​ລ ໃນ​ວັນ​ອ​າ​ທິດມື້ນີ້, ຜູ້​ລົງ​ແຂ່ງ​ຂັນ​ຄົນ​ນຶ່ງ ​ທີ່​ຖືກ​ເອີ້ນ​ວ່າ "Tropical Trump" ຫຼື ທ່ານ ທ​ຣຳ ເຂດ​ຮ້ອນ ສຳ​ລັບ​ການ​ປະ​ພຶດ​ຕົວ​ທີ່​ຫ້າວຫັນ, ມີ​ທັດ​ສະ​ນະ​ແບ່ງ​ແຍກ ແລະ ຕໍ່​ຕ້ານ​ການ​ຢືນ​ຢັດຂອງ​ສະ​ຖາ​ບັນຕ່າງໆ.

ພວກປ່ອນບັດໃນປະເທດ ບຣາຊິລ ຈະພາກັນໄປຍັງໜ່ວຍເລືອກຕັ້ງໃນວັນອາທິດມື້ນີ້
ເພື່ອເລືອກເອົາປະທານາທິບໍດີຄົນໃໝ່. ພວກນັກສັງເກດການ ພາກັນກ່າວວ່າ ປະ
ເທດດັ່ງກ່າວອາດຕັ້ງໃຈໄວ້ແລ້ວ ວ່າຈະເລືອກເອົາຜູ້ສະໝັກຫົວຂວາຈັດ. ພວກຄັດ
ຄ້ານຂອງຜູ້ກ່ຽວເວົ້າວ່າ ໄຊຊນະຂອງເພິ່ນ ຈະເປັນໄພຂົ່ມຂູ່ອັນນຶ່ງ ຕໍ່ພວກປະເທດປະ
ຊາທິປະໄຕຂອງໂລກ.

ຜູ້ແທນຄົນນຶ່ງຂອງບຣາຊິລ ທ່ານ ແຮ ໂບລໂຊນາໂຣ ຊຶ່ງເປັນຜູ້ໄດ້ຄະແນນນຳໜ້າ ໃນ
ການເລືອກຕັ້ງປະທານາທິບໍດີ ພວມເດີນທາງໄປສູ່ບ່ອນປ່ອນບັດ ໃນວັນອາທິດມື້ນີ້ ຖືກ
ເອີ້ນຊື່ວ່າ “ທຣຳ ແຫ່ງໂລກຮ້ອນ” ຍ້ອນທັດສະນະດູຖູກຄົນ ການແບ່ງແຍກແລະຕໍ່ຕ້ານ
ການຈັດຕັ້ງຕ່າງໆ.

ນອກນັ້ນ ທ່ານໂບລໂຊນາໂຣ ຊຶ່ງເປັນອະດີດນາຍຮ້ອຍເອກກອງທັບ ບົກທ່ານນີ້ ຍັງ
ຖືກຕ້ອງຕິວ່າ ຍົກຍ້ອງການນຳພາຜະເດັດການ ທາງທະຫານຂອງບຣາຊີລ ໃນປີ
1964 ຫາ 1985 ແລະຄວາມເຫັນທີ່ຕໍ່ຕ້ານພວກກະເທີຍ ຊາວຜິວດຳ ແລະພວກແມ່
ຍິງນຳ.

ການຢັ່ງຫາງສຽງເມື່ອບໍ່ດົນນີ້ເຫັນວ່າ ທ່ານໂບລໂຊນາໂຣ ພ້ອມດ້ວຍພັກສັງຄົມເສລີ
ທີ່ນ້ອຍໆຂອງທ່ານ ໄດ້ຮັບສຽງສະໜັບສະໜູນ 57% ແລະ ທ່ານ ເຟິແນນໂດ ແຮດ
ແດດ ຫົວໜ້າພັກແຮງງານປີກຊ້າຍ ຊຶ່ງປົກຄອງປະເທດມາຕັ້ງແຕ່ປີ 2003 ຫາຕົ້ນປີ
2016 ໄດ້ຮັບ 43%.

ການລົງຄະແນນສຽງ ໃນວັນອາທິດມື້ນີ້ຈະເປັນຄັ້ງທີສອງແລະຮອບສຸດທ້າຍໃນການ
ເລືອກຕັ້ງປະທານາທິບໍດີຂອງ ບຣາຊິລ. ໃນການເລືອກຕັ້ງເທື່ອທຳອິດ ໃນວັນທີ 5 ຕຸ
ລານັ້ນ ເຮັດໃຫ້ຜູ້ສະໝັກໄດ້ຮັບຄະແນນສຽງໄກ້ຊິດກັນຫຼາຍ ລະຫວ່າງຜູ້ໄດ້ຮັບສຽງ
ສູງສຸດສອງຄົນ ຄືທ່ານໂບລໂຊນາໂຣນຳໜ້າ ໄດ້ຄະແນນ 46%.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG