ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ບຣາຊີລ ກາຍປະເທດ ສະເປນ ແລະ ອີຕາລີ ໃນຈຳນວນກໍລະນີຕິດເຊື້ອ ໄວຣັສໂຄວິດ


ຂຸມຝັງສົບຂອງຜູ້ເສຍຊີວິດ ໃນໄລຍະ 30 ວັນຜ່ານມາ ແມ່ນເຕັມພື້ນທີ່ເປີດໃໝ່ຂອງປ່າຊ້າ Nossa Senhora Aparecida ທ່າມກາງໂຣກລະບາດໄວຣັສໂຄໂຣນາສາຍພັນໃໝ່, ໃນເມືອງມານາວສ ຂອງບຣາຊີລ, ວັນທີ 11 ພຶດສະພາ 2020.

ບຣາຊີລ ກາຍເປັນປະເທດທີ່ມີຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາຫຼາຍທີ່ສຸດເປັນອັນດັບ 4 ໃນໂລກ ຊຶ່ງກາຍປະເທດສະເປນແລະອີຕາລີ ແລ້ວ.

ເມື່ອຄືນວັນອາທິດວານນີ້ ປະເທດໃນອາເມຣິກາໃຕ້ດັ່ງກ່າວໄດ້ມີກໍລະນີຕິດເຊື້ອ ໄວຣັສ ທີ່ໄດ້ຮັບການຢືນຢັນຫຼາຍກວ່າ 15,000 ຄົນ ໂດຍເຮັດໃຫ້ມີຜູ້ຕິດເຊື້ອໄວຣັສ ລວມທັງໝົດຫຼາຍກວ່າ 235,000 ຄົນ ອີງຕາມການນັບຕົວເລກ ຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ບັນດານັກຊ່ຽວຊານດ້ານສາທາລະນະສຸກ ກ່າວວ່າ ຈຳນວນຂອງກໍລະນີຕິດເຊື້ອໄວຣັສຕົວຈິງນັ້ນ ອາດສູງກວ່ານັ້ນ ເພາະວ່າຫຼາຍໆຄົນຍັງບໍ່ທັນໄດ້ກວດເທື່ອ.

ໂດຍຈຳນວນການເສຍຊີວິດສູງຂຶ້ນເຖິງ 16,000 ຄົນ ບຣາຊີລ ຕິດອັນດັບທີ 6 ຂອງໂລກ ສຳລັບການເສຍຊີວິດທີ່ພົວພັນກັບໄວຣັສໂຄໂຣນາ. ສ່ວນເມັກຊິໂກ ແລະເອກົວດໍ ກໍຍັງເຫັນການເພີ້ມສູງຂຶ້ນເລື້ອຍໆຂອງກໍລະນີຕິດເຊື້ອໄວຣັສໃໝ່ ຊຶ່ງໄດ້ກະຕຸ້ນໃຫ້ອົງການອະນາໄມໂລກ ຫຼື WHO ປະກາດໃຫ້ເຂດທະວີບອາເມຣິກາ ໃຫ້ເປັນຈຸດສູນກາງຂອງໂຣກລະບາດແຫ່ງໃໝ່.

ຣັດເຊຍ ກໍເປັນຈຸດຮ້ອນແຮງອີກແຫ່ງນຶ່ງ ທີ່ມີການບັນທຶກ ກໍລະນີຕິດເຊື້ອໄວ ຣັສໃໝ່ ທີ່ໄດ້ຮັບການຢືນຢັນ ປະມານ 10,000 ຄົນຕໍ່ມື້ ເປັນເວລາ 10 ມື້ລຽນຕິດ ໃນເດືອນພຶດສະພານີ້. ແຕ່ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນອາທິດວານນີ້ ວ່າ ການແຜ່ລະບາດນັ້ນ ແມ່ນໄດ້ຄົງທີ່ແລ້ວໃນທົ່ວປະເທດ.

ຫົວໜ້າສຸຂະອະນາໄມຂອງຣັດເຊຍ ດຣ. ອັນນາ ໂພພານາ ກ່າວໃນການໃຫ້ສຳພາດຕໍ່ໂທລະພາບຊ່ອງ 1 ຣັອສຊີຢາ ວ່າ ໄດ້ມີການບັນລຸຄວາມກ້າວໜ້າແລ້ວ ຍ້ອນການເອົາໃຈໃສ່ຂອງຣັດເຊຍຕໍ່ສຸຂະພາບຂອງປະຊາຊົນ.

ຣັດເຊຍ ໄດ້ລາຍງານວ່າມີ 281,752 ກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຖືກຢືນຢັນ ແລະ 2,631 ກໍລະນີການເສຍຊີວິດທີ່ເຊື່ອມໂຍງກັບໄວຣັສ COVID-19.

ຈຸດຮ້ອນແຮງແຫ່ງໃໝ່ແມ່ນກຳລັງເກີດຂຶ້ນຢູ່ໃນທະວີບອາຟຣິກາໂດຍສະເພາະ ຢູ່ໃນປະເທດໄນຈີເຣຍ ຊຶ່ງໄດ້ດຶງດູດຄວາມສົນໃຈໄປຫາໄພອັນຕະລາຍຂອງການທີ່ບໍ່ເຮັດຫຍັງເລີຍນັ້ນ.

ສະເປນ ແລະອີຕາລີ ສອງປະເທດໃນທະວີບຢູໂຣບ ທີ່ໄດ້ເປັນສູນກາງການລະບາດຂອງໄວຣັສໂຄໂຣນາ ໃນເດືອນມີນາ ດຽວນີ້ແມ່ນກຳລັງກັບຄືນສູ່ປົກ ກະຕິເທື່ອລະໜ້ອຍ ຫຼັງຈາກທີ່ໄດ້ຢູ່ພາຍໃຕ້ມາດຕະການປິດປະເທດມາໄດ້ປະ ມານ 2 ເດືອນ ແລະບໍ່ມີລາຍງານຂອງກໍລິນີຕິດເຊື້ອໃໝ່ອີກ. ຈຳນວນຂອງຜູ້ຄົນທີ່ລົ້ມຕາຍໃນແຕ່ລະວັນຍ້ອນ COVID-19 ໃນສອງປະເທດດັ່ງກ່າວ ກໍຍັງຫລຸດລົງເລື້ອຍໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG