ປະທານາທິບໍດີບຣາຊີລ ໄດ້ສັ່ງໃຫ້ທະຫານ ເຂົ້າບັງຄັບບັນຊາກຳລັງຕຳຫລວດ ຢູ່ທີ່ ນະຄອນຣຽວ ເດິ ຈາເນໂຣ ໂດຍກ່າວວ່າແກັ່ງຄ້າຢາເສບຕິດ “ເກືອບຄວບຄຸມ” ນະ
ຄອນດັ່ງກ່າວແລ້ວ.
ປະທານາທິບໍດີມີແຊລ ເທເມີ ກ່າວຫລັງຈາກເຊັນດຳລັດ ໃນວັນສຸກວານນີ້ ຢູ່ທີ່ທຳ
ນຽບປລານາລໂຕ ໃນນະຄອນຫລວງບຣາຊີເລຍວ່າ “ຂ້າພະເຈົ້າເອົາມາດຕະການ
ທີ່ເຄັ່ງຄັດເຫລົ່ານີ້ ເພາະວ່າເຫດການຕ່າງໆໄດ້ບີບບັງຄັບ.” ດຳລັດສະບັບນີ້ ມີຜົນ
ບັງຄັບໃຊ້ ຕໍ່ລັດຣຽວທັງໝົດ ຮວມທັງເຂດນະຄອນ ຣຽວ ເດິ ຈາເນໂຣ ທີ່ມີປະຊາຊົນ
12 ລ້ານຄົນ.
ທ່ານກ່າວວ່າ ກຸ່ມຈັດຕັ້ງອາຊະຍາກຳ “ໄດ້ຂົ່ມຂູ່ຕໍ່ຄວາມສະຫງົບຂອງປະເທດເຮົາ.
ດ້ວຍເຫດຜົນດັ່ງກ່າວນີ້ພວກເຮົາໄດ້ຮຽກຮ້ອງໃຫ້ລັດຖະບານກາງເຂົ້າມາຄວບຄຸມ
ໃນການຮັກສາຄວາມປອດໄພໃຫ້ແກ່ປະຊາຊົນ ໃນນະຄອນຣຽວ ເດິ ຈາເນໂຣ.
ທ່ານໄດ້ກ່າວເພີິ້ມອີກວ່າ “ພວກເຮົາຈະບໍ່ຮັບເອົາການຕອບແບບງ່າຍໆຕໍ່ການເສຍ
ຊີວິດຂອງຄົນທີ່ໄຮ້ດຽງສາ. ອັນທີ່ຍອມຮັບບໍ່ໄດ້ກໍຄືພວກເຮົາຝັງພໍ່ແມ່ຂອງພວກເຮົາ
ແລະພວກຄົນງານ ແລະຕຳຫຼວດ ຕະຫລອດທັງພວກຊາວໜຸ່່ມແລະພວກເດັກນ້ອຍ.”
ກຳລັງທະຫານບຣາຊີລ ໄດ້ລາດຕະເວນໃນບາງເຂດຂອງນະຄອນ ຣຽວ ເດີ ຈາເນ
ໂຣ ແຕ່ດຳລັດໃນວັນສຸກວານນີ້ ໄດ້ອະນຸມັດໃຫ້ທະຫານຄວບຄຸມການຮັກສາຄວາມ
ປອດໄພທັງໝົດໃນລັດຣຽວ. ພວກນາຍພົນ ເມື່ອກ່ອນນີ້ໄດ້ເປັນຜູ້ຄວບຄຸມຄວາມ
ປອດໄພ ເວລານະຄອນດັ່ງກ່າວເປັນເຈົ້າພາບຈັດການແຂ່ງຂັນໂອລິມປິກ ໃນປີ
2016.
ລັດຖະມົນຕີປ້ອງກັນປະເທດທ່ານ ຣາອູລ ຈັງແມນ ໄດ້ກ່າວວ່າ ທະຫານຈະບໍ່ເຂົ້າ
ໄປຮັບໜ້າທີ່ ແທນຕຳຫຼວດທ້ອງຖິ່ນ ຫລືຕຳຫລວດລັດ ແຕ່ຈະໃຫ້ການສະໜັບສະ
ໜູນ ໃນການຕໍ່ສູ້ກັບພວກຣາຊາຄ້າຢາເສບຕິດ.
ສະພາບຣາຊິລຄາດວ່າ ຈະໃຫ້ສັດຕະຍາບັນຕໍ່ດຳລັດດັ່ງກ່າວພາຍໃນ 10 ວັນ.
ຄວາມຮຸນແຮງໃນນະຄອນຣຽວ ໄດ້ທະວີຄວາມຮຸນແຮງຂຶ້ນລະຫວ່າງການສະຫລອງ
ຄານີວາລ ທີ່ໄດ້ສິ້ນສຸດລົງໃນວັນພຸດທີ່ຜ່ານມາ ທີ່ບັນດາຮູບພາບຂອງພວກ
ແກັ່ງ ໄດ້ປຸ້ນຈີ້ບັນດານັກທ່ອງທ່ຽວ ຊຶ່ງໄດ້ມີການອອກຂ່າວຊໍ້າແລ້ວຊໍ້າອີກທາງໂທລະ
ພາບແຫ່ງຊາດ.
ລັດຣຽວໄດ້ປະສົບກັບສະພາບເສດຖະກິດຢູ່ໃນບຣາຊິລ ແລະຕະຫລາດນໍ້າມັນຕົກ
ລາຄາ ໃນລະຫວ່າງຫລາຍປີຜ່ານມານີ້.