ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກກິລາຍິງຂອງ ສະຫະລັດ ໄດ້ຫຼຽນຄຳຜູ້ ທຳອິດ ໃນການແຂ່ງຂັນກິລາ ໂອລິມປິກ


ນາງ Thrasher ຈາກລັດ Virginia, ກາງ, ຈາກ ສະຫະລັດ ຍົກຫຼຽນຄຳຂອງລາວໃຫ້ເບິ່ງ ສຳລັບການແຂ່ງຂັນກິລາ ຍິງປືນຍາວອັດລົມ 10 ແມັດໃນລະຫວ່າງ ພິທີມອບຫຼຽນ ທີ່ກິລາໂອລິມປິກລະດູຮ້ອນ 2016 ໃນນະຄອນ in Rio de Janeiro, ບຣາຊິລ, 6 ສິງຫາ, 2016.
ນາງ Thrasher ຈາກລັດ Virginia, ກາງ, ຈາກ ສະຫະລັດ ຍົກຫຼຽນຄຳຂອງລາວໃຫ້ເບິ່ງ ສຳລັບການແຂ່ງຂັນກິລາ ຍິງປືນຍາວອັດລົມ 10 ແມັດໃນລະຫວ່າງ ພິທີມອບຫຼຽນ ທີ່ກິລາໂອລິມປິກລະດູຮ້ອນ 2016 ໃນນະຄອນ in Rio de Janeiro, ບຣາຊິລ, 6 ສິງຫາ, 2016.

ການແຂ່ງຂັນກິລາໂອລິມປິກທີ່ນະຄອນ Rio de Janeiro ກຳລັງດຳເນີນໄປຢ່າງເຕັມ ຮູບແບບ ດ້ວຍການແຂ່ງຂັນລົດຖີບ, ຕີບານ ຊາຍຫາດ, ຊົກມວຍ ແລະ ການແຂ່ງຂັນ ລອຍນ້ຳຫຼາຍລາຍການ ທີ່ ຈັດຂຶ້ນໃນວັນເສົາວານນີ້, ເຊິ່ງເປັນຈຳນວນໜຶ່ງຈາກການ ແຂ່ງຂັນ ອື່ນໆອີກຫຼາຍລາຍການ.

ນັກກິລາຍິງປືນ ອາເມຣິກັນ ນາງ Ginny Thrasher ອາຍຸ 19 ປີ ຜູ້ແຂ່ງຂັນໃນການຍິງ ປືນຍາວອັດລົມຂອງແມ່ຍິງໄດ້້ຊະນະຫຼຽນຄຳ, ເຊິ່ງເປັນຫຼຽນທຳອິດຂອງກິລາໂອລິມປິກ ລະດູຮ້ອນປີ 2016 ນີ້. ດ້ວຍການເອົາຊະນະນັກແຂ່ງຂັນຈາກ ຈີນ 2 ຄົນຊື່ວ່ານາງ Du Li ແລະ ນາງ Yi Siling.

ທີມລອຍນ້ຳ ອາເມຣິກັນ ນຳໜ້າໂດຍນາງ Katie Ledecky ໄດ້ຮັບຫຼຽນເງິນໃນການ ແຂ່ງຂັນລອຍນ້ຳ Freestyle ຜັດ 4 x 100 ແມັດ. ນັກກິລາຈາກປະເທດ ອອສ ເຕຣເລຍ ໄດ້ສ້າງສະຖິຕິໂລກ

ໃໝ່ໃນການແຂ່ງຂັນດັ່ງກ່າວດ້ວຍເວລາ 3 ນາທີ, 30.65 ວິນາທີ, ເຊິ່ງທຳລາຍສະຖິຕິ ເກົ່າບໍ່ຮອດໜຶ່ງວິນາທີ ທີ່ໄດ້ສ້າງໄວ້ໂດຍ ນັກລອຍນ້ຳ ອອສເຕຣເລຍ ກ່ອນໜ້ານີ້ 2 ປີ.

ສຳລັບການສ້າງສະຖິຕິໂລກອື່ນໆໃນສະນ້ຳແມ່ນໂດຍນັກກິລາລອຍນ້ຳຈາກປະເທດ ຮັງກາຣີ ນາງ Katinka Hosszu ໃນການແຂ່ງຂັນດ່ຽວ 400 ແມັດປະສົມ, ໄດ້ຮັບຫຼຽນ ຄຳດ້ວຍເວລາ 4 ນາທີ 26.36 ວິນາ ທີ. ນາງ Maya DiRado ຈາກ ສະຫະລັດ ໄດ້ຮັບ ຫຼຽນເງິນດ້ວຍ ເວລາ 2.72 ວິນາທີຕາມຫຼັງນາງ Hosszu.

ຜູ້ຊົມຊາວ ບຣາຊິລ ນາງ Amanda Ramos ໄດ້ກ່າວຕໍ່ວີໂອເອວ່າ ພິທີເປີດກິລາໂອລິມປິກ ເຮັດໃຫ້ລາວຊາບຊຶ້ງຈົນ "ປາກບໍ່ອອກ."
ຜູ້ຊົມຊາວ ບຣາຊິລ ນາງ Amanda Ramos ໄດ້ກ່າວຕໍ່ວີໂອເອວ່າ ພິທີເປີດກິລາໂອລິມປິກ ເຮັດໃຫ້ລາວຊາບຊຶ້ງຈົນ "ປາກບໍ່ອອກ."

ນັກກິລາ ເທັນນິສ ຊື່ດັ່ງ ນາງ Venus William ໄດ້ເສຍໄຊໃນການ ແຂ່ງຂັນຮອບທຳອິດ ໃຫ້ກັບນາງ Kristen Flipkens ຈາກ ແບລຈຽມ. ໃນຂະນະທີ່ນາງ Williams ມີສະຖິຕິ ຂອງການໄດ້ຮຽນຫຼຽນຄຳໂອ ລິມປິກ ມາແລ້ວ 4 ຄັ້ງ, ຈຶ່ງພາໃຫ້ນາງ Flipkens ຕ້ອງໄດ້ ສະເຫຼີມສະຫຼອງໄຊຊະນະຢ່າງໃຫຽ່ໃນຮອບທຳອິດດັ່ງກັບວ່ານາງໄດ້ຮັບຫຼຽນອັນດັບໜຶ່ງ.

ນາງ Flipkens ກ່າວວ່າ “ນີ້ແມ່ນໜຶ່ງໃນການແຂ່ງທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດຂອງຂ້າພະ ເຈົ້າ. ພວກທ່ານຜູ້ຊົມໄດ້ມ່ວນຊື່ນກັບການແຂ່ງ ຂັນຂອງຂ້າພະເຈົ້າ ເພາະວ່າ ຂ້າພະ ເຈົ້າຄິດວ່າ ຂ້າພະເຈົ້າແມ່ນເດັກ ຍິງຄົນໜຶ່ງທີ່ພະຍາຍາມເຮັດສິ່ງທີ່ພິເສດບາງຢ່າງ ເພື່ອໃຫ້ມີໂອກາດເອົາຊະນະແຊັ້ມປ້ຽນແນວນັ້ນ.”

ໃນການແຂ່ງຂັນກິລາ Handball ປະເພດຍິງ, ທີມເຈົ້າພາບ ບຣາຊິລ ໄດ້ເອົາຊະນະນັກ ກິລາປ້ອງກັນແຊັ້ມຈາກ ນໍເວ ດ້ວຍຄະແນນ 31 ຕໍ່ 28 ປະຕູ ໃນການແຂ່ງຂັນເກມທຳອິດ. ເຊິ່ງ 12 ປະຕູທີ່ໄດ້ຍິງໂດຍ ບຣາຊິລ ນັ້ນມາຈາກນາງ Ana Paula Rodrigues ທີ່ໄດ້ນຳ ພາທີມໄປສູ່ໄຊຊະນະ ໃນການແຂ່ງຂັນກິລາເຊິ່ງ ບຣາຊິລ ບໍ່ເຄີຍໄດ້ ຫຼຽນລາງວັນມາ ກ່ອນ.

ໃນການແຂ່ງຂັນເຕະບານຮອບແບ່ງກຸ່ມ, ນັກກິລາແມ່ຍິງ ສະຫະລັດ ຍາດໄດ້ໄຊຊະນະ ຈາກນັກເຕະຂອງ ຝຣັ່ງ 1 ປະຕູຕໍ່ 0 ທີ່ສະໜາມກິລາ Mineiro ໃນເມືອງ Belo Horizonte.

ສ່ວນທີມນັກກິລາ Bastketball ທີມຊາຍຂອງ ອາເມຣິກາ ໄດ້ເອົາຊະນະ ຈີນ ໃນການ ແຂ່ງຂັນຮອບທຳອິດດ້ວຍຄະແນນ 119 ຕໍ່ 62.

XS
SM
MD
LG