ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ຢ່າງ​ໜ້ອຍ 58 ຄົນ​ເສຍ​ຊີ​ວິດ ແລະ​ອີກ 300 ຄົນ ຍັງ​ຫາຍ​ສາບ​ສູນ ຈາກ​ເຂື່ອນ​ທີ່ແຕກ​ຄັ້ງ​ນີ້


ພວກ​ພະ​ນັກ​ງານກູ້​ໄພ ໃນ​ເຮ​ລິ​ຄອບ​ເຕີ ຊອກ​ຄົ້ນ​ຫາ​ໃນ​ເຂດ​ນ້ຳ​ຖ້ວມ ຫຼັງ​ຈາກ​ເຂື່ອນ​ພັງ​ທະ​ບາຍ​ລົງ ໃນ​ເມືອງບ​ຣູ​ມາ​ດິນ​ໂຮ Brumadinho, ບ​ຣາ​ຊີລ, 27 ມັງ​ກອນ 2019.
ພວກ​ພະ​ນັກ​ງານກູ້​ໄພ ໃນ​ເຮ​ລິ​ຄອບ​ເຕີ ຊອກ​ຄົ້ນ​ຫາ​ໃນ​ເຂດ​ນ້ຳ​ຖ້ວມ ຫຼັງ​ຈາກ​ເຂື່ອນ​ພັງ​ທະ​ບາຍ​ລົງ ໃນ​ເມືອງບ​ຣູ​ມາ​ດິນ​ໂຮ Brumadinho, ບ​ຣາ​ຊີລ, 27 ມັງ​ກອນ 2019.

ການ​ບາດ​ເຈັບ​ລົ້ມ​ຕາຍ ຈາກ​ການ​ພັງ​ທະ​ລາຍ​ລົງຂອງເຂື່ອນ​ແຕກ​ ໃນວັນ​ສຸກຜ່ານ​ມາ​ນີ້
ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ​ບ​ຣາ​ຊິ​ລ ໄດ້​ເພີ້ມ​ຂຶ້ນ​ເປັນ 58 ຄົນ ໃນ​ວັນ
​ອາ​ທິດ​ວານ​ນີ້ ຈຳ​ນວນ​ແມ່ນ​ແນ່ນອນ​ວ່າຈະ​ເພີ້ມ​ຂຶ້ນ ຢ່າງ​ນ້ອຍ ເປັນ 300 ຄົນ ທີ່​ຢ້ານ​
ກົວ​ວ່າ ຖືກ​ທັບ​ຖົມ ຢູ່​ໃນຂີ້​ຕົມ​ຈຳ​ນວນ​ຫຼາຍໆ​ໂຕນ​ນັ້ນ.

ພວກ​ກູ້​ໄພ ທີ່​ປະ​ຕິ​ບັດ​ງານຢູ່​ທີ່​ນັ້ນ​ແມ່ນ​ໄດ້ຢຸດສະງັກຊົ່ວໄລຍະນຶ່ງ ໃນ​ວັນ​ອາ​ທິດ​ວານ​ນີ້
ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຢ້ານວ່າຈະມີ​ພັງທະລາຍຂອງ​ເ​ຂື່ອນ​ແຫ່ງອື່ນອີກ​ ໃນ​ເມືອງ
ບ​ຣູ​ມາ​ດິນ​ໂຮ (Brumadinho). ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ທີ່​ນັ້ນໄດ້​ຖືກເຕືອນວ່າ
​ໃຫ້​ຕຽມ​ພ້ອມ​ຍົກ​ຍ້າຍ ກ່ອນ​ທີ່​ເຂື່ອນ​ຈະ​ຖືກ​ພົບ​ເຫັນ​ວ່າ​ປອດໄພ​.

ເຂື່ອນ​ແຫ່ງນີ້ແມ່ນ​ທາງ​ບໍ​ລິ​ສັດ​ເໝືອງ ແວ​ລ ບ​ຣາ​ຊີ​ລ ເປັນ​ເຈົ້າ​ຂອງ​ ໄດ້​ຖືກ​ພັງ​ທະ​ລາຍ​ລົງ
ໃນ​ວັນ​ສຸກ ຜ່ານ​ມາ​, ເຮັດ​ໃຫ້​ນ້ຳ​ແລະ​ຂີ້​ຕົມ ທະ​ລຸ​ອອກ​ມາ ທັບ​ຖົມ​ພວກ​ຄົນ​ງານເໝືອງ
ຈຳ​ນວນ​ຫຼາຍ​ຮ້ອຍ​ຄົນ ທີ່​ກຳ​ລັງ​ຮັບ​ປະ​ທານ​ອາ​ຫານ​ກາງ​ເວັນ​ຢູ່​ນັ້ນ. ບັນ​ດາ​ເຈົ້າ​ໜ້າ​ທີ່​
ຕຸ​ລາ​ການ​ຂອງບ​ຣາ​ຊີ​ລ ໄດ້​ຢຸດຢັ້ງ​ເງິນກອງ​ທຶນ​ຈຳ​ນວນ 3 ພັນ​ລ້ານ​ໂດ​ລາໄວ້ ນັບ​ຕັ້ງ
​ແຕ່​ວັນ​ສຸກ ຜ່ານ​ມາ​ນີ້ສຳລັບ. ນອກນັ້ນບໍ​ລິ​ສັດ​ດັ່ງ​ກ່າວ ຍັງໄດ້​ຖືກປັບໃໝໃນ​ຫຼາຍໆ​
ກໍ​ລະ​ນີ ໃນ​ການ​ລະ​ເມີດ​ກົດ​ລະ​ບຽບ​ການ ແລະສ້າງ​ຄວັນ​ພິດ ຍ້ອນການເກີດ​ໄພ​
ພິ​ບັດ​ຄັ້ງ​ນີ້.

ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້ ພາ​ໃຫ້​ຄິດ​ເຖິງ​ໄພ​ພິ​ບັດ​ທີ່​ຄ້າຍ​ຄື​ກັນ​ ໃນ​ປີ 2015, ຕອນ​ທີ່ເຂື່ອນ​ອີກ​ອັນ​ນຶ່ງ ໄດ້​ພັງ​ທະ​ລາຍ​ລົງ ຢູ່​ໃນ​ລັດ​ດຽ​ວກັນ ທີ່ ເມືອງ Minas Gerais, ທີ່​ໄດ້​ສັງ​ຫານ 19 ຄົນ. ເຂື່ອນ​ດັ່ງ​ກ່າວ​ ກໍໄດ້​ດຳ​ເນີນ​ການ​ໂດຍ​ບໍ​ລິ​ສັດ​ແວ​ລ ພ້ອມ​ທັງ ​ບໍ​ລິ​ສັດ​ເໝືອງຂອງອອ​ສ​ເຕ​ຣຍ​ເລຍ BHP Billiton.

ການ​ຫັກ​ພັງ​ຂອງເຂື່ອນ ປີ 2015 ໄດ້​ສົ່ງ​ທາດ​ເຫຼັກ​ທີ່​ເປັນ​ພິດອອກມາ​ ພ້ອມດ້ວຍຂີ້ເຫຍື່ອ​ຫຼາຍ​ໆລ້ານໂຕນ ສົ່ງໄປຫຼາຍ​ໆຮ້ອຍ​ກິ​ໂລ​ແມັດ ​ຖື​ວ່າ​ເປັນ​ໄພ​ພິ​ບັດທີ່​ຮ້າຍ​ແຮງ​ທີ່​ສຸດ ຕໍ່​ສະ​ພາບ​ແວດ​ລ້ອມ​ຂອງ​ບ​ຣາ​ຊີ​ລ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG