ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊີລ ແລະ ເມັກຊິໂກ ຈະສູ້ກັນ ເພື່ອຍາດ ເປັນຜູ້ນຳ ໃນສາຍ A (ສະໄລດ໌/ວີດີໂອ)


ບັນດາແຟນໆ ທິມເຕະບານ ເມັກຊິໂກ ກຳລັງເຊຍ ສະໜັບສະໜູນ ທິມຂອງເຂົາເຈົ້າ.
ບັນດາແຟນໆ ທິມເຕະບານ ເມັກຊິໂກ ກຳລັງເຊຍ ສະໜັບສະໜູນ ທິມຂອງເຂົາເຈົ້າ.
ເມັກ​ຊິ​ໂກ ​ແລະ​ປະ​ເທດ​ເຈົ້າພາບ ບຣາຊິີລ ຈະ​ປະ​ເຊີນ​ໜ້າ​
ກັນ​ໃນ​ວັນ​ອັງຄານມື້​ນີ້ ໃນການ​ແຂ່ງຂັນເຕະບານໂລກ ຊຶ່ງ​
ແຕ່ລະ​ຝ່າຍ ​ຕ່າງກໍ​ຫວັງ​ຈະ​ເອົາ​ຊະນະ ແລະມີໂອກາດເຂົ້າ
ໄປຫລິ້ນໃນຮອບທີມໃດເສຍໄຊຖືກຕັດອອກໃນການແຂ່ງ
ຂັນເຕະບານໂລກນັ້ນ.

ທັງສອງ​ທິມ ຈະ​ແຂ່ງ​ກັນ​ທີ່​ເມືອງ Fortaleza ທາງ​ພາກ​ຕາ​
ເວັນ​ອອກຂອງປະເທດ ຊຶ່ງຕ່າງກໍມີຄະແນນ​ສະ​ເໝີ​ກັນເປັນ
ຜູ້ນຳ​ໜ້າ​ຂອງ​ກຸ່ມ A ຫລັງ​ຈາກ ບຣາຊິ​ລ ໄດ້​ຊະນະ​ໂຄຣ​ເອ
​ເຊຍ ​ແລະ ​ເມັກ​ຊິ​ໂກ ​ໄດ້​ໄຊຊະນະ ​ກາ​ເມຣຸນ ໃນອາທິດ​ແລ້ວ​ນີ້.

ກຸ່ມ H ເລີ້​ມການ​ແຂ່ງຂັນ​ໃນ​ວັນ​ອັງຄານ​ມື້​ນີ້ ຄື ​ແບ​ລຢ້ຽມ ຈະສູ້ກັບ ອາລຈີ​ເຣຍ ​ແລະ ຣັດ​
ເຊຍຈະລົງສະໜາມແຂ່ງກັບ​ ເກົາຫລີ​ໃຕ້.

​ການ​ແຂ່ງຂັນ​ເຫຼົ່ານີ້ ມີຂຶ້ນຫລັງຈາກ ສະຫະລັດ ໄດ້ຊະນະການາ ຢ່າງຕື່ນເຕັ້ນ 2 ປະຕູ ຕໍ່
1 ​ໃນ​ຄືນວັນ​ຈັນ​ວານ​ນີ້ ​ໃນ​ການ​ແຂ່ງ​ຂັນກຸ່ມ G.

ກອງ​ໜ້າ Clint Dempsey ​ໄດ້​ເຮັດໃຫ້ ສະຫະລັດ ມີຄະແນນນຳໜ້າ ພຽງ​ແຕ່ 34 ວິນາ​
ທີ ​ເທົ່າ​ນັ້ນໃນ​ການແຂ່ງຂັນ ດ້ວຍ​ການ​ຍິງຢ່າງ​ແຮງ​ໃສ່​ເສົາ​ປະຕູ​ເບື້ອງ​ຂວາ ຊຶ່ງເປັນ
​ການຍິງປະຕູ ​ໄວ​ທີ່​ສຸດອັນດັບ 6 ​ໃນ​ປະຫວັດ​ສາດ ​ການ​ແຂ່ງຂັນເຕະບານ​ໂລກ ​ແລະ​ໄວ
​ທີ່​ສຸດ​ສຳລັບທີມ ອາ​ເມຣິກັນ.

ສະຫະລັດ ​ໄດ້​ນຳ​ໜ້າ 1 ປະຕູຕໍ່ 0 ຈົນ​ຮອດນາທີທີ 82 ​ເວລາ Andre Ayew ຈາກທີມ
ການາ ​ໄດ້​ທຳ​ຄະ​ແນນ​. ​ໃນ​ຂະນະ​ທີ່​ປາກົດ​ວ່າການແຂ່ງຂັນຈະກ້າວໄປ​ສູ່ການສະ​ເໝີ​
ກັນນັ້ນ ສະຫະລັດກໍ​ໄດ້​ທຳ​ຄະ​ແນນ​ອີກໃນນາທີ ທີ 86 ​ເພື່ອ​ເອົາ​ຊະນະ.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ການ​ແຂ່ງຂັນ​ຂອງ​ກຸ່ມ G ທີ່​ເດີ່ນເມືອງ Salvador ​ ​ເຢຍຣະ​
ມັນຊຶ່ງເປັນທີມອັນດັບສອງຂອງຟີຟ້າ ​ກໍໄດ້ຊະນະ ປອກຕູ​ກາລ ຊຶ່ງ​ເປັນ​ອັນດັບ 4 ຂອງຟີ
ຟ້າ ດ້ວຍຄະແນນ 4 ປະຕູຕໍ່ 0.

​ໃນ​ການ​ແຂ່ງຂັນຕໍ່ມາ​ໃນ​ວັນ​ຈັນ​ວານ​ນີ້ ​ກໍແມ່ນ​ກຸ່ມ F ທີ່​ເດີ່ນເມືອງ Curitiba ​ແລະ​ຜົນ
ປາກົດວ່າ ບໍ່ມີຜູ້ຍິງປະຕູໄດ້ ລະຫວ່າງອີຣ່ານ​ແລະໄນຈີ​ເຣຍ. ນີ້ແມ່ນ ​ການແຂ່ງຂັນ​ທີ່ບໍ່​
ສາມາດພັງປະຕູໄດ້ ​ແລະເປັນ​ການ​ເໝີກັນ ເທື່ອດຽວເທົ່ານັ້ນ​ໃນການ​ແຂ່ງຂັນ​ເຕະບານ
​ໂລກ ເທົ່າທີ່​ດຳ​ເນີນ​ມາ ​ຢູ່ປະ​ເທດ​ບຣາຊີ​ລ 14 ຄັ້ງ ​ແລ້ວນັ້ນ.​
African Fans Cheer Their Teams, Hope for Victory
please wait

No media source currently available

0:00 0:02:32 0:00
XS
SM
MD
LG