ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດ​ປ. Brazil Lula ຖືກ​​ຟ້ອງ​ໃນ​ຄະດີຟອກ​ເງິນ​ແລະ​ສໍ້​ລາດ​ບັງ​ຫຼວງ


Brazil Lula
please wait
Embed

No media source currently available

0:00 0:01:16 0:00

ອະດີດ​ປະທານາທິບໍດີ Brazil ທ່ານ Luiz Inacio Lula da Silva ​ໄດ້​ຖືກຟ້ອງ​ໃນ​ຄະດີຟອກ​ເງິນ​ແລະ​ສໍ້​ລາດ​ບັງ​ຫຼວງ.

ຄະນະສືບສວນ​ສອບ​ສວນ​ຂອງ​ລັດຖະບານ​ກາງ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງດັ່ງກ່າວໃນ​ວັນ​ພຸດ​ວານນີ້​ ທີ່​ໄດ້​ພົວພັນ​ກັບ​ການ​ສືບສວນ​ສອບ​ສວນ ກ່ຽວ​ກັບການ​ສໍ້​ລາດ​ບັງ​ຫຼວງ ທີ່ບໍ​ລິ​ສັດ​ລັດ​ວິ​ສາ​ຫະກິດນ້ຳມັນ Petrobras.

ອະດີດ​ປະທານາທິບໍດີ ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ພ້ອມ​ທັງ​ບຸກຄົນ​ອື່ນໆ​ທີ່​ກ່ຽວຂ້ອງ ​ອີກ​ຈຳນວນ​ນຶ່​ງຖືກ​ກ່າວ​ຫາ​ວ່າ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາ​ກການປັບປຸງ​ທີ່​ດິນຊຶ່ງ​ເປັນ​ຫາດຊາຍ​ແຄມ​ທະ​ເລ ​ໂດຍ​ບໍລິສັດກໍ່ສ້າງ ທີ່​ມີ​ສ່ວນ​ພົວພັນ​ກັບການ​ຮັບ​ເງິນ​ສິນ​ບົນ​ທີ່​ເປັນ​ຂ່າວ​ນອງ​ນັນຂອງບໍ​ລິ​ສັດ​ນ້ຳມັນ Petrobras.

ທ່ານ Lula ປະຕິ​ເສດ ​ຕໍ່ຂໍ້​ກ່າວ​ຫາ ​ແລະ​ກ່າວ​ວ່າ ທ່ານ​ບໍ່​ເຄີຍ​ເປັນ​ເຈົ້າ​ຂອງ​ທີ່​ດິນຜືນ​ນັ້ນ.

ການ​ຟ້ອງ​ຮ້ອງ​ດັ່ງກ່າວ ປະຈຸ​ບັນ​ນີ້ ​ໄດ້​ຖືກ​ສົ່ງ​ໄປ​ໃຫ້ຜູ້​ພິພາກສາ​ສານ​ລັດຖະບານ​ກາງ ​ທີ່​ກຳກັບ​ການ​ສືບສວນ​ສອບ​ສວນກ່ຽວ​ກັບບໍ​ລິ​ສັດ​ນ້ຳມັນ Petrobras. ທ່ານ​ຈະ​ຕ້ອງ​ໄດ້ຕັດສິນ​ວ່າ ທ່ານ Lula ຈະຖືກນຳ​ໂຕ​ຂຶ້ນ​ສານ ​ຫຼື​ບໍ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG