ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ບຣາຊີລ ເອີ້ນການກ່າວຫາ ຄໍຣັບຊັ່ນ ຕໍ່ທ່ານວ່າ ເປັນການ 'ສ້າງລະຄອນ'


ປະທານາທິບໍດີ ຂອງບຣາຊີລ ທ່ານ Michel Temer ກ່າວຖະແຫລງ ໃນລະຫວ່າງພິທີ ຢູ່ທີ່ທຳນຽບປະທານາທິບໍດີ Planalto, ໃນນະຄອນຫຼວງ Brasilia, ວັນທີ 26 ມິຖຸນາ 2017.
ປະທານາທິບໍດີ ຂອງບຣາຊີລ ທ່ານ Michel Temer ກ່າວຖະແຫລງ ໃນລະຫວ່າງພິທີ ຢູ່ທີ່ທຳນຽບປະທານາທິບໍດີ Planalto, ໃນນະຄອນຫຼວງ Brasilia, ວັນທີ 26 ມິຖຸນາ 2017.

ປະທານາທິບໍດີ Michel Temer ຂອງບຣາຊີລ ທີ່ໄດ້ປະສົບກັບບັນຫາ ກຳລັງເອີ້ນ
ການກ່າວຫາຕໍ່ທ່ານ ວ່າ ສໍ້ລາດບັງຫຼວງຕ່າງໆນາໆ ນັ້ນ ເປັນການ “ວາງແຜນສ້າງ
ລະຄອນຂຶ້ນ.”

ທ່ານ Temer ໄດ້ກ່າວໃນວັນອັງຄານວານນີ້ ວ່າ “ຂ້າພະເຈົ້າ ກ່າວ ໂດຍປາດສະ
ຈາກ ຄວາມຢ້ານ ວ່າຈະຜິດພາດ ທີ່ວ່າ ຂໍ້ກ່າວຫານັ້ນ ບໍ່ແມ່ນຄວາມຈິງ. ຂ້າພະ
ເຈົ້າ ຈະບໍ່ອະນຸຍາດໃຫ້ຕົວຂ້າພະເຈົ້າເອງ ຖືກກ່າວຫາ ສຳລັບອາຊະຍາກຳຕ່າງໆ
ທີ່ຂ້າພະເຈົ້າ ບໍ່ໄດ້ເຮັດ. ຈຸດປະສົງຂອງຂ້າພະເຈົ້າ ແມ່ນທຳງານເພື່ອ ບຣາຊີລ.
ຂ້າພະເຈົ້າ ຈະບໍ່ຫລີກເວັ້ນການຕໍ່ສູ້ທັງຫຼາຍ.”

ທ່ານ Temer ໄດ້ກ່າວຫາ ຫົວໜ້າໄອຍະການຂອງບຣາຊີລ ແລະ ລັດຖະມົນຕີ
ກະຊວງຍຸຕິທຳ ທ່ານ Rodrigo Janot ວ່າ ກຳລັງຫາທາງ “ແກ້ແຄ້ນ ເພື່ອການ
ທຳລາຍ ແລະ ການຈອງເວນຈອງກຳ.”

ທ່ານ Janot ໄດ້ກ່າວຫາປະທານາທິບໍດີ ຢ່າງເປັນທາງການ ວ່າ ຮັບເງິນສິນບົນ
150,000 ໂດລາ ຈາກອະດີດຫົວໜ້າ ບໍລິສັດຫໍ່ຊີ້ນຍັກໃຫຍ່ ເມື່ອຕົ້ນປີນີ້.

ທ່ານ ຍັງກຳລັງສືບສວນສອບສວນ ທ່ານ Temer ກ່ຽວ​ກັບ ຂໍ້ກ່າວຫາ ທາງອາຍາ
ອື່ນໆອີກຢູ່ ທີ່ປະກອບດ້ວຍ ການກີດກັນທາງດ້ານຕຸລາການ. ເທັບບັນທຶກສຽງອັນນຶ່ງ
ໄດ້ຖືກເປີດເຜີຍອອກມາ ຊຶ່ງສຽງເວົ້ານັ້ນ ປາກົດວ່າເປັນຂອງທ່ານ Temer ທີ່ກຳລັງ
ປຶກສາຫາລື ການຈ່າຍເງິນປິດປາກ ໃຫ້ແກ່ອະດີດປະທານສະພາຕ່ຳ ແລະ ບັນດາ
ພັນທະມິດຂອງປະທານາທິບໍດີ ຜູ້ທີ່ໄດ້ຖືກຈຳຄຸກ ສຳລັບການຄໍຣັບຊັນ.

Brazil Corruption
please wait
Embed

No media source currently available

0:00 0:01:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG