ຝົນຕົກໜັກ ໄດ້ເປັນສາເຫດຂອງຂີ້ຕົມເຈື່ອນ ໃນຕອນເຊົ້າຂອງວັນເສົາວານນີ້ ໃກ້ກັບ
ນະຄອນ ຣີໂອ ເດ ແຈເນໂຣ, ມີຜູ້ເສຍຊີວິດ 10 ຄົນ, ບາດເຈັບ 11 ຄົນ ແລະ ຢ່າງ
ໜ້ອຍ 4 ຄົນໄດ້ຫາຍສາບສູນ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ບຣາຊິລ.
ຕົມເຈື່ອນໃນເມືອງ ນິເຕຣອຍ, ເປັນຂົງເຂດຢູ່ນອກຕົວເມືອງ ຣີໂອ ນັ້ນ, ໄດ້ມີສາເຫດ
ມາຈາກຝົນຕົກໜັກ, ອີງຕາມການກ່າວຂອງ ທ່ານ ໂຣເບີໂຕ ໂຣບາເດ, ຫົວໜ້າກົມ
ປ້ອງກັນພົນລະເມືອງຂອງນະຄອນ ຣີໂອ ຕໍ່ເຄືອຂ່າຍໂທລະພາບ Globo.
ທ່ານ ໂຣບາເດ ກ່າວວ່າ ຫຼັງຈາກຝົນຕົກໜັກສອງວັນ, “ກໍໄດ້ມີການປະກາດແຈ້ງເຕືອນ
ສຳລັບເມືອງ ນິເຕຣອຍ.” ທ່ານໄດ້ກ່າວເພີ່ມເຕີມວ່າ ປະຊາຊົນໄດ້ຖືກຂໍຮ້ອງໃຫ້ “ຍ້າຍ
ໄປສະຖານທີ່ໆປອດໄພ.”
ບັນດານັກກູ້ໄພກ່າວວ່າ ຝົນ ໄດ້ເຮັດໃຫ້ກ້ອນຫີນໃຫຍ່ເຈື່ອນ, ເຊິ່ງໄດ້ຕຳເຂົາເຈົ້າໃສ່
ເຮືອນ ແລະ ທຸລະກິດຫຼາຍບ່ອນ. ພວກນັກກູ້ໄພ ໄດ້ສືບຕໍ່ຊອກຫາຜູ້ລອດຊີວິດ ແລະ
ຜູ້ເຄາະຮ້າຍທີ່ຖືກຝັງ ຢູ່ໃນຊາກຫັກພັງ ແລະ ຂີ້ຕົມ.
ບາດຫຼວງ ດັອສ ຊານຕົສ (Pedro Paulo Dos Santos) ຜູ້ທີ່ໄດ້ເດີນທາງໄປຊ່ວຍ
ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ຂ້າພະເຈົ້າໄດ້ເຫັນສະພາບຂອງຄວາມໝົດຫວັງ,
ການຮ້ອງໄຫ້. ໃນກໍລະນີຂອງຂ້າພະເຈົ້າ, ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ປະສົບ
ສິ່ງທີ່ເປັນແນວນີ້. ຂ້າພະເຈົ້າໄດ້ເຫັນຫຼາຍຄົນພະຍາຍາມທີ່ຈະຊ່ວຍເອົາຄົນຜູ້ທີ່ຍັງ
ມີຊີວິດຢູ່ ອອກມາຈາກຊາກດິນຕົມ.”
ດິນເຈື່ອນ ແລະ ນ້ຳຖ້ວມແມ່ນເຫດການທີ່ມັກເກີດຂຶ້ນໃນປະເທດ ບຣາຊິລ, ເຊິ່ງສ່ວນ
ຫຼາຍມັກຈະມີຜົນກະທົບຕໍ່ຊຸມຊົນ ທີ່ທຸກຍາກ ບ່ອນທີ່ຕູບໄດ້ຖືກສ້າງຢູ່ແຄມພູທີ່ຊັນ
ແລະ ບໍ່ໝັ້ນຄົງ.