ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນປະທ້ວງ ລັດຖະບານ Brazil ເລື້ອງຄ່າໃຊ້ຈ່າຍ ໃນການຈັດ ງານແຂ່ງຂັນກິລາ (ວີດິໂອ)


ການປະທ້ວງ​ໃນ Brazil
ການປະທ້ວງ​ໃນ Brazil
ປະຊາຊົນຫຼາຍ​ພັນ​ຄົນພາກັນ​ລົງ​ສູ່​ຖະໜົນ​ຫົນທາງເດີນ​ຂະ​ບວນ ​
ໃນ​ຫຼາຍໆ​ຫົວ​ເມືອງທົ່ວປະ​ເທດ​ Brazil ໃນ​ວັນ​ຈັນວານ​ນີ້​ເພື່ອ
​ປະ​ທ້ວງຄ່າ​ໃຊ້​ຈ່າຍໃນ​ການ​ເປັ​ນ​ເຈົ້າພາບຈັດງານມະຫະກໍາກິ
ລາ​ທີ່​ໂດ່ງດັງ ຕົວຢ່າງ​ເຊັ່ນ​ ການຈັດ​ງານແຂ່ງຂັນເຕະບານຍາດ
​ເອົາ​ຂັນ​ສະມາ​ພັນ ຫລື Conferations Cup.

ສະໜາມກິລາເຕະບານ ທີ່ສ້າງໃໝ່
ສະໜາມກິລາເຕະບານ ທີ່ສ້າງໃໝ່

ການ​ປະ​ທ້ວງ​ໄດ້​ເລີ່​ມມາຈາກ ​ການ​ຂຶ້ນຄ່າ​ໂດຍສານຂອງ​ລະບົບ​ຂົນ​ສົ່ງ​ສາທາລະນະ​ 10 ເຊັນ ແຕ່ໃນປະ​ຈຸ​ບັນ​ນີ້​ ​ໄດ້​ແຜ່​ລາມ​ອອກ​ໄປ ​ຍ້ອນຄວາມ​ໂມ​ໂຫ​ບໍ່ພໍ​ໃຈ​ຂອງ​ປະຊາຊົນນໍາ​ກາ​ນເກັບ​ພາສີ​ສູງ​ຂຶ້ນ​ ນໍາພວກ​ນັກ​ການ​ເມືອງ​ທີ່​ຖືກ​ເບິ່ງເຫັນ​ວ່າ​ສໍ້​ລາດ​ບັງ​ຫຼວງ ​ຮວມ​ໄປ​ເຖິງ​ສະພາບ​ການ​ຂອງ ລະບົບ​ການ​ສຶກສາ​ ສຸຂະ​ພາບ​ອະນາ​ໄມ​ ແລະຄົມມະນາ​ຄົມ​ຂອງ​ປະ​ເທດ​ ນໍາ.

ນອກ​ນັ້ນ​ແລ້ວ ພວກປະ​ທ້ວງ​ຍັງມີ​ຄວາມ​ໂກດ​ແຄ້ນ ຕໍ່ການ​ທີ່​ລັດຖະບານ​ຈະ​ຕ້ອງ​ໄດ້​ໃຊ້​ຈ່າຍ​ເງິ​ນຢ່າງ​ຫລວງຫລາຍ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ການ​ເຂ່ງຂັນ​ກິລາ​ໃຫຍ່ ຊຶ່ງ​ຮວມທັງການ​ແຂ່ງຂັນ​ເຕະບານ World Cup 2014 ​ແລະ Olympic Games 2016.

ແຟນ ຄລັບສະແດງຄວາມຍິນດີ
ແຟນ ຄລັບສະແດງຄວາມຍິນດີ

ທ້າວ​ Gladson Reis ນັກ​ສຶກສາຜູ້ປະ​ທ້ວງ​ຄົນ​ນຶ່ງ ກ່າວ​ວ່າ:
“ຈ່າຍເງິນ​ໜ້ອຍລົງ ສໍາລັບ​ການ​ແຂ່ງຂັນ World Cup,
ໃຫ້​ເງິນ​ໜ້ອຍ​ລົງ​ສໍາລັບ​ພວກ​ບໍລິສັດກໍ່ສ້າງ, ​ແຕ່ໃຫ້​ເງິນ
ຫຼາຍ​ຂຶ້ນ​ແກ່ບັນດາ​ໂຮງຮຽນ ​ໂຮງໝໍ.”


ມີ​ ປະມານ 20,000 ຄົນ​ໄດ້​ເດີນ​ຂະ​ບວນປະ​ທ້ວງໃນ​ເມືອງ Belo
Horizonte ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ມີ​ການ​ແຂ່ງຂັນ​ຍາດ​
ຂັນສະມາ​ພັນ​ເຕະບານ ​ລະຫວ່າງ Tahiti ກັບ Nigeria.

BRAZIL PROTESTS VOSOT
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG