ການຮ້ອງຂໍໃຫ້ຢູ່ໃນຄວາມສະຫງົບຂອງທ່ານນາງ Dilma
Rousseff ປະທານາທິບໍດີ Brazil ບໍ່ໄດ້ຢັບຢັ້ງພວກປະ
ທ້ວງທີ່ພາກັນລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງ ໃນວັນເສົາ
ວານນີ້.
ພວກປະທ້ວງຫຼາຍພັນຄົນພາກັນຮ້ອງໂຮ ແລະໂບກປ້າຍ
ປະທ້ວງ ຢູ່ໃນເມືອງ Belo Horizonte. ການໂຮມຊຸມນຸມ
ໃນລະດັບທີ່ນ້ອຍກວ່າກໍມີຂຶ້ນ ເຊັ່ນກັນ ໃນວັນເສົາວານນີ້
ຢູ່ໃນເມືອງອື່ນໆ.
ຢູ່ຫາດ Copacabana ຂອງນະຄອນ Rio de Janeiro
ພວກເດີນຂະບວນໄດ້ພາກັນເອົາໝາກບານເຕະຫລາຍຮ້ອຍໜ່ວຍ ໄປວາງໄວ້ຢູ່ຕາມ
ຫາດຊາຍ. ພວກປະທ້ວງຈໍານວນນຶ່ງໄດ້ແນເປົ້າໝາຍການປະທ້ວງ ໃສ່ຄ່າໃຊ້ຈ່າຍຂອງ Brazil ໃນການເປັນເຈົ້າພາບຈັດງານມະຫະກໍາກິລາເຕະບານ World Cup ໃນປີໜ້າ, ງານແຂ່ງຂັນເຕະບານຍາດເອົາຂັນສະມາພັນ ຫລື Conferations Cup ໃນເດືອນນີ້ ພ້ອມທັງ Olympic Games ລະດູຮ້ອນ ປີ 2016.
ການເດີນຂະບວນປະທ້ວງໃນວັນເສົາວານນີ້ ເກີດຂຶ້ນເຖິງແມ່ນວ່າ ມີການຮຽກຮ້ອງ
ຈາກປະທານາທິບໍດີ Rousseff ວ່າໃຫ້ຍຸດຕິການກໍ່ຄວາມວຸ້ນວາຍ ໃນຕອນແລງວັນ
ສຸກ ນຶ່ງມື້ກ່ອນໜ້ານັ້ນກໍຕາມ.
ຢູ່ໃນຄໍາຖະແຫລງຜ່ານທາງໂທລະພາບແຫ່ງຊາດນັ້ນ ທ່ານນາງເວົ້າວ່າ ການເດີນຂະ
ບວນປະທ້ວງແບບສັນຕິ ແມ່ນສິ່ງທີ່ເຮັດໃຫ້ປະຊາທິ ປະໄຕມີຄວາມເຂັ້ມແຂງ ແຕ່ກໍ
ໃຫ້ຄໍາໝັ້ນສັນຍາວ່າ ການກໍ່ຄວາມຮຸນແຮງທີ່ກ່ຽວພັນ ກັບການປະທ້ວງ ຈະບໍ່ໄດ້ຮັບ
ການໂຍະຍານຜ່ອນຜັນໃຫ້.
ເບິ່ງວີດິໂອການຮຽກປະຊຸມສຸກເສີນຂອງປະທານາທິບໍດີ Brazil
ໃນເຊົ້າວັນສຸກທີ່ຜ່ານມາ ທ່ານນາງໄດ້ຮຽກປະຊຸມຄະນະລັດຖະບານແບບຮີບດ່ວນ ເພື່ອ
ສົນທະນາຫາລືກັນກ່ຽວກັບການປະທ້ວງ.
ກອງປະຊຸມດ່ວນໄດ້ມີຂຶ້ນໃນນຶ່ງມື້ ຫລັງຈາກມີຢ່າງໜ້ອຍນຶ່ງລ້ານຄົນເດີນຂະບວນ
ປະທ້ວງ ແລະໂຮມຊຸມນຸມກັນຢູ່ໃນຫລາຍສິບຫົວເມືອງຢູ່ທົ່ວ Brazil ລວມທັງຢູ່ Rio
ບ່ອນທີ່ຕໍາຫລວດ ໄດ້ຍິງລະເບີດນໍ້າຕາເຂົ້າໃສ່ ພວກປະທ້ວງ.
ກະແສຟອງຂອງການເດີນຂະບວນປະທ້ວງໄດ້ເລີ່ມມາຈາກການຂຶ້ນຄ່າລົດເມ ແລະ
ຄ່າລົດໄຟໃຕ້ດິນ ແຕ່ນັບຈາກນັ້ນມາ ການປະທ້ວງໄດ້ຫັນໄປແນໃສ່ສິ່ງທີ່ພວກເຂົາ
ເຈົ້າເວົ້າວ່າ ຄວາມເມີນເສີຍຂອງລັດຖະບານ ຕໍ່ການບໍລິການແກ່ສາທາລະນະຊົນ, ການເກັບພາສີສູງ ແລະ ການສໍ້ລາດບັງຫຼວງຢ່າງໜັກ.
ເບິ່ງວີດິໂອກ່ຽວກັບການປະທ້ວງໃນ Brazil:
ປະທານາທິບໍດີ Rousseff ໄດ້ຍົກເລີກການເດີນທາງໄປຍັງຍີ່ປຸ່ນທີ່ໄດ້ກໍານົດໄວ້ວ່າ
ຈະມີຂຶ້ນໃນອາທິດໜ້ານີ້ ເພື່ອຢູ່ຮັບມືກັບການປະທ້ວງ ຊຶ່ງເປັນການປະທ້ວງທີ່ໃຫຍ່
ທີ່ສຸດຂອງປະເທດໃນຮອບສອງທົດສະວັດຜ່ານມາ.
ແລະເຖິງແມ່ນມີຂ່າວວ່າ ນະຄອນ Sao Paulo ແລະ Rio de Janerio ໄດ້ປະຖິ້ມ
ແຜນການທີ່ຈະຂຶ້ນຄ່າໂດຍສານຂອງລະບົບຂົນສົ່ງສາທາລະນະແລ້ວກໍຕາມ ພວກ
ປະທ້ວງກໍຍັງບໍ່ຍອມຢຸດເຊົາເດີນຂະບວນ.
ເບິ່ງປະມວນພາບການປະທ້ວງໃນ Brazil: