ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄພນໍ້າຖ້ວມແລະດິນຖະຫຼົ່ມຮ້າຍແຮງ ໃນບຣາຊີລ


ພວກກູ້ໄພ ຊ່ອຍຜູ້ເຄາະຮ້າຍ ຈາກໄພນໍ້າຖ້ວມ ທີ່ເມືອງ Franco da Rocha (12 ມັງກອນ 2011)
ພວກກູ້ໄພ ຊ່ອຍຜູ້ເຄາະຮ້າຍ ຈາກໄພນໍ້າຖ້ວມ ທີ່ເມືອງ Franco da Rocha (12 ມັງກອນ 2011)

ພວກກູ້ໄພໃນບຣາຊີລພວມຂຸດຄົ້ນຢູ່ຕາມຊາກເສດເຫຼືອ
ໃນຄວາມພະຍາຍາມ ເພື່ອຊອກຄົ້ນຫາ ພວກທີ່ລອດຊີ
ວິດມາໄດ້ລຸນຫຼັງທີ່ໄດ້ເກີດນໍ້າຖ້ວມສຸແລະດິນຖະຫຼົ່ມທີ່
ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 500 ຄົນແລະອີກເກືອບ
14,000 ຄົນບໍ່ມີບ່ອນພັກພາອາໄສ.

ຝົນຕົກໜັກ ຄືສາເຫດທີ່ພາໃຫ້ເກີດໄພພິບັດ ທີ່ໄດ້ສ້າງ
ຄວາມເສຍຫາຍໃນທົ່ວຂົງເຂດ Serrana ໃກ້ນະຄອນ
Rio de Janeiro. ເຈີ້ຍພູໄດ້ເຈື່ອນລົງມາຫຼັງຈາກລົມ
ພາຍຸໄດ້ພາໃຫ້ເກີດຝົນຕົກໜັກ ໃນປະລິມານທໍ່ກັນກັບ
ຝົນຕົກເປັນເວລານຶ່ງເດືອນ ຢູ່ໃນຂົງເຂດ ໃນອັນທີ່ກ່າວກັນວ່າ ເປັນໄພພິບັດທຳມະຊາດທີ່
ຮ້າຍແຮງສຸດອັນນຶ່ງ ຂອງບຣາຊີລ.

ພວກນັກພະຍາກອນອາກາດເຕືອນວ່າ ຈະມີຝົນຕົກໜັກຕື່ມອີກໃນໄລຍະສອງ-ສາມມື້ຂ້າງ
ໜ້ານີ້.

ທີ່ເມືອງ Teresopolis ມີລາຍງານວ່າຢ່າງນ້ອຍ 185 ຄົນໄດ້ເສຍຊີວິດແລະອີກຫຼາຍຮ້ອຍ ຄົນບໍ່ມີບ່ອນພັກພາອາໄສ.

ເຈົ້າຄອງກຳແພງເມືອງ Teresopolis ທ່ານ Jorge Mario Sedlacek ໄດ້ກ່າວເຖິງໄພ
ພິບັດໃນຄັ້ງນີ້ວ່າ ຮ້າຍແຮງສຸດໃນປະວັດສາດ ຂອງເມືອງດັ່ງກ່າວ. ຍິ່ງໄປກວ່ານັ້ນມີລາຍ
ງານວ່າຢ່າງນ້ອຍ 168 ຄົນໄດ້ເສຍຊີວິດທີ່ເມືອງ Nova Friburgo ທີ່ຕັ້ງຢູ່ໃກ້ຄຽງ ແລະ
ອີກຢ່າງນ້ອຍ 39 ຄົນເສຍຊີວິດທີ່ເມືອງ Petropolis. ນອກນັ້ນແລ້ວຍັງມີລາຍງານກ່ຽວ
ກັບຜູ້ເສຍຊີວິດຢູ່ເມືອງອື່ນໆອີກ. ທີ່ເມືອງ Teresopolis ໄດ້ມີການໃຊ້ໂບດ ແລະປ້ອມ
ຕຳຫຼວດເປັນບ່ອນເກັບສົບຊົ່ວຄາວ.

ລັດຖະບານບຣາຊີລໄດ້ອະນຸມັດເງິນຊ່ອຍເຫຼືອສຸກເສີນປະມານ 460 ລ້ານໂດລາສຳລັບເຂດ
ທີ່ປະສົບໄພ. ປະທານາທິບໍດີ Delma Rousseff ທີ່ຫາກໍເຂົ້າຮັບຕຳແໜ່ງໃນວັນທີ 1 ມັງ
ກອນປີນີ້ໄດ້ໄປຢ້ຽມຢາມເຂດທີ່ໄດ້ຮັບຜົນກະທົບໂດຍທາງເຮືອບິນເຮຣີຄອບເຕີ້ໃນມື້ວານນີ້.

XS
SM
MD
LG