ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊີລປະກາດໄວ້ອາໄລ ນໍາພວກເຄາະຮ້າຍ ຈາກໄພນໍ້າຖ້ວມ


ພວກຊ່ອຍກູ້ໄພ ພາກັນໃສ່ຜ້າສວມໜ້າ ເພື່ອປ້ອງກັນເຊື້ອພະຍາດ ເວລາຫາມຫີບສົບໄປຝັງ, ວັນທີ 15 ມັງກອນ 2011.
ພວກຊ່ອຍກູ້ໄພ ພາກັນໃສ່ຜ້າສວມໜ້າ ເພື່ອປ້ອງກັນເຊື້ອພະຍາດ ເວລາຫາມຫີບສົບໄປຝັງ, ວັນທີ 15 ມັງກອນ 2011.


















ລັດຖະບານ​ບຣາຊິລໄດ້ປະ​ກາດການ​ໄວ້ອາ​ໄລ​ແຫ່ງ​ຊາດ​ເປັນ​ເວລາ 3 ມື້ ນໍາ​ປະຊາຊົນ​ຈໍາ
ນວນ ຢ່າງ​ນ້ອຍ 610 ຄົນ​ ທີ່​ໄດ້​ເສຍ​ຊີວິດ​ໄປຍ້ອນໄພ​ນໍ້າ​ຖ້ວມ​ແລະ​ດິນ​ເຈື່ອນ​ທັບຢ່າງ​ຂະ
ໜານ​ໃຫຍ່​ນັ້ນ. ຢ້ານ​ກັນ​ວ່າ​ຈະ​ມີ​ປະຊາຊົນ​ຫລາຍ​ຄົນ​ຕື່ມ​ອີກ​ເສຍ​ຊີວິດ ຢູ່ໃນ​ຂົງ​ເຂດ​ສອກ
ຫລີກ​ຫ່າງ​ໄກ ບ່ອນ​ທີ່​ພວກ​ຊ່ອຍ​ກູ້​ໄພຍັງ​ບໍ່​ທັນ​ໄປ​ຮອດ​ໄປ​ເຖິງ.

ລັດ Rio de Janeiro ຊຶ່ງ​ເປັນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ນັ້ນ ໄດ້ປະກາດ​
ໄວ້ອາ​ໄລ​ນໍາພວກ​ທີ່​ເສຍ​ຊີວິດ​ໄປ ​ເປັ​ນ​ເວລາ 7 ມື້ ​ເລີ້​ມ​ແຕ່​ວັນ​ຈັນ​ມື້ອື່ນ​ນີ້ເປັນ​ຕົ້ນ​ໄປ. ດິນ
ຟ້າ​ອາກດທີ່​ຍັງບໍ່​ດີ​ຢູ່​ຕໍ່​ມາ ​ໄດ້​ຂັດຂວາງຄວາມ​ພະຍາຍາມຂອງ​ພວກ​ຊ່ອຍ​ກູ້​ໄພ​ ທີ່​ຈະເຂົ້າໄປ​
ຊ່ວຍ​ພວກ​ປະຊາຊົນ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ຕາມເຈີ້​ຍພູ​ນ້ອຍ​ແຫ່ງ​ຕ່າງໆ​ໃນ​ເຂດ​ສອກຫລີກ​ຫ່າງ​ໄກ.
ຍັງ​ມີ​ຊາກ​ສົບໃນ​ຈໍານວນ​ນັບບໍ່​ຖ້ວນ ທີ່​ຍັງ​ຝັງ​ຢູ່​ໃນ​ກ້ອງ​ຂີ້ຕົມ​ແລະ​ສິ່ງຫັກ​ພັງ​ຕ່າງໆ. ບັນດາ​
ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ ຝົນຕົກ​ຕໍ່​ໄປ​ອີກ​ອາດສາມາດ​ພາ​ໃຫ້ເກີດ​ຂີ້​ຕົມ​ເຈື່ອນ​ທັບ​ຄົນ​ຕາຍ​ຕື່ມອີກ ໃນ​ຫລາຍ​ມື້​ຕໍ່ໜ້າ​ນີ້.

ພວກ​ທີ່​ລອດ​ຊີວິດພາກັນ​ຕໍາ​ໜິຕິຕຽນ​ທາງການ​ວ່າ ບໍ່​ໄດ້​ໃຫ້ການ​ຊ່ອຍ​ເຫລືອຢ່າງພຽງພໍ. ມີ​ການ​ບັນ​ລະ​ຍາຍ​ສະຖານະ​ການ​ວ່າ ​ເປັນ​ນຶ່ງ​ໃນ​ບັນດາ​ໄພຫາຍຍະນະ​ທີ່​ຮ້າຍ​ແຮງ​ທີ່​ສຸດເທົ່າ​ທີ່​ປະ​ເທດ​ໄດ້​ປະສົບ​ມາ.

ພາຍຸ​ຝົນ​ໃນ​ຕົ້ນ​ສັບປະດາແລ້​ວນີ້ ​ໄດ້​ນໍາ​ເອົານໍ້າ​ຝົນ​ໃນປະລິມານເທົ່າ​ກັນ​ກັບ​ປະລິມານ​ນໍ້າ​ຝົນ ທີ່ຕົກ​ລົງ​ມາໃນ​ນຶ່ງເດືອນ ມາສູ່​ຂົງ​ເຂດ​ທີ່​ເປັນ​ພູຜາ​ນັ້ນ. ຂີ້ຕົມທີ່​ໄຫລ​ເຈື່​ອນລົງ​ມາ​ຄື​ກັນ​ກັບ​ສາຍ​ນໍ້າ ​ໄດ້ໄຫລ​ທັບ​ບ້ານ​ເຮືອນຫລາຍ​ຫລັງ ພັດ​ເອົາລົດລາ​ຫລາຍ​ຄັນ​ຂຶ້ນ​ໄປ​ຄ້າງ​ຢູ່​ເທິງ​ຫລັງ​ຄາຕຶກ​ອາຄານ​ ​ແລະ​ເຮັດ​ໃຫ້​ປະຊາຊົນ ປະມານ 14 ພັນຄົນ​ ຂາດ​ທີ່ຢູ່​ອາ​ໄສ.

XS
SM
MD
LG