ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊິລ ໄວ້ອາໄລ ແກ່ 232 ຄົນ ທີ່ເສຍຊີວິດ ຍ້ອນໄຟໄໝ້ໄນຄລັບ (ສະໄລດ໌)


ປະເທດບຣາຊິລໄວ້ອາໄລໃຫ້ແກ່ປະຊາຊົນ 232 ຄົນ ທີ່ໄດ້
ເສຍຊີວິດໄປ ໃນຕອນເຊົ້າມືດວັນອາທິດວານນີ້ ໃນເຫດໄຟ
ໄໝ້ໄນຄລັບແຫ່ງນຶ່ງ ທາງພາກໃຕ້ສຸດຂອງປະເທດ ທີ່ໄດ້ເຮັດ
ໃຫ້ຫລາຍກ່ວາ 100 ຄົນໄດ້ ຮັບບາດເຈັບ.

ເຈົ້າໜ້າທີ່ບຣາຊິລກ່າວວ່າ ໄນຄລັບແຫ່ງນັ້ນອັ່ງອໍໄປດ້ວຍນັກ
ສຶກສາມະຫາວິທະຍາໄລ ຢູ່ໃນເມືອງ Santa Maria ເວລາ
ໄຟເກີດໄໝ້ຂຶ້ນ. ພວກທີ່ລອດຊີວິດ ກ່າວວ່າ ສະມາຊິກວົງດົນ
ຕີຄົນນຶ່ງ ໄດ້ຈູດພຸໄຟ ຫລືບໍ່ກໍບັ້ງໄຟດອກ ແລະຍິງຂື້ນສູ່ເພດານ ເຮັດໃຫ້ໄຟໄໝ້ຂຶ້ນພາຍໃນ ເວລາບໍ່ເທົ່າໃດນາທີ.

ຜູ້ເຄາະຮ້າຍສ່ວນໃຫຍ່ ຕາຍຍ້ອນຫາຍໃຈບໍ່ໄດ້ ຫລືບໍ່ກໍຖືກຢຽບ
ຕາຍ ເວລາພວກໄປທ່ຽວໄນຄລັບທີ່ຕື່ນຕົກໃຈ ຍູ້ກັນເພື່ອຍາດ
ກັນແລ່ນອອກ ທາງປະຕູ ທີ່ພວກລອດຊີວິດກ່າວວ່າ ເປັນປະຕູທາງອອກບ່ອນດຽວທີ່ບໍ່ໄດ້
ລ້ອກໄວ້.

ຄວາມຫາຍະນະດັ່ງກ່າວໄດ້ເກີດຂື້ນໃນເວລາທີ່ ບຣາຊິລກໍາລັງພະຍາຍາມສະແດງໃຫ້
ໂລກເຫັນວ່າ ຕົນກຽມພ້ອມແລ້ວ ທີ່ຈະເປັນເຈົ້າພາບງານແຂ່ງຂັນບານເຕະໂລກ ໃນປີ
ໜ້ານີ້ ແລະກິລາໂອລິມປິກ ໃນປີ 2016.

ຂະນະທີ່ປະເທດຊາດໄວ້ອາໄລຢູ່ນີ້ ທາງການໄດ້ລົບລ້າງພິທີນຶ່ງທີ່ໄດ້ວາງແຜນໄວ້ວ່າ
ຈະຈັດຂຶ້ນຢູ່ນະຄອນຫລວງ Brazilia ໃນວັນຈັນມື້ນີ້ ເພື່ອນັບຖອຍ ຫລັງ 500 ວັນ ໄປ
ສູ່ ການເປັນເຈົ້າພາບຈັດງານແຂ່ງຂັນບານເຕະໂລກ ໃນປີ 2014 ນັ້ນ.

XS
SM
MD
LG