ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

232 ຄົນ ເສຍ​ຊີວິດ ໃນ​ເຫດ​ໄຟ​ໄໝ້ ​ທີ່​ບາ​ບັນ​ເທີ​ງ​ ໃນ Brazil


ພະນັກງານດັບໄຟ ຂະນະກໍາລັງມອດໄຟ ທີ່ບາ Kiss ທີ່ຖືກໄຟໄໝ້
ພະນັກງານດັບໄຟ ຂະນະກໍາລັງມອດໄຟ ທີ່ບາ Kiss ທີ່ຖືກໄຟໄໝ້
ເຈົ້າໜ້າທີ່ບຣາຊິ​ລ​ເວົ້າ​ວ່າ ມີ​ຜູ້​ເສຍ​ຊີວິດ​ 232 ຄົນ ແລະຫລາຍ
ກ່ວາ 100 ຄົນໄດ້ຮັບບາດເຈັບ ​ໃນ​ເຫດການ​ໄຟ​ໄໝ້ ທີ່​ບາ​ບັນ
​ເທີ​ງ​ ຫຼື​ໄນ້ຄລັບແຫ່ງ​ນຶ່ງ ​ທີ່ອັດແອໄປດ້ວຍນັກສຶກສາມະຫາວິທະ
ຍາໄລ ໃນ​ເມືອງ Santa Maria ທາງພາກໃຕ້​ຂອງ​ບຣາຊິ​ລ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ໄຟ​ໄດ້​ເກີດ​ໄໝ້​ຂຶ້ນ​ ​ໃນຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ຢູ່​ທີ່​ໄນ້ຄລັບ​ Kiss​ ທີ່​ເມືອງດັ່ງກ່າວ. ຍັງ​ບໍ່​ມີການຢືນຢັນສາ​ເຫດ​ຄັກ​ແນ່​ຂອງ​ໄຟ​ໄໝ້ ​ແຕ່​ກ່າວ​ກັນ​ວ່າ ວົງດົນຕີໄດ້ຈູດ flares ໄຟສະ​ແດງ pyrotechnics ຫລື​ແສງ​ສີ​ຂອງ​ໄຟ​ຢູ່ໄນ້ຄລັບ​ດັ່ງກ່າວ.
ພວກເຫັນເຫດ ການເວົ້າວ່າ ໄຟໄໝ້ຂຶ້ນເວລານັກດົນຕີ ພາກັນຈູດ flares.

ພວກເຄາະຮ້າຍຫລາຍໆຄົນ ຕາຍຍ້ອນຫາຍໃຈບໍ່ໄດ້ ຫລືບໍ່ກໍຖືກຢຽບຕາຍ ເວລາພວກໄປ ທ່ຽວໄນ້ຄລັບທີ່ຕຶ່ນຕົກໃຈ ຍູ້ກັນ ເພື່ອຍາດກັນແລ່ນອອກ.

ໄຟໄໝ້ຄັ້ງນີ້ແມ່ນໂຮມຢູ່ໃນຄັ້ງທີ່ຮ້າຍແຮງທີ່ສຸດ ເທົ່າທີ່ເຄີຍເກີດຂຶ້ນຢູ່ໃນໄນ້ຄລັບ ສົມທຽບ ກັບໄຟໄໝ້ຄັ້ງນຶ່ງທີ່ປະເທດຈີນ ເມື່ອປີ 2000 ທີ່ມີຄົນຕາຍ 309 ຄົນ ແລະອີກຄັ້ງນຶ່ງ ໃນປີ 2004 ທີ່ເກີດຂຶ້ນຢູ່ໄນ້ຄລັບແຫ່ງນຶ່ງ ທີ່ນະຄອນ Buenos Aires ປະເທດອາເຈນຕີນາ ຊຶ່ງມີ 194 ຄົນເສບຊີວິດ.

ປະທານາທິບໍດີບຣາຊິລ ທ່ານນາງ Dilma Rousseff ທີ່ກໍາລັງຢ້ຽມຢາມປະເທດຊີລເລ່ ໄດ້ຕັດການຢ້ຽມຢາມສັ້ນລົງ ແລະກັບຄືນເມືອປະເທດແລ້ວ ເຊົ້າວັນອາທິດມື້ນີ້.
XS
SM
MD
LG