ປາກົດດວ່າ ຜູ້ລົງສະມັກເລືອກຕັ້ງຂອງພັກກຳມະກອນ
ຊຶ່ງເປັນພັກຂອງລັດຖະບານບຣາຊິລນັ້ນໄດ້ຄະແນນນໍາໜ້າ
ຢ່າງຫລວງຫລາຍ ໃນການເລືອກຕັ້ງປະທານາທິບໍດີຮອບ
ທຳອິດໃນວັນອາທິດວານນີ້ ແຕ່ກໍບໍ່ພຽງພໍສໍາລັບສຽງສ່ວນ
ຫລາຍເຮັດໃຫ້ຈໍາເປັນຕ້ອງມີການປ່ອນບັດຮອບສອງ
ຫລືຮອບຕັດສິນຊີ້ຂາດກັນ.
ເກືອບວ່າ 98% ຂອງຄະແນນສຽງແມ່ນໄດ້ນັບໄປແລ້ວ.
ເຈົ້າໜ້າທີ່ເລືອກຕັ້ງແຫ່ງຊາດກ່າວວ່າ ທ່ານນາງ Dilma
Rousseff ທີ່ພະຍາຍາມເປັນຜູ້ນໍາແມ່ຍິງຄົນທຳອິດຂອງ
ບຣາຊິລ ໄດ້ຄະແນນສຽງ 46.9% ປຽບທຽບກັບຜູ້ແຂ່ງ ຂັນ ຄືທ່ານ Jose Serra ຈາກພັກສັງຄົມປະຊາທິປະ ໄຕ ທີ່ໄດ້ຄະແນນສຽງ ພຽງແຕ່ 32.6% ເທົ່ານັ້ນ.
ສ່ວນທ່ານນາງ Marina Silva ຈາກພັກສີຂຽວ ຊຶ່ງເປັນອະດີດລັດຖະມົນຕີ ສະພາບແວດລ້ອມນັ້ນ ກໍໄດ້ຄະແນນສຽງຫລາຍຢ່າງໜ້າແປກໃຈ ຄືຫລາຍເຖິງ 19.3%.
ນັກວິເຄາະການເມືອງ ກ່າວວ່າ ທ່ານນາງ Silva ຜູ້ຊຶ່ງມີເຊື້ອສາຍຊາວ Amazon ທີ່ແທ້ ຈິງ ແລະບໍ່ສາມາດອ່ານອອກຂຽນໄດ້ຈົນກວ່າອາຍຸ 16 ນັ້ນ ອາດສາມາດເປັນຜູ້ຕັດສິນໄດ້ ວ່າ Brazil ຈະມີປະທານາທິບໍດີແມ່ຍິງຄົນທໍາອິດຫລືບໍ່? ທັງນີ້ທັງນັ້ນ ກໍແລ້ວແຕ່ວ່າ ພັກ ຂອງທ່ານນາງຈະໃຫ້ການສະໜັບສະໜູນແກ່ພັກໃດ ໃນການເລືອກຕັ້ງຮອບສອງ ໃນວັນທີ່ 31 ຕຸລານີ້.