ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງປະທານາທິບໍດີ ທີ່ບຣາຊິລ


ທ່ານນາງ Dilma Rousseff ຜູ້ສະໝັກເລືອກຕັ້ງປະທານາທິບໍດີບຣາຊິລ ທີ່ມີ ຄະແນນນໍາໜ້າກໍາລັງອອກຫາສຽງບັ້ນສຸດທ້າຍເມືອວັນທີ່ 2 ເດືອນ ຕຸລາ ກັບ ປະທານາທິບໍດີ Luiz Inacio Lula da Silva ຜູ້ກໍາລັງຈະພົ້ນຕໍາແໜ່ງ
ທ່ານນາງ Dilma Rousseff ຜູ້ສະໝັກເລືອກຕັ້ງປະທານາທິບໍດີບຣາຊິລ ທີ່ມີ ຄະແນນນໍາໜ້າກໍາລັງອອກຫາສຽງບັ້ນສຸດທ້າຍເມືອວັນທີ່ 2 ເດືອນ ຕຸລາ ກັບ ປະທານາທິບໍດີ Luiz Inacio Lula da Silva ຜູ້ກໍາລັງຈະພົ້ນຕໍາແໜ່ງ

ຊາວບຣາຊິລພາກັນ​ໄປປ່ອນບັດໃນວັນອາທິດມື້ນີ້ ໃນ ການເລືອກຕັ້ງປະທານາທິບໍດີ ທີ່ອາດມີຜົນເຮັດໃຫ້ທ່ານ ນາງ Dilma Rousseff ຜູ້ສະມັກ ເລືອກຕັ້ງທີ່ມີຄະ ແນນນໍາໜ້ານັ້ນກາຍເປັນປະທານາທິບໍດີຍິງ ຄົນທໍາອິດຂອງບຣາຊິລ.

ຜົນການ​ຫຍັ່ງ​ຫາງ​ສຽງ​ກ່ອນການເລືອກຕັ້ງພົບວ່າ ທ່ານນາງ Rousseff ຈາກພັກ Workers’ Party ຫລືພັກຄົນງານ ຂອງ​ລັດຖະບານ ມີຄະແນນ ນໍາໜ້າ 20 ເປີເຊັນ ​ເໜືອ ຄູ່ແຂ່ງຂັນທີ່​ໃກ້ຊິດທີ່ສຸດຂອງທ່ານນາງ ຄື ທ່ານ Jose Serra ອະດີດເຈົ້າແຂວງໆ Sao Paulo.

ທ່ານນາງ Rousseff ​ເປັນອະດີດ​ຫົວໜ້າກອງ​ເລຂາທິ ການຂອງປະທາ ນາທິບໍດີ Luiz Inacio Lula de Silva ຜູ້ກໍາລັງຈະພົ້ນຈາກຕໍາແໜ່ງແລະສະໜັບສະໜູນ ໃຫ້ທ່ານນາງ Rousseff ​ເປັນ​ຜູ້ສືບຕໍາ ແໜ່ງແທນຕົນ.

ຜົນການສໍາຫລວດຊີ້ໃຫ້ເຫັນວ່າ ທ່ານນາງ Rousseff ອາດໄດ້ຮັບຄະ​ແນນສຽງຫລາຍ ກວ່າ 50 ເປີເຊັນ ຊຶ່ງພຽງພໍທີ່ຈະຫລີກລ່ຽງບໍ່ໃຫ້ມີການເລືອກຕັ້ງຮອບ​ສອງ ຂັ້ນຕັດສິນ ຊີ້ຂາດກັບທ່ານ Serra ນັ້ນ.

ເວລານີ້ ການເສດຖະກິດຂອງບຣາຊິລຍັງຄອງຄວາມເຂັ້ມແຂງຢູ່ຕະຫລອດມາ ພາຍໃຕ້ ການບໍລິຫານປະເທດຂອງປະທານາທິບໍດີ da Silva ເຖິງແມ່ນໄດ້ເກີດສະພາວະເສດ ຖະກິດຕົກຕໍ່າໃນທົ່ວໂລກກໍຕາມ. ​ແຕ່ປະທານາທິບໍດີ de Silva ບໍ່ມີ​ສິດລົງສະມັກ ເລືອກຕັ້ງອີກ ເນຶ່ອງຈາກວ່າທ່ານໄດ້ດໍາລົງຕໍາແໜ່ງປະທານາທິບໍດີມາໄດ້ ສອງສະ​ໄໝ ເຕັມໆ​ແລ້ວ.

XS
SM
MD
LG