ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງດີນມາ ຣຸດແຊຟ ຊະນະ ການເລືອກຕັ້ງ ທີ່ບຣາຊີລ


ທ່ານນາງດີນມາ ຣຸດແຊຟ ປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ຂອງບຣາຊີລ
ວັນທີ 1 ພະຈິກ 2010.
ທ່ານນາງດີນມາ ຣຸດແຊຟ ປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ຂອງບຣາຊີລ ວັນທີ 1 ພະຈິກ 2010.

ທ່ານນາງ Dilma Rousseff ຜູ້​ສະໝັກ​ເລືອກ​ຕັ້ງສັງກັດ
ພັກ​ລັດຖະບານ​ຊຸດ​ປັດຸ​ບັນ ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີຮອບຕັດສິນຊີ້​ຂາດ​ຂອງ Brazil ​ໃນ​ວັນ​ອາທິດ​ມື້
ວານ​ນີ້ ແລະ​ໃຫ້​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ນະ​ໂຍບາຍ​ຂອງ​ປະ
ທານາທິບໍດີ Luiz Inacio Lula da Silva ທີ່​ໄດ້​ຮັບ
ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະຊາຊົນ​ ທີ່​ຈະ​ພົ້ນ​ຈາກ​ຕໍາແໜ່​ງ
ໄປ​ນັ້ນ. ທ່ານ​ນາງ Rousseff ຈະເປັນ​ປະທານາທິບໍດີ​ແມ່
ຍິງ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ​ ເວລາ​ທ່ານ​ນາງສາບານ​ໂຕ​ເຂົ້າ
ຮັບ​ຕໍາແໜ່​ງ​ໃນ​ວັນ​ທີ 1 ມັງກອນ​ ປີ 2011.

ທ່ານ​ນາງ​ກ່າວ​ຕໍ່​ພວກ​ສະໜັບສະໜຸນ ​ໃນ​ຄໍາ​ປາໄສ​ຮັບ​ເອົາ​
ໄຊຊະນະໃນການ​ເລືອກ​ຕັ້ງ​ ທີ່ນະຄອນຫລວງ Brasilia
ວ່າ ທ່ານ​ນາງ​ຈະ​ສືບ​ຕໍ່​ດໍາເນີນ​ນະ​ໂຍບາຍ​ດ້ານ​ສະ​ວັດດີ
ກາ​ນສັງຄົມ ​ແລະ​ການ​ເສດຖະກິດ​ຂອງ​ລັດຖະບານ​ປັດຈຸບັນ​
ຕໍ່​ໄປ ແລະທ່ານ​ນາງໄດ້​ຮຽກຮ້ອງ​ໃຫ້​ວົງ​ການ​ທຸລະ​ກິດ ​ໂບດ​
ແລະ​ພວກກຸ່ມ​ອື່ນໆ ​ຊ່ອຍ​ກັນ​ຕໍ່ສູ້​ກັບ​ຄວາມ​ຍາກຈົນ ​ໂດຍ​ກ່າວ​ວ່າລັດຖະບານ​ບໍ່​ສາມາດ​ຈະ​ ດໍາ​ເນີນ​ການ ​ແຕ່​ຜູ້​ດຽວ​ໄດ້.

XS
SM
MD
LG