ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ບຣາຊິລ ຈັບກຸມລາຊາຄ້າ ກັນຊາ ທີ່ຕ້ອງການຕົວມາໄດ້ 3 ທົດສະວັດ


ຕຳຫຼວດຄົນໜຶ່ງຍິງປືນແກ໊ສນໍ້າຕາ ໃນລະຫວ່າງການປະທະ
ກັນກັບພວກຕິດຢາເສບຕິດ ໃນຂົງເຂດໜຶ່ງທີ່ຮູ້ຈັກກັນວ່າ "Crackland" ໃນນະຄອນ ຊາວ ປາວໂລ, ບຣາຊິລ. 23 ກຸມພາ, 2017.
ຕຳຫຼວດຄົນໜຶ່ງຍິງປືນແກ໊ສນໍ້າຕາ ໃນລະຫວ່າງການປະທະ ກັນກັບພວກຕິດຢາເສບຕິດ ໃນຂົງເຂດໜຶ່ງທີ່ຮູ້ຈັກກັນວ່າ "Crackland" ໃນນະຄອນ ຊາວ ປາວໂລ, ບຣາຊິລ. 23 ກຸມພາ, 2017.

ຕຳຫຼວດ ບຣາຊິລ ກ່າວວ່າ ພວກເຂົາເຈົ້າໄດ້ຈັບກຸມລາຊາຄ້າຢາເສບຕິດທີ່ຊື່ສຽງເໜົ່າ
ເໝັນຄົນໜຶ່ງ ຜູ້ທີ່ໄດ້ຫຼົບໜີໄປຈາກອຳນາດການປົກຄອງເປັນເວລາ 3 ທົດສະວັດມາ
ແລ້ວ.

ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວ Luiz Carlos da Rocha ໄດ້ໄປເຮັດສັນຍະກຳຫຼືຜ່າ
ຕັດປ່ຽນຮູບໂສມ ເພື່ອພະຍາຍາມຫຼີກລ່ຽງຈາກການຈັບກຸມ.

ບັນດາເຈົ້າໜ້າທີ່ເຊື່ອວ່າ ທ້າວ da Rocha, ຜູ້ທີ່ໄດ້ດຳລົງຊີວິດພາຍໃຕ້ຊື່ Vitor Luiz
de Moraes ແມ່ນຫົວໂປ່ຂອງອານາຈັກຄ້າຂາຍກັນຊາຂ້າມຊາດລາຍໃຫຍ່.

ບັນດາເຈົ້າໜ້າທີ່ກ່າວວ່າ ກັນຊາ ທີ່ທ້າວ da Rocha ໄດ້ຜະລິດໃນປ່າຂອງປະເທດ
ໂບລີເວຍ, ໂຄລົມເບຍ ແລະ ເປຣູ ໄດ້ຖືກສົ່ງມາຂາຍໃນ ສະຫະລັດ ແລະ ທະວີບ
ຢູໂຣບ. ເຈົ້າໜ້າທີ່ກ່າວວ່າ ນອກນີ້ ທ້າວ da Rocha ຍັງແມ່ນຜູ້ຈຳໜ່າຍກັນຊາລາຍ
ໃຫຍ່ ໃຫ້ພວກຄ້າຢາເສບຕິດຫົວຮຸນແຮງໃນເມືອງ ຊາວ ປາວໂລ ແລະ ນະຄອນ ຣີໂອ
ເດຈາເນໂຣ ຂອງ ບຣາຊິລ ນຳ.

ຕຳຫຼວດໄດ້ຍຶດຊັບສິນມູນຄ່າ 10 ລ້ານໂດລາຂອງທ້າວ da Rocha, ລວມມີ ລົດຫຼູຫຼາ,
ເຮືອບິນ, ທີ່ດິນປູກຝັງ ແລະ ລ້ຽງສັດຫຼາຍແຫ່ງ ແລະ ອະສັງຫາລິມະຊັບອື່ນໆ ໃນການ
ບຸກກວດຄົນຫຼາຍຄັ້ງ. ແຕ່ແນວໃດກໍຕາມ, ຕຳຫຼວດເຊື່ອວ່າ ຊັບສິນສ່ວນຕົວຂອງທ້າວ
da Rocha ມີມູນຄ່າຢ່າງໜ້ອຍ 100 ລ້ານໂດລາ ແລະ ຈະຊອກຫາມັນຕໍ່ໄປ ໃນການ
ປະຕິບັດການຄັ້ງທີສອງຕໍ່ຫົວໜ້າຄ້າຢາເສບຕິດຄົນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG