ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນເສຍຊີວິດ ໃນເຫດອາຄານພັງ ຢູ່ບຣາຊີລ (ເບິ່ງວີດີໂອກັບສະໄລດ໌)


ພວກກູ້ໄພ ຫາມສົບຜູ້ເຄາະຮ້າຍຄົນນຶ່ງອອກມາ ຈາກຊາກຂອງຕຶກອາຄານ ທີ່ພັງລົງມາ ຢູ່ນະຄອນ Rio de Janeiro (26 ມັງກອນ 2012)
ພວກກູ້ໄພ ຫາມສົບຜູ້ເຄາະຮ້າຍຄົນນຶ່ງອອກມາ ຈາກຊາກຂອງຕຶກອາຄານ ທີ່ພັງລົງມາ ຢູ່ນະຄອນ Rio de Janeiro (26 ມັງກອນ 2012)

ພວກ​ກູ້​ໄພ​ຢູ່​ບຣາຊີ​ລ ​ໄດ້​ຊ່ອຍ​ກູ້​ເອົາ​ສົບ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 5 ຄົນ​ອອກ​ມາຈາກ​ຊາກ​ຫັກ​
ພັງ​ຂອງ​ຕຶກ​ອາຄານ 3 ຫຼັງ​ໃນ​ເຂດ​ໃຈກາງ​ເມືອງ​ຂອງ​ນະຄອນຣິ​ໂອ​ເດິ​ຈາ​ເນ​ໂຣ.

ພວກ​ກູ້​ໄພ​ສຸກ​ເສີນ​ພົບ​ເຫັນ​ຊາກ​ສົບ​ທັງ 5 ​ໃນ​ວັນ​ພະຫັດ​ວານ​ນີ້ ຂະນະ​ທີ່​ພວກເຂົາ​ເຈົ້າ​ໃຊ້​
ໝາ​ສືບ​ກິ່ນແລະ​ອຸບປະກອນ​ໜັກຊອກ​ຄົ້ນຫາ​ຕາມ​ຊາກຂອງອາຄານທັງ​ສາມ​ທີ່​ພັງ​ລົງ​ມາໃນ
ຕອນ​ແລງ​ຂອງ​ຄືນ​ວັນ​ພຸດ.

ນອກ​ນັ້ນຍັງ​ມີ​ບໍ່​ຕໍ່າກວ່າ 6 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ອີກ 15 ຄົນ​ຍັງຫາຍ​ສາບສູນ.

ອາຄານ​ທັງ​ສາມ​ທີ່​ພັງ​ລົງ​ມາ​ແມ່ນ​ສູງ​ລະຫວ່າງ 4 ຫາ 20 ຊັ້ນ. ທ່ານ Eduar-do Paes
ເຈົ້າຄອງ​ນະ​ຄອນຣິ​ໂອ​ກ່າວ​ວ່າ ປະກົດ​ວ່າ​ ການ​ພັງ​ລົງ​ຂອງ​ອາຄານທັງ​ສາມ​ແມ່ນ​ເປັນ​ຍ້ອນ​
ບັນຫາ​ດ້ານ​ໂຄງ​ສ້າງ​ແລະ​ບໍ່​ແມ່ນ​ຍ້ອນ​ການ​ຮົ່ວ​ຂອງ​ແກັສ ຕາມ​ທີ່​ໄດ້​ມີ​ການ​ສົງ​ໄສ​ກັນ​ໃນ​ຂັ້ນ
ຕົ້ນ.

ເຈົ້າໜ້າ​ທີ່​ກ່າວ​ຕໍ່​ຕາໜ່າງ​ໂທລະພາບ Globo ຂອງ​ບຣາຊີ​ລວ່າ ພວມ​ມີ​ການ​ກໍ່ສ້າງ​ຢູ່​ໃນ​ອາ
ຄານ​ຫຼັງນຶ່ງຂອງຈຳນວນສາມຫຼັງ ແລະ​ອາດ​ມີ​ສ່ວນ​ພາ​ໃຫ້​ອາຄານ​ເຫຼົ່ານີ້ພັງ​ລົງ.

ເບິ່ງວີດີໂອ ການປະຕິບັດງານກູ້ໄພ ຢູ່ບ່ອນທີ່ອາຄານພັງ ໃນນະຄອນຣິໂອເດິຈາເນໂຣ.

XS
SM
MD
LG