ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊີລ ກັບ ໂຄລຳເບຍ ຜ່ານເຂົ້າຮອບ​ 8 ທີມ ຂອງ World Cup (ວີດີໂອ)


ບັນດາແຟນນັກເຕະຂອງບຣາຊີລ ສະແດງຄວາມດີອົກດີໃຈ ໃນໄຊຊະນະ ຮອບ 16 ທີ​ມ ຂອງ​ເຕະ​ບານ​ໂລກ ໃນການເຕະລູກໂທດກັນກັບ ທີມຊີເລ ຢູ່ທີ່ສະໜາມກິລາ Mineirao Stadium ເມືອງ Belo Horizonte ເມື່ອວັນທີ 28 ມິຖຸນາ 2014.
ບັນດາແຟນນັກເຕະຂອງບຣາຊີລ ສະແດງຄວາມດີອົກດີໃຈ ໃນໄຊຊະນະ ຮອບ 16 ທີ​ມ ຂອງ​ເຕະ​ບານ​ໂລກ ໃນການເຕະລູກໂທດກັນກັບ ທີມຊີເລ ຢູ່ທີ່ສະໜາມກິລາ Mineirao Stadium ເມືອງ Belo Horizonte ເມື່ອວັນທີ 28 ມິຖຸນາ 2014.

ການ​ເປີດ​ການ​ແຂ່ງຂັນ​ຮອບ 16 ທີ​ມຂອງ​ເຕະ​ບານ​ໂລກ ໄດ້​ຜ່ານ
​ໄປ​ດ້ວຍ​ຄວາມ​ຕື່ນ​ເຕັ້ນທີ່​ສຸດ ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ທີ່ Brazil ​
ເອົາ​ຊະນະ Chile ໄດ້ ​ດ້ວຍ​ການເຕ​ະລູກ​ໂທດ.

ທັງ​ສອງ​ທີ​ມ​ໄດ້ປະຊັນ​ກັນ​ຢ່າງ​ດຸ​ເດືອດ ​ແລະ​ສະ​ເໝີ​ກັນ 1 ປະຕູ​ຕໍ່
1 ຫຼັງຈາກໝົດ​ເວລາ 90 ນາທີ ​ແລະ ​ຕໍ່​ອີກ 30 ນາ​ທີ ກ່ອນທີ່​ຍັງ
ສະ​ເໝີ​ກັນ​ 2 ປະຕູ​ຕໍ່ 2 ໃນ​ການເຕະ​ລູກໂທດ​ກັນ.

ນັກ​ເຕະຊື່​ດັງ​ຂອງ​ບຣາຊີ​ລ ທ້າວ Neymar ​ໄດ້​ຫລອກຜູ້​ຮັກສາ​
ໂກລຂອງຊີ​ເລ ທ້າວ Claudio Bravo ​ແລ້ວເຕະ​ເຂົ້າ​ໂກລ ຢ່າງ​
ງ່າຍດາຍ ​ໃນ​ຂະນະ​ທີ່​ນັກ​ເຕະ​ຂອງ​ຊີ​ເລ​ ທ້າວ Arturo Vidal ​
ເຕະ​ໄປ​ຕຳ​ຄານໂກ​ລອອກ. ການ​ເຕະ​ລູກ​ໂທດ​ຕັດສິນ​ນັ້ນ ​ແມ່ນມອບ​ເກ​ມ​ໃຫ້​ທີ​ມທີ່​ເຕະ
ເຂົ້າປະຕູ​ຫລາຍທີ່​ສຸດ ​ໃນການ​ເຕະ 5 ຄັ້ງ ​ແຕ່ຖ້າ​ທັງ​ສອງ​ທີ​ມຍັງ​ສະ​ເໝີ​ກັນ ຫຼັງຈາກ​
ເຕະ 5 ຄັ້ງ​ແລ້ວ ​ໄຊຊະນະ​ແມ່ນ​ຕົກ​ເປັນ​ຂອງທີ​ມ ທີ່​ເຕະ​ເຂົ້າ​ກ່ອນ ​ໃນ​ຮອບ​ຕໍ່​ໄປ.

WORLD CUP REAX CNPK
please wait
Embed

No media source currently available

0:00 0:00:48 0:00

ຊີ​ເລ​ເກືອບ​ໄດ້​ຮັບ​ໄຊຊະນະ​ໃນ​ວິນ​າທີ​ສຸ​ດທ້າຍ​ຂອງ​ເວ​ລາ​ເພີ້​ມ ​ແຕ່ ທ້າວ Mauricio
Pinila ​ເຕະ​ໄປ​ຕຳແຈເສົາໂກລ ຟົ້ງອອກ.

​ໂກລທຳ​ອິດ​ຂອງ​ທັງ​ສອງ​ທີ​ມ​ແມ່ນ​ໄດ້​ເຕະ​ເຂົ້າໃນ ຕັ້ງທຳ​ອິດ​ຂອງ​ການ​ແຂ່ງ​ຂັນ ຢູ່​ທີ່​
ເມືອງ Belo Horizonte ຂອງ ບຣາຊີ​ລ.

ການ​ໄດ້​ຮັບ​ໄຊຊະນະ​ໃນ​ຄັ້ງນີ້ ສົ່ງ​ບຣາຊີ​ລໄປເຂົ້າຮອບ 8 ທີ​ມ ໂດຍ​ອັດຕະ​ໂນ​ມັດ. ທີ​ມ​
ບຣາຊີ​ລ ກຳລັງ​ພະຍາຍາມ​ຈະ​ຄ້ວາເອົາຕຳ​ແໜ່​ງ​ແຊ້ມ World Cup ​ຄັ້ງທີ 6 ອັນ​ເປັນ
​ປະຫວັດການນັ້ນ. ບຣາຊີລຈະໄປພົບກັບໂຄລຳເບຍ ໃນຮອບຕໍ່ໄປ ຄື ຮອບ 8​ ທີມ ຫລັງ
ຈາກທີ່ ໂຄລຳເບຍ ໄດ້ຊະນະ ຢູຣາກວຍ.

ໃນການແຂ່ງຂັນຄູ່ທີ 2 ຂອງວັນເສົາມື້ວານນີ້ ໂຄລຳເບຍ ໄດ້​ຮັບໄຊຊະນະເຂົ້າຮອບ 8 ທີມ ເປັນເທື່ອທຳອິດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກໄດ້ເອົາ​ຊະນະ Uruguay 2 ປະຕູ​ຕໍ່ 0 ທີ່​ນະຄອນ Rio de Janeiro. ​ນັກເຕະໂຄລຳເບຍ ທ້າວ James
Rodriguez ທຳຄະແນນໄດ້ 2 ໂກລ ເຕະເຂົ້າໜຶ່ງໂກລໃນແຕ່ລະຕັ້ງ ຂອງທີມ ອູຣຸໄກວ ທີ່ຂາດນັກເຕະຊື່ດັງຂອງຕົນຄື ທ້າວ Luis Suarez ທີ່ຖືກຫ້າມຫລິ້ນ ຍ້ອນໄປກັດບ່ານັກ
ເຕະຂອງອີຕາລີ.

ນະຄອນ Rio de Janeiro ໃນມື້ວັນເສົາ ເວລາ ບຣາຊີລສູ້ກັບ ຊີເລ່:

Nation Transfixed by Brazil-Chile Matchup
please wait

No media source currently available

0:00 0:01:47 0:00

XS
SM
MD
LG