ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊີລ ຈັບກຸມ ຜູ້ຊາຍ ຊາວເລບານອນ ທີ່ ເຊື່ອມໂຍງ ກັບ ກຸ່ມຫົວຮຸນແຮງ ເຮສໂບລລາ


ນັກທຸລະກິດ ທີ່ເກີດຢູ່ໃນເລບານອນ ທ້າວ ອາຊາດ ອາມັດ ບາຣາຄັດ, ຜູ້ຕ້ອງສົງໄສ ເປັນສະມາຊິກ ແລະ ຜູ້ລະດົມທຶນ ຂອງກຸ່ມອິສລາມ ເຮສໂບລລາ, ກຳລັງ ອອກມາຈາກ ຕຶກຂອງກະຊວງຍຸຕິທຳ ພາຍໃຕ້ການຄວບຄຸມໂຕໂດຍ ເຈົ້າໜ້າທີ່ຕຳຫຼວດ ໃນເມືອງ ອາຊັງຊີອອນ, ວັນທີ18 ພະຈິກ 2003.
ນັກທຸລະກິດ ທີ່ເກີດຢູ່ໃນເລບານອນ ທ້າວ ອາຊາດ ອາມັດ ບາຣາຄັດ, ຜູ້ຕ້ອງສົງໄສ ເປັນສະມາຊິກ ແລະ ຜູ້ລະດົມທຶນ ຂອງກຸ່ມອິສລາມ ເຮສໂບລລາ, ກຳລັງ ອອກມາຈາກ ຕຶກຂອງກະຊວງຍຸຕິທຳ ພາຍໃຕ້ການຄວບຄຸມໂຕໂດຍ ເຈົ້າໜ້າທີ່ຕຳຫຼວດ ໃນເມືອງ ອາຊັງຊີອອນ, ວັນທີ18 ພະຈິກ 2003.

ຕຳຫຼວດຂອງບຣາຊີລ ໄດ້ຈັບກຸມຜູ້ຊາຍຊາວເລບານອນຄົນນຶ່ງ ຜູ້ຊຶ່ງສະຫະລັດ ສົງໄສ
ວ່າ ເປັນບຸກຄົນທີ່ສຳຄັນ ໃຫ້ການສະໜັບສະໜູນທາງດ້ານການເງິນ ແກ່ກຸ່ມ
ເຮສໂບລລາ ເຊິ່ງເປັນກຸ່ມຫົວຮຸນແຮງຂອງເລບານອນ.

ທ້າວ ອາຊາດ ບາຣາຄັດ ໄດ້ຖືກຈັບກຸມໃນວັນສຸກວານນີ້ ຢູ່ທີ່ເມືອງ ຟອສ ດູ ອີກົວຊູ
ຂອງ ບຣາຊີລ. ເມືອງດັ່ງກ່າວ ຕັ້ງຢູ່ໃນເຂດທີ່ເອີ້ນວ່າ ເຂດຊາຍແດນ ລະຫວ່າງ 3
ປະເທດຄື ບຣາຊີລ ອາເຈັນຕີນາ ແລະປາຣາໄກວ ທີ່ບັນ​ຈົບ​ຄົບກັນ. ພື້ນທີ່ແຫ່ງນີ້
ເປັນທີ່ຮູ້ຈັກກັນມາດົນນານ​ແລ້ວວ່າ ເປັນເຂດທີ່ມີພວກລັກລອບຄ້າສິ່ງທີ່ຜິດກົດໝາຍ
ພວກຄ້າມະນຸດ ແລະພວກປ້ອມແປງເອກກະສານ ແລະເງິນ.

ທ້າວ ບາຣາຄັດ ເປັນຜູ້ທີ່ທາງການຂອງປາຣາໄກວ ຕ້ອງການໂຕ ໃນ​ການລັກຂະໂມຍ
ເອົາຂໍ້ມູນຂອງສ່ວນບຸກຄົນ ແລະ ສານໄດ້ອອກໝາຍຈັບຜູ້ກ່ຽວ ເມື່ອເດືອນແລ້ວນີ້.
ລາວໄດ້ຖືກຂັງຄຸກຢູ່ໃນປາຣາໄກວ ເປັນເວລາ 6 ປີ ໃນຂໍ້ຫາຫຼີກລ່ຽງການ​ເສຍພາສີ
ແຕ່ໄດ້ຖືກປ່ອຍໂຕໃນປີ 2008.

ຕຳຫຼວດບຣາຊີລ ໄດ້ກ່າວວ່າ “ພວກສະມາຊິກຂອງກຸ່ມບາຣາຄັດ​ ໄດ້​ຊື້ກາ​ຊີ​ໂນ ​ທີ່​ມີ
ມູນຄ່າ 10 ລ້ານໂດລາ ໂດຍທີ່ບໍ່ໄດ້ແຈ້ງມູນຄ່າການຊື້​ຂາຍຂອງພວກເຂົາເຈົ້າ ໃຫ້
ທາງການຊາບ ທີ່ເມືອງອີກົວຊູ ຂອງອາເຈັນຕິນາ ເຊິ່ງທາງການມອງເຫັນວ່າ ເພື່ອ​
ໃຊ້ເປັນການຟອກເງິນຂອງອົງການດັ່ງກ່າວນີ້.”

ອາເຈັນຕິນາ ຍັງໄດ້ກ່າວຫາທ້າວບາຣາຄັດວ່າ ຟອກເງິນໃຫ້ແກ່ກຸ່ມເຮສໂບລລາ
ແລະໄດ້ສັ່ງ​ໃຫ້​ກັກເງິນແລະຊັບສິນອື່ນໆ ຂອງທ້າວບາຣາຄັດ ອີງຕາມບັນດາເຈົ້າໜ້າທີ່
ຂອງອາເຈັນຕິນາ.

ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ທ້າວ ບາຣາຄັດ ຈະປະເຊີນກັບຂໍ້ກ່າວຫາອັນໃດ ຢູ່ໃນ
ບຣາຊີລ ຫຼືວ່າ ຜູ້ກ່ຽວຈະຖືກສົ່ງໂຕ ໄປໃຫ້ທາງການປາຣາໄກວ.

ທ່ານ ຊີໂມນ ແຊມມີລສ໌ ຜູ້ອຳນວຍການດ້ານສາຍສຳພັນລະຫວ່າງປະເທດ ຢູ່ທີ່ສູນ
ກາງ ຊີໂມນ ໄວເຊັນໂຕລ (Simon Wiesenthal Center) ເຊິ່ງ ເປັນອົງການຄົ້ນຄວ້າ
ແລະປຸກ​ລະ​ດົມເພື່ອຕໍ່ຕ້ານການມີອະຄະຕິ ຄວາມກຽດຊັງ ແລະ ການກໍ່ການຮ້າຍ ຕໍ່
ຊາວຢິວ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ທ່ານຫວັງວ່າ ການຈັບກຸມຂອງທ້າວ
ບາຣາຄັດ ໃນເຂດຊາຍແດນ ລະຫວາງ 3 ປະເທດນັ້ນ ຈະເປັນ “ສັນຍານບົ່ງບອກວ່າ
3 ປະເທດນັ້ນ ຈະເລີ້ມຂັບໄລ່ ກຸ່ມເຮສໂບລລາ ອອກໄປຈາກອາເມຣິກາລາຕີນ.”

ສະຫະລັດ ໄດ້ຊີ້ແຈງວ່າ ທ້າວ ບາຣາຄັດ ເປັນ “ຜູ້ກໍ່ການຮ້າຍລະດັບໂລກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG