ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບຣາຊີລ ອະນຸມັດ ຢາວັກຊີນໂຄວິດ ສອງຊະນິດ ທ່າມກາງ ກໍລະນີຕິດເຊື້ອ ທີ່ເພີ້ມສູງຂຶ້ນນັບມື້


ພະນັກງານແພດຄົນນຶ່ງ ຢືນຢູ່ຕໍ່ໜ້າ ສະຖານທີ່ຕື່ມອັອກຊີເຈັນ ທີ່ປາສະຈາກຖັງອັອກຊີເຈັນ ພຽງແຫ່ງດຽວ ຢູ່ທີ່ໂຮງໝໍ ໂຈເວັນຕີນາ ດີອັສ (Joventina Dias Hospital), ເປັນຄລີນິກນ້ອຍ ໃນເມືອງມານາວສ໌ ຂອງບຣາຊີລ.
ພະນັກງານແພດຄົນນຶ່ງ ຢືນຢູ່ຕໍ່ໜ້າ ສະຖານທີ່ຕື່ມອັອກຊີເຈັນ ທີ່ປາສະຈາກຖັງອັອກຊີເຈັນ ພຽງແຫ່ງດຽວ ຢູ່ທີ່ໂຮງໝໍ ໂຈເວັນຕີນາ ດີອັສ (Joventina Dias Hospital), ເປັນຄລີນິກນ້ອຍ ໃນເມືອງມານາວສ໌ ຂອງບຣາຊີລ.

ບຣາຊີລ ໄດ້ຮັບຮອງຢາວັກຊີນສອງຊະນິດ ເພື່ອໃຫ້ນຳໃຊ້ແບບສຸກເສີນເພື່ອຕໍ່ຕ້ານໄວຣັສໂຄໂຣນາ ໃນວັນອາທິດວານນີ້ ໃນຂະນະທີ່ຈຳນວນການເສຍຊີວິດຂອງປະເທດ ຍ້ອນພະຍາດດັ່ງກ່າວ ເກືອບຮອດ 210,000 ແລະ ໂຮງໝໍຈຳນວນນຶ່ງ ກຳລັງຂາດແຄນ ອັອກຊີເຈັນ.

ກະຊວງສາທາລະນະສຸກຂອງບຣາຊີລ ໄດ້ກ່າວໃນວັນອາທິດວານນີ້ວ່າ ຈຳນວນການເສຍຊີວິດ ໄກ້ຈະເຖິງ 210,000 ຄົນ ຊຶ່ງສູງສຸດອັນດັບສອງໃນໂລກ ຕາມຫຼັງສະຫະລັດ.

ບຣາຊີລ ໄດ້ອະນຸມັດການນຳໃຊ້ຢາວັກຊີນຈາກທັງບໍລິສັດ ອາສຕຣາ-ຊີເນກາ ຂອງອັງກິດ ແລະບໍລິສັດຊີໂນແວັກ ໄບໂອເທັກ ຈຳກັດຂອງຈີນ. ບໍ່ເທົ່າໃດຊົ່ວໂມງຕໍ່ມາ ພະຍາບານຄົນນຶ່ງໃນເມືອງຊາວ ພາວໂລ ໄດ້ສັກຢາວັກຊີນຂອງຈີນ ທີ່ຮູ້ຈັກກັນຄື “ໂຄໂຣນາແວັກ (CoronaVac).”

ໃນຂະນະດຽວກັນ ຢູ່ໃນເມືອງມານາວສ໌ (Manaus) ຊຶ່ງເປັນເມືອງໃຫຍ່ສຸດໃນເຂດປ່າອາມາຊອນ ພວກພະນັກງານປະຈຳໂຮງໝໍ ໄດ້ບັນລະຍາຍຕໍ່ອົງການຂ່າວເອພີ ວ່າພວກເຂົາຕ້ອງໄດ້ເລືອກຄົນປ່ວຍຜູ້ໃດທີ່ຈະໃຫ້ອັອກຊີ ຂະນະທີ່ການສະໜອງອັອກຊີຢູ່ໃນເມືອງທີ່ຫ່າງໄກສອກຫລີກນັ້ນ ໄດ້ຫລຸດລົງເລື້ອຍໆ.

ບຣາຊີລ ຍັງໄດ້ບັນທຶກກໍລິນີຕິດເຊື້ອໄວຣັສສາຍພັນໃໝ່ ທີ່ເປັນໄປໄດ້ສູງ ອາດເປັນພະຍາດຕິດແປດກັນໄດ້ງ່າຍຂຶ້ນ.

ປາກິສຖານ ຍັງໄດ້ປະກາດໃນວັນອາທິດວານນີ້ ວ່າ ຕົນໄດ້ອະນຸມັດການນຳໃຊ້ສຸກເສີນຢາວັກຊີນ ອາສຕຣາ-ຊີເນກາ. ປະເທດໃນເຂດເອເຊຍໃຕ້ດັ່ງກ່າວ ໄດ້ຢັ້ງຢືນກໍລະນີຕິດເຊື້ອໄວຣັສເກືອບຮອດ 520,000 ຄົນ ຊຶ່ງໜ້ອຍກວ່າ ປະເທດເພື່ອນບ້ານ ອິນເດຍ ທີ່ມີກໍລະນີຜູ້ຕິດເຊື້ອຫຼາຍກວ່າ.

ອັງກິດໄດ້ປະກາດໃນວັນອາທິດວານນີ້ ວ່າ ຕົນໄດ້ວາງແຜນທີ່ຈະໃຫ້ພວກຜູ້ໃຫຍ່ໝົດທຸກຄົນ ຈຳນວນປະມານ 51 ລ້ານຄົນ ໄດ້ສັກຢາວັກຊີນພາຍໃນເດືອນກັນຍາ.

"ຖ້າພວກເຮົາສາມາດເຮັດ ໄວກວ່ານັ້ນໄດ້, ມັນກໍຈະດີຫຼາຍ, ແຕ່ນັ້ນແມ່ນແຜນການ," ນັ້ນແມ່ນຄຳເວົ້າຂອງທ່ານ ໂດມີນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ກ່າວຕໍ່ອົງການຂ່າວ SkyNews ໃນວັນອາທິດວານນີ້.

ຢູ່ໃນສະຫະລັດ ເມືອງນຶ່ງຂອງນະຄອນ ລອສ ແອນເຈີເລັສ ໃນລັດຄາລີຟໍເນຍ ໄດ້ກ່າຍເປັນແຫ່ງທຳອິດຂອງສະຫະລັດ ທີ່ໄດ້ບັນທຶກ ກໍລະນີຕິດເຊື້ອໄວຣັສ ໂຄວິດ-19 1 ລ້ານຄົນ. ຂ່າວ ກ່ຽວກັບ ຈຳນວນຕິດເຊື້ອໄວຣັສ ແມ່ນປະກອບດ້ວຍການຢືນຢັນໃນການປາກົດໂຕຂອງໄວຣັສໂຄໂຣນາສາຍພັນໃໝ່ທີ່ຕິດແປດໄດ້ງ່າຍຂຶ້ນຈາກອັງກິດ ຢູ່ໃນເມືອງດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG