ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຄົ້ນ​ຄວ້າ ກຳ​ລັງ​ຄົ້ນ​ຄິດ ເທັກ​ໂນ​ໂລ​ຈີ ການສື່​ສານ​ ​ລະ​ຫວ່າງ ຄວາມ​ຄິດ​ຂອງ​ມະ​ນຸດ ກັບ ເຄື່ອງ​ຈັກ


LogOn Brain Controlled Devices -- USAGM
please wait

No media source currently available

0:00 0:02:00 0:00

ລອງ​ຈິນ​ຕະ​ນາ​ການ​ໃສ່​ອຸ​ປະ​ກອນ ​ທີ່​ເຮັດ​ໃຫ້​ທ່ານ​ສາ​ມາດ​ສື່​ສານ​ກັບ​ຄວາມ​ຄິດ​ຂອງ​ທ່ານ​ໂດຍ​ກົງ​ກັບ​ເຄື່ອງ​ຈັກ​ໄດ້​ເບິ່ງ. ບັນ​ດາ​ນັກ​ຄົ້ນ​ຄວ້າ ແລະ ບໍ​ລິ​ສັດ​ຕ່າງໆ​ໄດ້​ພາ​ກັນ​ເຮັດ​ວຽກ​ ກ່ຽວ​ກັບ ເທັກ​ໂນ​ໂລ​ຈີ​ຊະ​ນິດນີ້ ແລະ ໄດ້​ສ້າງ​ອຸ​ປະ​ກອນ​ທີ່​ສາ​ມາດ​ອ່ານ​ສັນ​ຍານ​ຈາກ​ສະ​ໝອງ​ຂອງ​ທ່ານ​ໄດ້. ບໍ​ລິ​ສັດ​ແຫ່ງ​ນຶ່ງ​ທີ່​ມີ​ແຫຼ່ງ​ຄວາມ​ຮູ້​ຕ່າງໆໃນ​ຫ້ອງ​ທົດ​ລອງ​ Harvard Innovation ນັ້ນແມ່ນ​ກຳ​ລັງ​ເຮັດ​ວຽກ ກ່ຽວ​ກັບ ການສື່​ສານ​ພົວ​ພັນ​ລະ​ຫວ່າງ ຄວາມ​ຄິດ​ຂອງ​ມະ​ນຸດ ກັບ ເຄື່ອງ​ຈັກ. ນັກ​ຂ່າວ​ວີ​ໂອ​ເອ ເອ​ລິ​ຊາ​ເບັດ ລີ ມີ​ລາຍ​ງານ ເຊິ່ງ ພຸດ​ທ​ະ​ສອນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລົດແຂ່ງ​ບັງ​ຄັບ​ທີ່​ວ່ານີ້ ແມ່ນບໍ່​ໄດ້​ຖືກ​ຄວບ​ຄຸມ​ດ້ວຍ​ນິ້ວ​ມື, ແຕ່​ມັນ​ຖືກ​ຄວບ​ຄຸ​ມ​ດ້ວຍ​ຈິດ. ຜູ້​ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ຂັນ​ນີ້​ແມ່ນ​ທ້າວ ຮໍ​ເຮ ເຣ​ຊິນອ​ສ.

ທ້າວ ຮໍ​ເຮ ເຣ​ຊິນອ​ສ, ຜູ້​ຊະ​ນະ​ການ​ແຂ່ງ​ຂັນ​ລົດ​ບັງ​ຄັບ​ດ້ວຍ​ຈິດ​ຂອງ​ລາວ​ ເວົ້າ​ວ່າ “ມີ​ແຕ່​ຕັ້ງ​ສະ​ມາ​ທິ​ໃສ່​ລົດ​ຂອງ​ຂ້າ​ພະ​ເຈົ້າ ແລະ ມັນ​ກໍ​ມະ​ຫັດ​ສະ​ຈັນຫຼາຍ.”

ໃນ​ການ​ແຂ່ງ​ຂັນ​ຕ່າງ​ຫາກ, ຄົນ​ຜູ້ນີ້​ໄດ້​ຊະ​ນະ​ດ້ວຍ​ການຫຼັບ​ຕາ​ຂອງ​ລາວ​ໄວ້. ກຸນ​ແຈ​ສຳ​ຄັນ​ກໍ​ແມ່ນ​ຜ້າ​ມັດ​ຫົວ​ທີ່​ເຮັດ​ໂດຍ​ບໍ​ລິ​ສັດ BrainCo. ມັນ​ອ່ານ​ກິດ​ຈະ​ກຳ​ໄຟ​ຟ້າ​ຂອງ​ສະ​ໝອງ​ຜູ້​ໃຊ້ ​ຜ່ານ​ເຄື່ອງ​ເຊັນ​ເຊີ​ທີ່​ຖືກ​ພັດ​ທະ​ນາ​ຂຶ້ນ​ມາ​ເປັນ​ພິ​ເສດ ດ້ວຍ​ການ​ນຳ​ໃຊ້​ວັດ​ຖຸ ໄຮ​ໂດ​ຣ​ເຈ​ລ. ມັນ​ຈະ​ວັດ​ແທກ​ຄວາມ​ສາ​ມາດ​ໃນ​ການ​ຕັ້ງ​ສະ​ມາ​ທິຂອງ​ຜູ້​ໃຊ້​ ດ້ວຍ​ເປົ້າ​ໝາຍໃນ​ການ​ຊ່ວຍ​ເຫຼືອ​ຄົນ​ຜູ້​ນຶ່ງ​ໃຫ້ຮຽນຮູ້​ການ​ໃຊ້​ສະ​ມາ​ທິ​ໃຫ້​ດີ​ຂຶ້ນ ຫຼື ຜ່ອນ​ຄາຍ ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ແມັກ​ສ໌ ນິວ​ລອນ ຈາກ​ບໍ​ລິ​ສັດ BrainCo.

ທ່ານ ແມັກ​ສ໌ ນິວ​ລອນ, ປະ​ທານ​ກິດ​ຈະ​ການ​ໃນ ສະ​ຫະ​ລັດ ຂອງ​ບໍ​ລິ​ສັດ BrainCo ໄດ້​ກ່າວ​ວ່າ “ຖ້າ​ເຈົ້າ​ຕັ້ງ​ໃຈ​ແທ້ໆ, ກິດ​ຈະ​ກຳ​ໃນ​ສະ​ໝອງ​ຂອງ​ເຈົ້າ​ຈະ​ເບິ່ງ​ເປັນ​ອີກ​ແບບ​ນຶ່ງ. ຖ້າ​ເຈົ້າ​ມີ​ຈິດ​ໃຈ​ສະ​ຫງົບ ແລະ ຜ່ອນ​ຄາຍ​ແທ້ໆ ເຈົ້າ​ຈະ​ສາ​ມາດ​ຈິ​ນ​ຕະ​ນາ​ການ​ວ່າ ບາງ​ເທື່ອ​ກິ​ດ​ຈະ​ກຳ​ໃນ​ສະ​ໝອ​ງ​ຂອງ​ເຈົ້າ​ຈະ​ເບິ່ງ​ແຕກ​ຕ່າງ​ໜ້ອຍ​ນຶ່ງ. ສະ​ນັ້ນ​ພວກ​ເຮົາ​ຈະ​ຈັບ​ເອົາ​ຄວາມ​ແຕກ​ຕ່າງ​ພວກນີ້ ແລະ ບອກ​ຈຳ​ນວນ​ໃນອັດ​ຕາ​ສ່ວນ​ຈາກ 0 ເຊິ່ງ​ແມ່ນການ​ມີ​ຄວາມ​ຜ່ອນ​ຄາຍ​ທີ່​ສຸດ ຈົນ​ຮອດ 100, ເຊິ່ງ​ແມ່ນ​ການ​ພົວພັນ​ທີ່​ເຈົ້າ​ເຄີຍ​ໄດ້​ເຮັດຫຼາຍ​ທີ່​ສຸດ.”

ສັນ​ຍານ​ໄຟ​ຟ້າ​ຍັງ​ສາ​ມາດ​ຮູ້​ສຶກ​ໄດ້ ແລະ ອະ​ທິ​ບາຍ​ຜ່ານ​ກ້າມ​ເນື້ອ ທີ່​ຕິດ​ກັບ​ອະ​ໄວ​ຍາ​ວະ​ທຽມ​ນີ້. ມັນ​ລວມ​ມີ​ເຄື່ອງ​ປະ​ມວນ​ຜົນ ແລະ ເຊັນ​ເຊີ ທີ່​ຈະ​ເຮັດ​ໃຫ້​ທ້າວ ມິນ​ເຈັງ ນີ ເຄື່ອນ​ເໜັງ​ນິ້ວ​ມື​ຕ່າງໆ​ດ້ວຍ​ຈິດ​ຂອງ​ລາວ.

ທ້າວ ມິນ​ເຈັງ ນີ, ຜູ້​ທີ່​ໄດ້​ສູນ​ເສຍ​ມື​ຈາກ​ລະ​ເບີດ​ທີ່​ເຮັດ​ເອົາ​ເອງ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ແນມ​ເບິ່ງ​ມັນ, ແລະ ນິ້ວ​ມື​ທຸກໆນິ້ວ​ກໍ​ເລີ່ມ​ເໜັງ​ຕີງ. ມັນ​ມະ​ຫັດ​ສະ​ຈັນຫຼາຍ, ມັນຈິ​ຕະ​ນາ​ການ​ໄດ້​ຍາກຫຼາຍ.”

ເທັກ​ໂນ​ໂລ​ຈີ​ຄອມ​ພິວ​ເຕີ​ຕໍ່​ປະ​ສານ​ກັບ​ສະ​ໝອງ​ຊະ​ນິດນີ້ ແມ່ນ​ວິ​ທີ​ທີ່​ມະ​ນຸດ​ຈະ​ພົວ​ພັນ​ກັບ​ເຄື່ອງ​ຈັກ​ໃນ​ອະ​ນາ​ຄົດ ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ນິວ​ລອນ.

ທ່ານ ແມັກ​ສ໌ ນິວ​ລອນ ໄດ້​ກ່າວ​ວ່າ “ເທັກ​ໂນ​ໂລ​ຈີ, ບາງ​ເທື່ອ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຄວບ​ຄຸມ​ມັນ​ຢ່າງ​ຊຳ​ນານ​ດ້ວຍ​ມື​ຂອງ​ພວກ​ເຮົາ. ລອງ​ຄິດ ກ່ຽວ​ກັບ ປຸ່ມ​ເປີດ​ປິດ​ໄຟ. ແລ້ວ​ພວກ​ເຮົາ​ກະ​ມີ​ໂທ​ລະ​ສັບ iPhone ແລະ ການ​ສຳ​ພັດ​ໜ້າ​ຈໍ​ແມ່ນ​ບໍ? ການ​ພົວ​ພັນ​ລະ​ຫວ່າງ ມະ​ນຸດ ກັບ ເທັກ​ໂນ​ໂລ​ຈີ ແມ່ນ​ຂ້ອນ​ຂ້າງ​ຈະ​ນິ້ມນວນ​ຂຶ້ນ. ຕອນນີ້​ພວກ​ເຮົາ​ທຸກ​ຄົນ​ໄດ້​ໃຊ້​ສຽງ. ສະ​ນັ້ນ​ບ​າດ​ກ້າວ​ຕໍ່​ໄປ​ຈະ​ແມ່ນ​ຫຍັງ​? ບາດ​ກ້າວ​ຕໍ່​ໄປ​ແມ່ນ​ຈະ​ອອກ​ມາ​ຈາກ​ສະ​ໝອງ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ກົງ, ອອກ​ມາ​ຈາກ​ຄວາມ​ເຈ​ຕະ​ນາ​ຂອງ​ຂ້າ​ພະ​ເຈົ້າ ສູ່​ໂລກ​ພາຍນອກ.”

ອຸ​ປະ​ກອນ​ທຽມ ແລະ ການ​ແຂ່ງ​ຂັນ​ນີ້ ແມ່ນ​ສ່ວນ​ນຶ່ງ​ຂອງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພ​າ​ສາ​ອັງ​ກິດ

Imagine wearing a device that allows you to communicate your thoughts directly to a machine.Researchers and companies have been working on this type of technology and coming out with devices that can read your brain signals.One such company with roots in the Harvard Innovation Lab is working on the integration between the human mind and machines.VOA's Elizabeth Lee has the details.

These remote controlled race cars are not controlled by fingers, but with the mind. The winner of this race is Jorge Recinos.

"Just focus on my car and it was really amazing."

In a separate race, this person won, with his eyes closed.The key is this headband by BrainCo. It reads the electrical activity of the user's brain through specially developed sensors using hydrogel material.It's measuring the user's ability to focus with the goal of helping a person learn to better focus or relax says BrainCo's Max Newlon.


"If you're really focused, your brain activity looks a certain way. If you're really calm and relaxed you can imagine that perhaps your brain activity looks a little different. So we're picking up on these differences and quantifying them on a scale from 0 being super relaxed all the way to 100 , which is like the most engaged you've ever been."

Electrical signals can also be sensed and interpreted through the muscles with this prosthetic limb. It includes a processor and sensor that allows Mincheng Ni to move these fingers with his mind.

"I can look at it, and every finger start moving// It's amazing, hard to imagine."

This type of brain computer interface technology is how humans will be interacting with machines in the future says Newlon.

"Technology, maybe decades ago, we manipulated it with our hands. Think about a light switch. Then we had the iPhone and so touch screen right? The integration between humans and technology is a bit more smooth. Now we're all using voice. So what's the next step? The next step is going right from my brain, right from my intentions into the outside world."

This prosthetic and race is a glimpse of what's to come.

XS
SM
MD
LG