ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ສປຊ ແລະທູດພິເສດຢູເອັນ-ອາຣັບ ເຈລະຈາກັນ ເລຶ່ອງຊີເລຍ (ວີດີໂອ)


ທ່ານ Lakhdar Brahimi ທູດພິເສດສະຫະປະຊາຊາດ-ອາຣັບ (ຊ້າຍ)
ທ່ານ Lakhdar Brahimi ທູດພິເສດສະຫະປະຊາຊາດ-ອາຣັບ (ຊ້າຍ)
ຂໍ້​ຂັດ​ແຍ້​ງກັນ​ໃນ​ຊີ​ເຣຍທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່ໃນ​ຂະນະ​ນີ້ ​ເປັນ​ຫົວ​ຂໍ້​ໃຫຍ່ ​ໃນ​ການ​ປຶກສາ​ຫາ​ລືກັນ​ລະຫວ່າງ​ທ່ານ​ພັນ ຄີ​ມູນ ​ເລຂາທິ
ການ​ອົງການ ສະຫະ​ປະຊາ​ຊາດ ​ແລະຜູ້​ໄກ່​ເກ່ຍລະຫວ່າງ​ຊາດ ທ່ານ Lakhdar Brahi mi ກ່ອນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ທີ່​ຈະ​ມາ​ເຖິງ​ນີ້.

ທັງ​ສອງ​ຜູ້​ນໍາ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ນີວຢ໊ອກຈະ ຊ່ວຍ​ປັບປຸງ​ສະຖານະ​ການ​ດ້ານ​ມະນຸດ​ສະ​ທໍາ​ແລະ
​ວິ​ກິດ​ການ​ໂດຍ​ລວມ​ໃນ ຊີ​ເຣຍ​ໃຫ້​ດີ​ຂຶ້ນ ຊຶ່ງ​ຜູ້​ນໍາ​ທັງ​ສອງ​ກ່າວ​ອີກ​ວ່າ ມັນ​ເປັນໄພ​ຂົ່ມຂູ່​ທີ່​ເຕີບ​ໃຫຍ່ ຂຶ້ນນັບ​ມື້ ​ຕໍ່​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຢູ່​ໃນ​ຂົງ​ເຂດ​ທັງ​ໝົດ.

ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່ນໍາ​ອອກ​ເຜີຍ​ແຜ່​ຫຼັງຈາກ​ການ​ພົບ​ປະກັນ​ນັ້ນ​ວ່າ ສອງ​ຜູ້​ນໍາ​ແມ່ນ​ໄດ້​ເພ່ງ​ເລັງ​ໃສ່​ວິທີ​ການ​ທີ່​ຈະຫາ​ທາງ​ແກ້​ໄຂ​ອັນທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ລະດັບ​ທີ່​ຮ້າຍ​ແຮງໜ້າ​ຢ້ານ​ກົວ​ຂອງ​ຄວາມ​ຮຸນ​ແຮງ​ໃນຊີ​ເຣຍນັ້ນ.

ກໍາລັງ​ຂອງ​ຝ່າຍ​ລັດຖະບານ​ແລະ​ຝ່າຍ​ຄ້ານ ​ໄດ້​ທໍາ​ການ​ສູ້​ລົບ​ກັນ​ຢ່າງ​ດຸ ​ເດືອດ​ທົ່ວ​ຊີ​ເຣຍ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ກອງທັບ​ປົດ​ປ່ອຍ​ຊີ​ເຣຍ ຂອງ​ຝ່າຍກະບົດປະກາດ​ວ່າ ​ຕົນ​ຈະ​ຍ້າຍ​ສູນ​ບັນຊາ​ການ​ຂອງ​ຕົນ​ຈາກ​ເທີ​ກີ ​ໄປ​ຍັງ​ຊີ​ເຣຍ.

ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ກ່າວ​ວ່າ ຢ່າງ​ໜ້ອຍມີ 25 ຄົນ​ຖືກ​ຂ້າ​ຕາຍ ​ເວລາ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ບຸກ​ໂຈມ​ຕີ​ເປົ້າໝາຍຫຼາຍ​ແຫ່ງ ສ່ວນໃຫຍ່​ແມ່ນ​ເຂດ​ຢູ່​ໃນແລະ​ອ້ອມ​ແອ້ມ​ເມືອງ Aleppo ບ່ອນ​ທີ່​ກໍາລັງ ຂອງ​ຝ່າຍ​ລັດຖະບານ​ໄດ້​ບຸກ​ໂຈມ​ຕີ​ ເພື່ອ​ພະຍາຍາມ​ຂັບ​ໄລ່​ພວກ​ກະບົດ ອອກ​ຈາກ​ທີ່​ໝັ້ນ​ຕ່າງໆ​ຂອງ​ພວກ​ເຂົາ​ເຈົ້າ.

ວີດີໂອເລື້ອງ: ຄາດວ່າ ບັນຫາຊີເຣຍ ຈະຄອບງໍາ ກອງປະຊຸມສະມັດຊາໃຫຍ່ ໃນອາທິດໜ້ານີ້
Syria Crisis Expected to Overshadow UN General Assembly
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG